ເຈົ້າໜ້າທີ່ສືບສວນ ສຫລ ຕາມຫາ ຜູ້ອາດມີສ່ວນ ພົວພັນ ໃນເຫດວາງລະເບີດ (ວີດິໂອ)

ຜູ້ຄົນພາກັນໄປທີ່ຈະຕຸລັດ Copley Square ເພື່ອໄວ້ອາໄລແກ່ ຜູ້ໄດ້ຮັບເຄາະຮ້າຍຈາກເຫດລະເບີດແຕກ ທີ່ງານແຂ່ງຂັນ ແລ່ນມາຣາທອນ ທີ່ເມືອງ Boston.

ບັນດາຜູ້ແທນ​ສະຫະລັດ​ເວົ້າ​ວ່າ ການສອບສວນຂອງຄະນະ
ສືບສວນ ຈາກລັດຖະບານກາງ ຕໍ່ເຫດລະ​ເບີດແຕກຢູ່​ໃນ​ງານ​
ແຂ່ງ​ຂັນ​ແລ່ນ​ທົນ​ມາ​ຣາທອນ​ ທີ່​ນະຄອນບອສຕັນ ກໍາລັງຕິດ
ຕາມເບິ່ງ “ຜູ້ຄົນທີ່ໜ້າສົນໃຈ” ຢູ່ໃນສະຫະລັດ ທີ່ອາດມີສ່ວນ
ກ່ຽວພັນກັບການໂຈມຕີດັ່ງກ່າວ.

ໃນການກ່າວຄໍາເຫັນອອກໃນທາງໂທລະພາບຊ່ອງ ABC ໃນ
ວັນອາທິດ ວານນີ້ ທ່ານ Mike Rogers ປະທານຄະນະກໍາມະ
ການວ່າດ້ວຍການສືບລັບທີ່ສະພາຕໍ່າ ບໍ່ໄດ້ໃຫ້ລາຍລະອຽດແຕ່
ຢ່າງໃດ. ແຕ່ທ່ານກໍເວົ້າວ່າ ມີຄວາມຕ້ອງການການຮ່ວມມືຫລາຍ
ຂຶ້ນຈາກຣັດເຊຍເພື່ອຈະສືບສວນຫາການເຄື່ອນໄຫວຂອງຜູ້ຕ້ອງ
ສົງໄສສອງຄົນ ໃນເລື້ອງການພົວພັນກັບ ສາທາລະນະລັດ Chechnya ແລະ Dagestan ທີ່ຢູ່ພາກໃຕ້ຂອງຣັດເຊຍນັ້ນ.

ລາຍລະອຽດໃໝ່ໄດ້ໂຜ່ຕົວຂຶ້ນມາໂດຍມີລາຍງານວ່າຜູ້ຕ້ອງສົງໄສ Tamerlan Tsarnaev
ທີ່ດຽວນີ້ໄດ້ເສຍຊີວິດໄປແລ້ວນັ້ນ ໄດ້ລົມກັບແມ່ ຂອງລາວກ່ຽວກັບ jihad ໃນເວລາໂທ
ລະສັບໄປຫາເຂດດັ່ງກ່າວໃນ​ປີ 2011 ຊຶ່ງໄດ້ຖືກລັກອັດໄວ້ໂດຍເຈົ້າໜ້າທີ່ຣັດເຊຍ. ອົງ
ການຂ່າວ CBS ລາຍງານວ່າ ຄະນະສືບສວນຂອງສະຫະລັດຫາກໍ່ໄດ້ຮູ້ກ່ຽວກັບເລື້ອງ
ລົມກັນ ໃນໂທລະສັບດັ່ງກ່າວ ໃນເວລາບໍ່ເທົ່າໃດມື້ຜ່ານມານີ້​ເທົ່າ​ນັ້ນ.

ອີກດ້ານນຶ່ງ ໃນວັນອາທິດວານນີ້ ທ່ານ Michael McCaul ປະທານຄະ ນະກໍາມະການ
ດ້ານປ້ອງກັນຄວາມສະຫງົບພາຍໃນປະຈໍາສະພາຕໍ່າເວົ້າ ວ່າ ທ່ານເຊື່ອວ່າ ​ທ້າວ Tamerlan
Tsarnaev ແລະທ້າວ Dzhokar ​ນ້ອງ​ຊາຍຂອງລາວ ທີ່ເປັນຜູ້ຕ້ອງສົງໄສ ໄດ້ຮັບການ
ຝຶກ ອົບຮົມກ່ຽວ​ກັບການໃຊ້ວັດຖຸລະເບີດ ​ໃນ “ລະດັບຄວາມສະຫລັບ ຊັບຊ້ອນ” ຂອງລະ
ເບີດ ທີ່ແຕກ​ໃສ່ຝູງຊົນທີ່ໜາແໜ້ນ ຊຶ່ງກຳລັງ​ຊົມ ການແຂ່ງແລ່ນມາຣາທອນໃນວັນທີ 15 ເມສາຜ່ານມານັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

Your browser doesn’t support HTML5

ວີດິໂອ ຄະນະສືບສວນ ເຫດລະເບີດແຕກ ຢູ່ບອສຕັນ