ຈີນຟ້ອງທ່ານ Bo Xilai ໃນຂໍ້ຫາ ຮັບສິນບົນ ແລະ ສໍ້ລາດບັງຫຼວງ (ວີດິໂອ)

ທ່ານ Bo Xilai ອະດີດນັກການເມຶອງ ພັກຄອມມິວນິສຈີນ ຈະຖືກສານພິຈາລະນາ ໃນຂໍ້ຫາສໍ້ລາດບັງຫລວງ ແລະໃຊ້ອໍານາດເຖື່ອນ.

ສື່​ມວນ​ຊົນຂອງ​ທາງ​ການ​ຈີນ ກ່າວ​ວ່າ ທ່ານ Bo Xilai ນັກ​ການ​
ເມືອງຂອງ​ພັກ​ຄອມ​ມິ​ວນິສ ທີ່​ອັບອາຍ​ຂາຍໜ້າ ​ໄດ້​ຖືກຟ້ອງໃນ​
ຂໍ້​ຫາຮັບ​ເງິນ​ສິນ​ບົນ ສໍ້ລາດ​ບັງ​ ຫລວງ ​ແລະ​ໃຊ້​ອໍານາດເຖື່ອນ.

ອົງການ​ຂ່າວຊິນ​ຫົວ ຂອງ​ທາງ​ການ​ຈີນ ກ່າວ​ວ່າ ທ່ານ Bo ​ໄດ້
​ຖືກ​ຟ້ອງ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ Jinan ​ເມືອງເອກ ຂອງ​ແຂວງ
Shandong ​ ທີ່​ຕັ້ງຢູ່ໃນ ​ເຂດ​ແຄມຝັ່ງ​ທະ​ເລ​ກໍ້າຕາ​ເວັນ​ອອກ​
ຂອງ​ປະ​ເທດ.

​ອົງການ​ຂ່າວຊິນ​ຫົວໄດ້​ອ້າງ​ຄຳ​ເວົ້າຢູ່​ໃນ​ສຳນວນ​ຟ້ອງ ທີ່​ກ່າວ
​ຫາ​ທ່ານ Bo ວ່າ ສວຍ​ໂອກາດ​ໃຊ້​ໜ້າ​ທີ່​ຂອງ​ທ່ານ ໃນ​ຖານະ
​ລັດຖະກອນ​ພົນລະ​ເຮືອນ “ຊອກ​ຫາ​ຜົນ​ປະ​ໂຫຍ​ດ​ຈາກຄົນ​ອື່ນ.” ສຳນວນ​ຟ້ອງ​ຍັງ​ກ່າວ​ອີກ​ວ່າ ທ່ານ​ໄດ້​ຮັ​ບເງິນ ​ແລະ​ຊັບ​ສົມ​ບັດເປັນ “ຈໍານວນ​ຫລວງຫລາຍ​.”

ຍັງ​ບໍ່​ມີ​ການ​ກຳນົດ​ວັນເວລາ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີທີ່​ມີ​ການລໍຄອຍຖ້າ​ ມາ​ເປັນດົນ​ນານ​ແລ້ວ​ນັ້ນ ຊຶ່ງ​ຈະ​ເປັນ​ຄະດີ​ທີ່​ນອງ​ນັນ​ທີ່​ສຸດ ໃນຮອບ​ຫລາຍໆ​ທົດ​ສະ​ວັດ. ສື່​ມວນ​ຊົນ​ຈໍານວນ​ນຶ່ງ​ລາຍ​ງານ​ວ່າ ການ​ດຳ​ເນີນ​ຄະດີອາດ​ຈະ​ເລີ້ມ​ໃນ​ຕົ້ນ​ອາທິດ​ນີ້ ຫລື​ອາດ​ຈະ​ເປັນ​ເດືອນ​ໜ້າກໍ​ໄດ້.

ສຳນວນ​ຟ້ອງບໍ່​ໄດ້​ກ່າວ​ຢ່າງ​ເປັນ​ການສະ​ເພາະເຈາະ​ຈົງ​ ເຖິງຄະດີທີ່​ພົວພັນ​ກັບ ພັນ​ລະ​ຍາ​ຂອງທ່ານ Bo ຄືທ່ານ​ນາງ Gu Kailai ​ທີ່​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ ໃນ​ປີ​ກາຍ​ນີ້ ​ໃນ​
ຂໍ້​ຫາ​ຄາດ​ຕະກໍາ ນັກ​ທຸລະ​ກິດອັງກິດ ທ່ານ Neil Heywood ຍ້ອນ​ເກີດ​ການ​ຂັດ​ແຍ້​ງ
ທາງດ້ານ​ການ​ເງິນ.

ເບິ່ງວີດິໂອ ກ່ຽວກັບຂ່າວນີ້:

Your browser doesn’t support HTML5

China Indicts Disgraced Politician Bo Xilai