ບໍລິສັດ Boeing ຈະເລີ່ມໃຫ້ພະນັກງານ ພັກວຽກຊົ່ວຄາວ ເພື່ອປະຢັດເງິນ

Your browser doesn’t support HTML5

ບໍລິສັດ Boeing ກ່າວໃນວັນພຸດວານນີ້ວ່າ ຕົນຈະເລີ່ມໃຫ້ພະນັກງານວິຊາຊີບ ແລະ ພະນັກງານຫ້ອງການ ພັກວຽກຊົ່ວຄາວ ເພື່ອປະຢັດເງິນ ທ່າມກາງການຢຸດວຽກ ປະທ້ວງຂອງພະນັກງານ ທີ່ໄດ້ສົ່ງຜົນໃຫ້ໂຮງງານຜະລິດໃນ ນະຄອນ ຊີອາໂທ ລັດວໍຊິງຕັນ ຕ້ອງປິດດຳເນີນການ