ກຸ່ມໂບໂກຮາຣຳ ປ່ອຍປະຊາຊົນ ປະມານ 190 ຄົນ ທີ່ ຖືກຈັບໂຕໄປ

ຊາຍຄົນນຶ່ງ ຖືປ້າຍທີ່ອ່ານວ່າ "ຂ້ອຍເປັນຄົນໄນຈີເຣຍ ຢຸດກຸ່ມ ໂບໂກ ຮາຣຳໃນລະຫວ່າງການປະທ້ວງຕໍ່ຕ້ານພວກຫົວຮຸນແຮງ ຈັດ ທີ່ປາຣີ ວັນທີ 18, ມັງກອນ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ໂບ​ໂກ​
ຮາຣຳ ປ່ອຍ​ໂຕ​ພວກ​ປະຊາຊົນ​ເກືອບ 200 ຄົນ ທີ່​ຖືກ​ລັກ
ພາ​ໂຕ​ໄປ​ໃນ​ລັດ Yobe ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​
ໃນ​ຕົ້ນ​ເດືອນ​ມັງກອນ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ປະຊາຊົນ​ປະມານ 190 ຄົນ ສ່ວນ
​ຫຼາຍ​ເປັນ​ພວກ​ແມ່ຍິງ ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ລະຫວ່າງ​ວັນ​ສຸກ​
ແລະ​ວັນ​ເສົາ​ຜ່ານ​ມາ​ນີ້ ຫຼັງ​ຈາກ​ຖືກ​ລັກ​ຈັບໂຕ​ໄປ​ໃນ​ລະຫວ່າງ
​ການ​ໂຈມ​ຕີ​ໃນ​ວັນ​ທີ 6 ​ເດືອນ​ນີ້ ທີ່​ບ້ານ Katarko. ​ໃນ​ລະຫວ່າງ
​ການ​ບຸກໂຈມຕີນັ້ນ ພວກ​ມື​ປືນ​ກຸ່ມ​ໂບ​ໂກ​ຮາຣຳ ຈູດ​ບ້ານ​ເຜົາ​
ເຮືອນ​ຂອງ​ປະຊາຊົນ​ເປັນ​ສ່ວນ​ຫຼາຍ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ​ບາງ​ຄົນ​ອາດ​ຈະ​ຍັງ​ຖືກ​ກັກ​ໄວ້ເປັນ​ໂຕ​ປະກັນຢູ່.

ກຸ່ມ​ໂບ​ໂກ​ຮາຣຳ ​ໄດ້​ທຳ​ການ​ລັກພາ​ໂຕ​ປະຊາຊົນ​ຄັ້ງ​ໃຫຍ່ ​ມາໃນອະດີດ. ​ໃນ​ປີ​ແລ້ວ​ນີ້
ກຸ່ມ​ດັ່ງກ່າວ​ໄດ້​ລັກພາ​ໂຕ​ພວກ​ນັກຮຽນ​ຍິງ​ເກືອບ 300 ຄົນ​ຈາກ​ເມືອງ Chibok.

​ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງນັ້ນ ພວກ​ຫົວ​ຮຸນ​ແຮງ​ທີ່​ສົງ​ໄສ​ວ່າ​ແມ່ນ​ກຸ່ມ​ໂບ​ໂກ​ຮາຣຳ ​ແລະ​ກຳລັງ​ຂອງ​ໄນ​ຈີ​ເຣຍ ທຳ​ການ​ສູ້​ລົບ​ກັນ​ໃນ​ວັນ​ອາທິດ​ມື້​ນີ້​ໃນ​ເມືອງ Maiduguri ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ. ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ໃນ​ທັນທີ​ກ່ຽວ​ກັບ​ການບາດ​ເຈັບ​ແລະ​ລົ້ມ​ຕາຍ ​ທີ່​ອາດເປັນ​ໄປ​ໄດ້​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດທ່ານ John Kerry ຈະ​ເດີນ
ທາງ​ໄປ​ຍັງ​ໄນ​ຈີ​ເຣຍ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ພົບ​ປະ​ກັບ ບັນດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ ​ທີ່ມີຄະແນນນຳໜ້າ 2 ທ່ານ ​ແລະ​ຮຽກຮ້ອງ​ວ່າ ການ​ເລືອກ​ຕັ້ງ​ໃນ​ເດືອນ​ໜ້າ​ຈະຕ້ອງ​ດຳ​ເນີນ​ໄປ​ຢ່າງ​ເສລີ​ແລະ​ຍຸຕິ​ທຳ.

ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ທ່ານ Kerry ຈະ​ເດີນທາງ​ໄປ​ຍັງ​ນະຄອນ Lagos ​ເມືອງ​ໃຫຍ່​ສຸດ​ຂອງ​ໄນ​ຈີ​ເຣຍ ​ແລະ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ການ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​ໄປ​ຢ່າງ​ສັນຕິ​ແລະ​ໜ້າເຊື່ອ​ຖື​ໄດ້.

ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ ຈະ​ພົບ​ປະ​ກັບ​ປະທານາທິບໍດີ Goodluck Jonathan ທີ່​ກຳລັງ​ນຳພາ​ປະ​ເທດ​ໃນ​ປັດຈຸບັນ ​ແລະ​ຜູ້ ສະໝັກ​ຄູ່​ແຂ່ງຂັນ​ຝ່າຍ​ຄ້ານ ຄື​ທ່ານ Muhammadu Buhari ນັ້ນ.

ການ​ເລືອກ​ຕັ້ງ​ຕ່າງໆ​ທີ່​ຜ່ານ​ມາ​ໃນ​ໄນ​ຈີ​ເຣຍ ​ແມ່ນ​ປະສົບ​ກັບ​ຄວາມ​ວຸ້ນວາຍ. ​ໄຊຊະນະ​ຂອງ​ປະທານາທິບໍດີ Jonathan ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ໃນ​ການ​ເລືອກ​ຕັ້ງ​ໃນ​ປີ 2011 ​ໄດ້​ກະ​ຕຸ້ນ​ໃຫ້ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ໃນ​ພາກ​ເໜືອຂອງປະເທດ ທີ່​ໄດ້​ສັງຫານ​ປະຊາຊົນ​ໄປ​ປະມານ 800 ຄົນ​ນັ້ນ.

ການ​ເລືອກ​ຕັ້ງ​ປີ​ນີ້ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ໂດຍ​ການ​ລຸກ​ຮື​ຂຶ້ນ​ຂອງກຸ່ມ​ໂບ​ໂກ​ຮາຣຳ
ທີ່​ໄດ້​ສັງຫານ​ຜູ້​ຄົນ​ໄປ​ແລ້ວ​ຫລາຍ​ພັນ​ຄົນ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ແລະ​ການ​ຄວບ​ຄຸມ​ເປັນ​ສ່ວນ​ຫຼາຍ​ໃນ​ລັດ Borno ​ໂດຍ​ກຸ່ມ​ໂບ​ໂກ​ຮາຣຳນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ ​ໄດ້​ກ່າວ​ມາ​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະລັດຖະສະ
ພາ ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 14 ກຸມພາ​ຕາມກຳນົດເວລາ​ທີ່​ວາງ​ໄວ້.

Your browser doesn’t support HTML5

Nigeria BOKO HARAM CNPK