ພວກ Boko Haram ໂຈມຕີເມືອງ Gombe ຢູ່ໄນຈີເຣຍ

Your browser doesn’t support HTML5

ເບິ່ງວີດີໂອກ່ຽວກັບ ຂ່າວນີ້

ຜູ້​ປົກຄອງ​ລັດ Gombe ຂອງ​ໄນ​ຈີ​ເຣຍ ​ໄດ້​ປະກາດ​ໃຊ້​ການ​ຫ້າມ​
ອອກ​ຈາກ​ເຮືອນ​ຊານ ເປັນເວລາ 24 ຊົ່ວ​ໂມງ​ ​ໃນ​ການ​ຮັບ​ມື​ກັບ​
ການ​ໂຈມ​ຕີ​ຂອງ​ພວກ Boko Haram ທີ່​ໄດ້ພາ​ໃຫ້​ເກີດ​ການ​ຍິງ​
ຕໍ່ສູ້​ກັນ​ຢ່າງ​ໜັກ ​ໃນ​ວັນ​ເສົາ​ວານ​ນີ້.

​ໂຄສົກ​ຂອງ​ເຈົ້າຄອງ​ລັດ​ດັ່ງກ່າວ ​ໄດ້​ປະ​ກາດ​ການຫ້າມ​ສັນຈອນ ​
ໃນ​ວັນ​ເສົາ​ວານ​ນີ້ ແລະເວົ້າ​ວ່າ ເຖິງແມ່ນການ​ຕໍ່ສູ້​ກັນກຳລັງເກີດ
​ຂຶ້ນຢູ່​ໃນ​ເມືອງ​ Gombe ກໍ​ຕາມ ​ແຕ່ຫາກ​ການ​ຫ້າມ​ອອກ​ຈາກ
​ເຮືອນ​ຊານ ມີ​ກຳ​ນົດ​ໃຊ້ໃນທົ່ວ​ລັດ​ ຊຶ່ງ​ຊື່​ Gombe ຄື​ກັນ​ກັບ
ເມືອງນັ້ນ. ທ່ານ​ກ່າວ​ວ່າ ໃຫ້​ປະຊາຊົນຢູ່​ພາຍ​ໃນ​ເຮືອນ ຈົນ​ກວ່າ
ຈະ​ມີແຈ້ງ​ການເພີ້​ມຕື່ມ​ອີກ ​ໃນ​ຂະນະ​ທີ່​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ພະຍາຍາມ
​ຊອກ​ຫາ​ພວກ​ມື​ປືນ ​ແລະ ນຳ​ເອົາຄວາມເປັນລະບຽບ​ຮຽບຮ້ອຍ ກັບຄືນມາ.

ແຜນທີ່ ປະເທດໄນຈີເຣຍ ທີ່ສະແດງໃຫ້ເຫັນເຖິງ ລັດ Maiduguri ແລະ ລັດ Gombe.

ບໍ່​ມີ​ການ​ປະກາດ​ວ່າ ມີ​ຜູ້​ເສຍ​ຊີວິດ​ໃດໆ.

ລາຍ​ງານ​ຈຳນວນ​ ນຶ່ງ​ກ່າວ​ວ່າ ການ​ປິດ​ລ້ອມ​ແມ່ນ​ສິ້ນສຸດ​ລົງ​ແລ້ວ
​ແລະ ວ່າພວກ​ມື​ປືນໄດ້ ຫລົບໜີ​ໄປ ພ້ອມ​ກັນ​ກັບຊາກສົບຂອງ
​ສະມາ​ຊິກພວກ​ເຂົາ ​ແລະ ພວກທີ່​ໄດ້​ຮັບ​ບາດເຈັບ.

ລາຍ​ງານ​ຕ່າງໆ​ຈາກ​ບໍລິ​ເວນ​ທີ່​ເກີດ​ເຫດ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ
​ໄດ້​ເຜີຍ​ແຜ່​ ໜັງສືເຕືອນ​ພົນ​ລະ​ເມືອງ ບໍ່​ໃຫ້​ອອກ​ໄປ​ໃຊ້​ສິດ ​ໃນ
ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ທີ່ໄດ້​ກຳນົດຈະ​ມີຂຶ້ນ​ ໃນວັນ​ເສົາ​ທີ 14 ວານ
​ນີ້ ແຕ່​ໄດ້​ຖືກເລື່ອນ​ອອກ​ໄປ​ເປັນ​ເວລາ 6 ອາທິດ ຍ້ອນ​ຄວາມ​ກັງ
ວົນດ້ານຄວາມ​ປອດ​ໄພ.

Your browser doesn’t support HTML5

Nigerian Election Delay Draws Mixed Reaction

​ຢູ່​ໃນ​ໜັງ​ສື​ທີ່​ເຜີຍ​ແຜ່ອອກ​ໃນວັນ​ເສົາ​ວານ​ນີ້ ພວກ​ຫົວ​ຮຸນ​ແຮງ ສັນຍາ​ວ່າ ​ຈະ​ໂຈມ​ຕີ ສູນ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງທຸກໆ​ແຫ່ງ ​ໃນ​ລະຫວ່າງ​ການ​ເລືອກ​ຕັ້ງນັ້ນ. ໜັງສື​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້ພົນ​ບະ​ເມືອງ​ຊາວ​ມຸສລິ​ມ ​ໃຫ້​ຢູ່​ໃນ​ເຮືອນ ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ພວກ​ເຂົາ​ເຈົ້າ​ເອງ.

Your browser doesn’t support HTML5

Vigilantes Settle Local Scores With Boko Haram