ລະເບີດຂະໜາດແຮງລູກນຶ່ງ ໄດ້ແຕກຂຶ້ນຢູ່ທີ່ຕະຫຼາດ ໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ໃນວັນສຸກມື້ນີ້ ເຮັດໃຫ້ຢ່າງໜ້ອຍ 18 ຄົນເສຍຊີວິດແລະອີກ 48 ຄົນໄດ້ຮັບບາດເຈັບ.
ຕຳຫຼວດກ່າວວ່າ ລູກລະເບີດ ທີ່ນຳໄປຫ້າງໄວ້ຢູ່ຮ້ານຂາຍເຄື່ອງບ່ອນນຶ່ງ ໄດ້ແຕກຂຶ້ນຢູ່ໃນຄຸ້ມຂອງພວກທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌ ໃນເມືອງແກັດຕາ ຊຶ່ງເປັນເມືອງເອກຂອງແຂວງບາລູຈິສຕານ ແລະສະມາຊິກຂອງຊຸມຊົນກຸ່ມນ້ອຍ ແມ່ນຮວມຢູ່ໃນບັນດາຜູ້ເຄາະຮ້າຍ.
ການສືບສວນກ່ຽວກັບການໂຈມຕີດັ່ງກ່າວໄດ້ເລີ້ມຂຶ້ນແລ້ວ ເພື່ອຈະລົງຄວາມເຫັນວ່າມີຈຸດປະສົງແນວໃດ ອີງຕາມຄຳເວົ້າ ຂອງທ່ານອັບດູລ ຣາສຊັກ ຊີນາ (Abdul Razzaq Cheena) ຮອງຜູ້ບັນຊາການຕຳຫຼວດ ໃນເມືອງດັ່ງກ່າວ.
ແຜນທີ່ເມືອງແກັດຕາ ປະເທດປາກິສຖານ
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ກ່ຽວກັບການວາງລະເບີດທີ່ບໍລິເວນຕະຫຼາດຮາຊາການຈີ ຊຶ່ງເຄີຍຖືກໂຈມຕີມາແລ້ວນັ້ນ.
ນາຍົກລັດຖະມົນຕີປາກິສຖານ ທ່ານອິມຣານ ຄານ ໄດ້ປະນາມການໂຈມຕີໃນວັນສຸກມື້ນີ້.
ກຸ່ມຫົວຮຸນແຮງແບ່ງແຍກດິນແດນບາລຸກ ແລະພວກຫົວຮຸນແຮງຈັດທີ່ຈົງຮັກພັກດີ ຕໍ່ກຸ່ມກໍ່ການຮ້າຍນອກກົດໝາຍຕາລີບານ ແລະລັດອິສລາມ ແມ່ນໄດ້ມີການເຄື່ອນໄຫວ ຢູ່ໃນແຂວງບາລູຈິສຕານ. ກຸ່ມກໍ່ການຮ້າຍເຫຼົ່ານີ້ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຫຼາຍໆຄັ້ງ ຕໍ່ກຳລັງຮັກສາຄວາມສະຫງົບ ແລະພົນລະເຮືອນ ຮວມທັງ ຕໍ່ປະຊາຄົມຊາວຊີໄອທ໌ຮາຊາຣາ. ແຂວງບາລູຈິສຖານ ມີຊາຍແດນຕິດກັບອັຟການິສຖານ ແລະມີການກ່າວຫາວ່າແຂວງດັ່ງກ່າວ ໄດ້ໃຫ້
ບ່ອນຫລົບລີ້ແກ່ພວກນັກລົບ ທີ່ເປັນເຄືອຂ່າຍ ຂອງກຸ່ມຕາລີບານໃນອັຟການິສຖານນຳດ້ວຍ.