8 ຄົນເສຍຊີວິດ ແລະຫລາຍຄົນໄດ້ຮັບບາດເຈັບ ຍ້ອນອຸປະຕິເຫດເຮືອຫລົ້ມ ທີ່ອ່າງນໍ້າງື່ມ

ພາບຂອງຄົນເຂົ້າໄປຢ້ຽມເບິ່ງສົບຂອງຜູ້ໄດ້ຮັບເຄາະຮ້າຍຈາກເຫດເຮືອທ່ອງທ່ຽວຫລົ້ມ ທີ່ອ່າງນໍ່າງື່ມ.

ຖ້າມກາງລົມແຮງ ແລະຝົນຕົກ ເຮັດໃຫ້ເຮືອນໍາທ່ຽວສໍາລັບແຂກພິເສດຫລົ້ມ ທີ່ ອ່າງນໍ້າງື່ມໃນເວລາປະມານ 10:20 ນາທີຕອນເຊົ້າຂອງວັນອາທິດວານນີ້ຫລັງ ຈາກລ່ອງເຮືອ ອອກໄປຈາກແຄມຝັ່ງ 400 ແມັດຫລື 20 ນາທີ ຊຶ່ງເຮັດໃຫ້ 8 ຄົນເສຍຊີວິດແລະໄດ້ຮັບບາດເຈັບອີກຫລາຍຄົນ. ໃນຈໍານວນຜູ້ເສຍຊິວິດນັ້ນ ລວມມີທ່ານນາງແກ້ວສາຍໃຈ ໄຊຍະສອນ, ພັນລະຍາຂອງອະດີດປະທານ ປະເທດ ຈູມມະລີ ໄຊຍະສອນ, ລູກໄພ້ຂອງເພິ່ນ ແລະສະມາຊິກຄອບຄົວຂອງເພິ່ນຄົນອື່ນອີກ, ອີງຕາມຜູ້ທີ່ຮູ້ເຫດການ ທ່ານນຶ່ງ ໃນນະຄອນຫລວງວຽງຈັນ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

Your browser doesn’t support HTML5

ສຽງ ຂອງຜູ້ເຫັນເຫດການ

ເຮືອລໍາດັ່ງກ່າວເປັນເຮືອທ່ອງທ່ຽວພິເສດທີ່ຜະລິດຈາກຕ່າງປະເທດ ຊຶ່ງມີຜູ້ໂດຍສານທັງໝົດ 30 ກວ່າຄົນຢູ່ໃນເຮືອລໍາດັ່ງກ່າວ. ອີງຕາມລາຍງານຂັ້ນຕົ້ນ ກໍຄືໃນຕອນບ່າຍຂອງມື້ເກີດເຫດນັ້ນ ໃນຈໍານວນ 30 ກວ່າຄົນໃນເຮືອລໍານັ້ນລວມມີຄົນຈີນ 4 ຄົນ. ສ່ວນສົບຂອງຜູ້ເສຍຊີວິດປັດຈຸບັນໄດ້ນໍາເອົາບໍາເພັນກຸສົນໄວ້ທີ່ຄ້າຍທະຫານໂພນເຄັງເພື່ອທໍາພິທີຕາມຮີດຄອງປະເພນີທາງສາສະໜາ.