ເຈົ້າໜ້າທີ່ ພົບ 32 ສົບ ຢູ່ພາກໃຕ້ ເມັກຊິໂກ ທີ່ສົງໄສ ເປັນນ້ຳມື ກຸ່ມຄ້າຢາເສບຕິດ

ຮູບພາບຂອງພວກທີ່ຫາຍສາບສູນ ວາງສະແດງໃຫ້ເຫັນຢູ່ໃນ ເມືອງ Iguala, ລັດ Guerrero ປະເທດ Mexico.

ພວກ​ນັກ​ສືບສວນ​ຢູ່​ພາ​ກ​ໃຕ້​ເມັກ​ຊິ​ໂກ ​ໄດ້​ພົບ​ເຫັນຊາກ​ສົບ​ຂອງ 32 ຄົນ ​ແລະ​ຫົວ​ຄົນ​ເກົ້າ​ຫົວ​ທີ່​ໄດ້​ຝັງ​ໄວ້ຢູ່​ໃນ​ຂຸ​ມລັບ​ຈຳນວນ​ນຶ່ງ.

ການ​ຄົ້ນ​ພົບ​ທີ່​ໜ້າ​ຢ້ານ​ກົວ​ດັ່ງກ່າວ​ແມ່ນຖືກ​ຂຸດ​ຂຶ້ນ​ມາ ຈາກ​ສິບກວ່າຂຸມທີ່​ຝັງເຊື່ອງ​ໄວ້ຢູ່​ໃນ​ເມືອງ Zitlala ລັດ Guerrero ຊຶ່ງ​ເປັນ​ທີ່​ຕັ້ງ ຂອງ​ກຸ່ມ​ຄ້າຢາ​ເສ​ບຕິດທີ່​ເປັນ​ຄູ່​ແຂ່ງ​ກັນ ຫຼາຍໆ​ກຸ່ມ. ​ເຂດ​ດັ່ງກ່າວ ​ໄດ້​ປະສົບ​ກັບ​ຄື້ນຟອງ ​ການ​ລັກພາ​ໂຕ ການ​ຄາດ​ຕະ​ກຳ ແລະ​ການ​ຍາດ​ແຍ່ງ​ກັນ​ເຂດ​ຄວບ​ຄຸມ. ກຸ່ມ​ຄ້າ​ຢາ​ເສບ​ຕິດ ແມ່ນເປັນທີ່​ຮູ້​ກັນ​ດີວ່າ ​ໄດ້ຝັງ​ພວກ​ເຄາະ​ຮ້າຍ​ຢູ່​ໃນ​ຂຸມ​ຝັງ​ສົບ​ລັບຈຳນວນ​ນຶ່ງ.

ພວກ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ​ ຊາກ​ສົບ​ເຫຼົ່ານີ້​ໄດ້​ຖືກ​ສົ່ງ​ໄປ​ທີ່​ເມືອງ Chilpancingo ​ຊຶ່ງ​ເປັນ​ເມືອງ​ເອກຂອງ​ລັດ ​ເພື່ອ​ທຳ​ການ​ພິສູດ.

ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ເມັກ​ຊິ​ໂກ ​ໄດ້​ພົບ​ເຫັນ​ຊາກ​ສົບ​ເຫຼົ່ານີ້ ​ຫລັງ​ຈາກ​ໄດ້​ຮັບ​ຂ່າວ​ໂດຍ​ພວກ​ທີ່​ບໍ່​ບອກ​ຊື່ວ່າ ມີ​ຄົນ​ຖືກ​ກັກ​ຂັງ​ໄວ້ ​ຢູ່​ໃນ​ສູນ​ແຫ່ງ​ນຶ່ງ​. ​ເວລາ​ເຂົາ​ເຈົ້າໄປ​ເຖິງ​ບ່ອນ​ດັ່ງກ່າວ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ຜູ້​ເຄາະ​ຮ້າຍ ​ທີ່​ຖືກ​ລັກພາ​ໂຕ. ລາຍ​ລະອຽດ​ກ່ຽວ​ກັບ​ຜູ້​ເຄາະ​ຮ້າຍ​ ຍັງ​ບໍ່​ທັນມີ​ການ​ເປີດ​ເຜີຍໃນທັນ​ທີ​ເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ