4 ຄົນ ເສຍຊີວິດ ໃນການໂຈມຕີ ຂະບວນລົດ ຜູ້ສະໝັກ ປະທານາທິບໍດີ ອັຟການິສຖານ (ສະໄລດ໌/ວີດີໂອ)

ຕຳຫຼວດອັຟການິສຖານ ກວດກາເບິ່ງບໍລິເວນທີ່ມີການໂຈມຕີ ສະຫຼະຊີບ ທີ່ນະຄອນຫຼວງກາບູລ (6 ມິຖຸນາ 2014)

ມີຜູ້ເສຍຊີວິດ ຢ່າງໜ້ອຍ 4 ຄົນ ຫລັງຈາກໄດ້ມີການໂຈມຕີດ້ວຍ
ລະເບີດ 2 ລູກ ໃສ່ຂະບວນລົດຂອງທ່ານ Abdullah Abdullah ຜູ້ສະໝັກປະທານາທິບໍດີທີ່ໄດ້ຮັບຄະແນນສຽງຫຼາຍກວ່າໝູ່ຂອງ
ອັຟການິສຖານ.

ນອກນັ້ນຍັງມີອີກຢ່າງໜ້ອຍ 16 ຄົນໄດ້ຮັບບາດເຈັບຍ້ອນເຫດ
ລະເບີດ ຊຶ່ງເກີດຂຶ້ນບໍ່ດົນ ຫລັງຈາກ ທ່ານ Abdullah ໄດ້ອອກ ຈາກບ່ອນໂຄສະນາຫາສຽງ ທີ່ນະຄອນຫລວງກາບູລ ໃນວັນສຸກ
ມື້ນີ້. ເຈົ້າໜ້າທີ່ຮັກສາຄວາມສະຫງົບກ່າວວ່າ ນຶ່ງໃນເຫດລະເບີດ ແມ່ນເປັນການໂຈມຕີສະຫຼະຊີບ.

Your browser doesn’t support HTML5

AFGHANISTAN BOMBING SOTVO


ທ່ານ Abdullah ບໍ່ໄດ້ຮັບບາດເຈັບແຕ່ປະການໃດ ແຕ່ໃນຖະແຫຼງການທີ່ອອກທາງ ໂທລະພາບບໍ່ດົນຫລັງຈາກໄດ້ມີການໂຈມຕີນັ້ນ ທ່ານເວົ້າວ່າ ອາລັກຂາຂອງທ່ານ 2
ຄົນໄດ້ຮັບບາດເຈັບ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ. ແຕ່ໃນມື້ວັນຈັນຜ່ານມານີ້ກຸ່ມຕາ ລີບານເຕືອນພວກມີສິດປ່ອນບັດ ບໍ່ໃຫ້ໄປໃຊ້ສິດໃຊ້ສຽງໃນລະຫວ່າງການປ່ອນບັດ ເລືອກຕັ້ງປະທານາທິບໍດີຮອບສອງ ໃນວັນທີ 14 ມິຖຸນານີ້.

ກຸ່ມຫົວຮຸນແຮງດັ່ງກ່າວໄດ້ອອກຖະແຫຼງການເວົ້າວ່າ ຕົນວາງແຜນທີ່ຈະທຳການໂຈມ ຕີເພີ້ມຂຶ້ນແນໃສ່ເພື່ອລົບກວນການປ່ອນບັດ ຊຶ່ງມີຂຶ້ນ ຍ້ອນບໍ່ມີຜູ້ສະໝັກຄົນໃດເປັນ ຜູ້ຊະນະແບບເດັດຂາດໃນການເລືອກຕັ້ງຮອບທຳອິດ ເມື່ອວັນທີ 5 ເມສາຜ່ານມາ.

ທ່ານ Abdullah ແມ່ນເປັນອະດີດລັດຖະມົນຕີຕ່າງປະເທດອັຟການິສຖານ. ທ່ານໄດ້ ຮັບຄະແນນສຽງທັງໝົດ 45 ເປີເຊັນ ໃນການປ່ອນບັດເມື່ອເດືອນເມສາ. ທ່ານຈະທຳ ການແຂ່ງຂັນກັບທ່ານ Ashraf Ghani ອະດີດເຈົ້າໜ້າທີ່ທະນາຄານໂລກ.

ເຫດລະເບີດ ຢູ່ ອັຟການິສຖານ