ປະຫວັດການບິນ ໄດ້ມີຂຶ້ນໃນອາທິດນີ້ ເມື່ອບໍລິສັດອະວະກາດໂບອິ້ງ (Boeing) ຂອງສະຫະລັດໄດ້ສົ່ງມອບເຮືອບິນໂດຍສານ 747 ທີ່ມີຊື່ສຽງລຳສຸດທ້າຍຂອງພວກເຂົາເຈົ້າ. ນາຕາຊ່າ ໂມຊໂກວາຢາ (Natasha Mozgovaya) ມີລາຍງານເລື່ອງນີ້ ຈາກລັດວໍຊິງຕັນ ຊຶ່ງອັດນາສັກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບເຮືອບິນ ໂບອິງ (BOEING) 747
ບັນດາຜູ້ບໍລິຫານ, ລູກຄ້າ ແລະພະນັກງານຂອງ Boeing ໄດ້ໄປເຕົ້າໂຮມກັນ ທີ່ໂຮງງານຢູ່ເມືອງເອເວີເຣັທ ລັດວໍຊິງຕັນຂອງບໍລິສັດ ເພື່ອອຳລາຍົນ 747 - ທີ່ມີຊື່ຫຼິ້ນວ່າ "ລາຊິນີແຫ່ງທ້ອງຟ້າ" - ໃນຂະນະທີ່ບໍລິສັດໄດ້ສົ່ງມອບເຮືອບິນອາຍພົ່ນ jumbo jet ລຳສຸດທ້າຍຂອງຕົນໃຫ້ແກ່ຜູ້ບໍລິສັດການຂົນສົ່ງທາງອາ ກາດ Atlas Air ຂອງສະຫະລັດ.
ທ່ານ ສະແຕນ ດຽລ, ຫົວໜ້າບໍລິຫານຂອງເຮືອບິນການຄ້າ Boeing ກ່າວວ່າ:
"ໃນຂະນະທີ່ພວກເຮົາໄດ້ປ່ຽນຫນ້າໃໝ່ໃນມື້ນີ້, ພວກເຮົາບໍ່ໄດ້ປິດຫນັງສືເຫຼັ້ມນີ້. ມັນເປັນພຽງແຕ່ບົດນຶ່ງ. ພວກເຮົາຈະມີບົດອື່ນຂອງເຮືອບິນ 747. ເຮືອບິນນີ້ຈະ ໄດ້ຮັບການສະຫນັບສະຫນູນ ໃນທົດສະວັດທີ່ຈະມາເຖິງ."
ພະນັກງານຂອງບໍລິສັດ Boeing ແລະພວກນັກຂ່າວເຂົາຮ່ວມພິທີມອບຮັບເຮືອບິນອາຍພົ່ນ 747 ຢູ່ໂຮງງານຜະລິດເຮືອບິນ Boeing ທີ່ເມືອງ Everett, ລັດວໍຊິງຕັນ, ວັນທີ 31 ມັງກອນ, 2023.
ທ່ານ. ຈອນ ທຣາໂວຕ້າ, ນັກສະແດງ ແລະ ນັກບິນ ກ່າວວ່າ:
"ເຖິງແມ່ນວ່າ ທ່ານເຂົ້າໃຈວິທະຍາສາດທີ່ຢູ່ເບື້ອງຫລັງຂອງການບິນ, ມັນບໍ່ມີຫຍັງ ຄືກັນກັບການເຫັນເຮືອບິນ 747 ອອກບິນ ເພື່ອເຕືອນທ່ານວ່າມັນມີມົນວິເສດ ຢູ່ທີ່ນີ້ສະເໝີ."
ສໍາລັບພະນັກງານຂອງບໍລິສັດ, ການກ່າວຄຳອຳລາ ແມ່ນຄວາມຂົມຂື່ນ. ທ່ານ. ໂອມາ ອິສເມລ ຮາຣຸນ ໄດ້ເຮັດວຽກກັບເຮືອບິນ 747 ລຳສຸດທ້າຍ.
ທ່ານໂອມາ ອິສເມລ ຮາຣຸນ, ພະນັກງານຂອງບໍລິສັດ Boeing ກ່າວວ່າ:
"ຂ້ອຍຫມາຍຄວາມວ່າໃນທາງດ້ານຄວາມຮູ້ສຶກແລ້ວ, ຂ້ອຍຮູ້ສຶກບໍ່ດີກ່ຽວກັບມັນ, ຂ້ອຍຫມາຍຄວາມວ່າ, ເພາະວ່າມັນເປັນຍົນທີ່ສົມບູນແບບ, ຂ້ອຍຫມາຍຄວາມວ່າ ມັນເປັນຍົນທີ່ດີເລີດ ຂ້ອຍມັກມັນ. ດັ່ງນັ້ນ, ໃນເວລາດຽວກັນ, ມັນແມ່ນການ ຕັດສິນໃຈຂອງບໍລິສັດ, ດັ່ງນັ້ນ ພວກເຮົາກໍ່ຕ້ອງໄດ້ເຮັດມັນ"
ຍົນລຳທໍາອິດທີ່ມີຂະໜາດລຳເຮືອກວ້າງກວ່າຍົນລຸ້ນກ່ອນນັ້ນ ເຖິງສອງເທົ່າ ໄດ້ອອກບິນຄັ້ງທຳອິດໃນປີ 1969 ແລະ ມັນໄດ້ຊ່ວຍນຳໄປສູ່ຍຸກແຫ່ງການເດີນ ທາງຂອງຄົນເປັນກຸ່ມໃຫຍ່. ທ່ານຢູຈິນ ເວັດເຊັດຕີ, ເຈົ້າໜ້າທີ່ຜູ້ໃຫ້ຄວາມຮູ້ ຢູ່ພິພິດທະພັນການບິນ ໃນນະຄອນ Seattle ເຄີຍເປັນອະດີດນັກບິນ 747.
ທ່ານຢູຈິນ ເວຊເຊັດຕີ ກ່າວວ່າ:
"ສາຍການບິນ Pan Am ມາທີ່ບໍລິສັດ Boeing, ພວກເຂົາຕ້ອງການເຮືອບິນ ຂະຫນາດໃຫຍ່ຂຶ້ນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ສຳລັບບ່ອນນັ່ງ ຕໍ່ໄມລ໌, ດັ່ງນັ້ນບໍລິສັດ Boeing ຈຶ່ງໄດ້ຕັດສິນໃຈດ້ວຍຕົນເອງທີ່ຈະສ້າງເຮືອບິນ 747 ທີ່ມີຂະໜາດ 360 ບ່ອນນັ່ງ. ພ້ອມນັ້ນ ພວກເຂົາຍັງຄິດອີກວ່າ ມັນຈະຫຼຸດຄວາມແອອັດຢູ່ ສະຫນາມ ບິນລົງເພາະວ່າເຈົ້າສາມາດເຄື່ອນຍ້າຍຜູ້ໂດຍສານຈໍານວນຫຼວງ ຫຼາຍເຂົ້າໄປໃນ ເຮືອບິນນຶ່ງລໍາ."
ສໍາລັບ 55 ປີຕໍ່ມາ, ບໍລິສັດ Boeing ໄດ້ສືບຕໍ່ຜະລິດເຮືອບິນ 747 ເຊິ່ງໃນ ໄລຍະຫຼາຍທົດສະວັດທີ່ຜ່ານມາ, ມັນໄດ້ປະຕິບັດພາລະກິດພິເສດ ເຊັ່ນ: ການຮັບໃຊ້ໃນການເດີນທາງຂອງບັນດາປະທານາທິບໍດີຂອງອາເມຣິກາ ...… ນໍາສະແດງໃນຮູບເງົາ James Bond … ແລະ ການຂົນສົ່ງສິນຄ້າພິເສດ — ລວມທັງປາວານ, ປາສະຫຼາມ ແລະ ກອງທັບນັກລົບທະຫານດິນເຜົາ (terra cotta warriors).
ມັນໄດ້ຮັບໃຊ້ເປັນ 'ຫ້ອງການບັງຄັບບັນຊາ’ ຂອງກອງທັບອາກາດສະຫະລັດ, ແລະ ຍ້ອນຂະຫນາດ ແລະ ປີກທີ່ຕ່ໍາຂອງມັນ, ມັນໄດ້ຖືກໃຊ້ເພື່ອຂົນສົ່ງຍານອະວະກາດໄປກັບຂອງອົງການ NASA.
ສໍາລັບຜູ້ໂດຍສານທົ່ວໄປ, ມັນໄດ້ເຮັດໃຫ້ຖ້ຽວບິນທາງໄກມີລາຄາຈັບຈ່າຍໄດ້ ແລະ ສະດວກສະບາຍ.
ທ່ານ ຢູຈິນ ເວຊເຊັດຕີ ກ່າວວ່າ: "ຂ້ອຍກຳລັງນັ່ງຢູ່ໃນຊັ້ນເທິງຂອງລຸ້ນທີ 1, ເຮືອບິນ 747 ລໍາທຳອິດ ທີ່ບິນໃນວັນທີ 9 ເດືອນກຸມພາ, ປີ 1969. ຊັ້ນເທິງ - ແມ່ນຈຸດເດັ່ນຂອງການເດີນທາງທີ່ຫລູຫລາ ໃນຊຸມປີ 70. ນີ້ແມ່ນທາງອອກສຸກເສີນຊັ້ນເທິງ — ເຈົ້າສາມາດນຶກພາບໄດ້ວ່າທາງສະໄລມັນຍາວ ປານໃດ.”
ທ່ານ ເວັດຊເຊດຕີ ເວົ້າວ່າ ແບບຂອງ 747 ແມ່ນບໍ່ເຂົ້າກັນ.
ທ່ານ. ຢູຈິນ ເວັດຊເຊັດຕີ ກ່າວຕື່ມວ່າ:
"ເຄື່ອງຈັກ 4 ເຄື່ອງ ແມ່ນເກີນຄວາມຈຳເປັນສຳລັບມັນ. ທ່ານສາມາດສູນເສຍເຄື່ອງຈັກນຶ່ງເຄື່ອງ, ເຄື່ອງຈັກສອງເຄື່ອງ, ແມ້ແຕ່ເຄື່ອງຈັກໜ່ວຍທີ່ສາມ, ແລະ ມັນຈະບິນດ້ວຍເຄື່ອງຈັກ ພຽງ 1 ເຄື່ອງ."
ເຮືອງບິນ 747 ນັບເປັນຮ້ອຍໆລຳ ຍັງສືບຕໍ່ໃຫ້ບໍລິການ ຊື່ງສ່ວນຫຼາຍແມ່ນຖ້ຽວ ບິນຂົນສົ່ງສິນຄ້າ.
ຮູບແຕ້ມ ໂບອິງ 747 ລຳສຸດທ້າຍເພື່ອລະນຶກເຖິງທ່ານ Joe Sutter, ທີ່ເປັນຫົວໜ້າປະດິດເຄື່ອງຈັກ Boeing 747 ໃນພິທີມອບຮັບຢູ່ໂຮງງານຜະລິດເຮືອບິນ Boeing ໃນເມືອງ Everett, ລັດວໍຊິງຕັນ, ວັນທີ 31 ມັງກອນ, 2023
ຜູ້ບໍລິຫານຂອງບໍລິສັດ Boeing ກ່າວວ່າ ປະຫວັດສາດອັນຍາວນານ ຂອງສາຍການບິນ ຍັງສືບຕໍ່ສ້າງແຮງບັນດານໃຈ ໃຫ້ເກີດນະວັດຕະກໍາໃນມື້ນີ້.