ພວກນັກຄົ້ນຄວ້າຊາວສະເປນໄດ້ພາກັນພັດທະນາເຕັກນິກອັນນຶ່ງຂຶ້ນມາ ເພື່ອແກ້ໄຂ
ຄວາມຕຶງຄຽດຢ່າງໜັກທາງດ້ານສະໝອງ ທີ່ເປັນຄວາມເຄັ່ງຕຶງທີ່ຮ້າຍແຮງ ໃນໄລຍະສັ້ນ
ຊຶ່ງເກີດຂຶ້ນຍ້ອນມີການຜິດຖຽງກັນໃນໄລຍະທີ່ມີການພົວພັນທາງດ້ານສັງຄົມ ຫລືການ
ພົວພັນ ສ່ວນຕົວບຸກຄົນນັ້ນ ໄດ້ຢ່າງວ່ອງໄວ. ການປິ່ນປົວດັ່ງກ່າວ ແມ່ນພົວພັນກັບການ
ໃຊ້ແສງໄຟສີຟ້າທີ່ເປັນຄືກັນກັບແຜ່ນກະດານ. ມາຣຽມມາ ດີຢາໂລ (Mariama Diallo)
ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.
Your browser doesn’t support HTML5
ພວກນັກຄົ້ນຄວ້າເວົ້າວ່າ ມັນອາດໃຊ້ເວລານານກວ່າ 30 ນາທີເພື່ອຊ່ວຍໃຫ້ຄົນທີ່ທົນ
ທຸກຕໍ່ຄວາມຕຶງຄຽດທາງສະໝອງຢ່າງຮ້າຍແຮງ ຟື້ນຄືນຈາກຊ່ວງໄລຍະທີ່ມີສະພາບ
ການດັ່ງກ່າວນັ້ນໄດ້. ແຕ່ພວກເຂົາເຈົ້າກໍໄດ້ຄົ້ນພົບວ່າ ເມື່ອຄົນເຈັບໄດ້ຮັບແສງທີ່ສາດ
ສ່ອງມາໃສ່ເປັນສີຟ້າ ຂັ້ນຕອນການຜ່ອນຄາຍຄວາມເຄັ່ງຕຶງກໍຈະເກີດຂຶ້ນໄວກວ່າເກົ່າ.
ທ່ານ ເຮຊຸສ ມິງກິວລົງ (Jesus Minguillon), ນັກຄົ້ນຄວ້າ ຈາກມະຫາວິ ທະຍາໄລ
ກຣານາດາ (Granada) ເວົ້າເປັນພາສາສະເປນວ່າ:
“ພວກເຮົາສົມທຽບການຜ່ອນຄາຍຄວາມຕຶງຄຽດໂດຍໃຊ້ແສງສາດສ່ອງສີຟ້າໃສ່ກັບ
ແສງສີຂາວ ແລະກໍພົບວ່າແສງໄຟສີຟ້າພາໃຫ້ບັນລຸເຖິງຈຸດຕຶງຄຽດໜ້ອຍທີ່ສຸດຂອງ
ຄົນໄວກວ່າແສງໄຟສີຂາວ 3 ເທື່ອ.”
ພາຍຫລັງທີ່ສິ້ນສຸດການກວດເບິ່ງຄວາມຕຶງຄຽດ, ພວກອາສາສະໝັກເຂົ້າຮ່ວມການຄົ້ນ
ຄວ້ານີ້ ກໍໄດ້ຮັບແສງສີຟ້າສາດສ່ອງມາໃສ່ ໃນຂະນະທີ່ພວກເຂົາເຈົ້ານັ່ງຢູ່ເທິງຕັ່ງນວມ
ທີ່ມີຮູບຊົງຄືຖົງໃນໝາກຖົ່ວ. ເຂົາເຈົ້າໃສ່ ໝວກບັນທຶກຄື້ນໄຟຟ້າໃນສະໝອງ ຫລື EEG
ເພື່ອບັນທຶກຂໍ້ມູນ.
ຜົນການຄົ້ນຄວ້ານີ້ ສາມາດເຮັດໃຫ້ມີການປ່ຽນແປງບັນຫາການປະພຶດຂອງເດັກນ້ອຍ
ຢູ່ໃນຫ້ອງຮຽນໄດ້.
ສາດສະດາອາຈານ ມິແກລ ແອນໂຈລ ໂລເປສ ກໍໂດ (Miguel Angel Lopez Gordo)
ທີ່ມະຫາວິທະຍາໄລກຣານາດາ (Granada) ເວົ້າເປັນພາສາສະເປນວ່າ:
“ເມື່ອໃດເດັກນ້ອຍຢູ່ໃນໜີ້ ມີອາການດື້ດ້ານຢ່າງແຮງ ມັນອາດໃຊ້ເວລານານເຖິງເຄິ່ງ
ຊົ່ວໂມງຈຶ່ງຈະສາມາດຜ່ອນຄາຍອາການນັ້ນລົງໄດ້ ແຕ່ວ່າເມື່ອໃຊ້ແສງສີຟ້າ ພວກເຂົາ
ກໍຈະສາມາດຫລຸດຜ່ອນອາການນັ້ນໄດ້ພາຍໃນ 1 ນາທີ ຫລືປະມານນັ້ນຫລະ. ພວກ
ເຮົາສະແດງໃຫ້ເຫັນວ່າ ພວກເຂົາບໍ່ຕ້ອງຖືກບອກໃຫ້ອອກໄປຢູ່ນອກຫ້ອງ ດົນປານໃດ.”
ເທັກນິກອັນນີ້ຍັງສາມາດນຳເອົາໄປໃຊ້ຢູ່ນອກຫ້ອງຮຽນອີກດ້ວຍ.
ສາດສະດາອາຈານກໍໂດກ່າວເພີ້ມອີກວ່າ “ຕົວຢ່າງເຊັ່ນ ໃຜຜູ້ນຶ່ງທີ່ຂີ່ລົດໄປການໃນເຊົ້າ
ວັນຈັນ ແລະມີຄວາມຕຶງຄຽດຫລາຍພາຍຫລັງທີ່ມີລົດຕິດ. ພວກເຂົາເຈົ້າອາດຈະເຂົ້າໄປ
ຢູ່ໃນຫ້ອງແບບນີ້ ປະມານ 3 ນາທີ ເພື່ອໄປຮັບເອົາແສງສີຟ້າສາດໃສ່... ມັນອາດຊ່ວຍ
ເຮັດໃຫ້ພວກເຂົາເຈົ້າສາມາດຜ່ອນຄາຍຄວາມຕຶງຄຽດໄດ້ເຊັ່ນດຽວກັນໃນເວລາທີ່ພວກ
ເຂົາເຈົ້າກັບບ້ານ.
ເພາະສະນັ້ນ ມັນຊ່ວຍປັບປຸງຄຸນນະພາບຂອງຊີວິດຄົນໄດ້ຢ່າງຫລວງຫລາຍ.
ທ່ານນາງ ມາຣິອາ ໂຮເຊ ແຊນເຊ ແຄຣິອອນ ຈາກມະຫາວິທະຍາໄລກຣານາດາ
(Granada)ເວົ້າເປັນພາສາສະເປນເຊັ່ນກັນວ່າ:
“ພວກເຮົາຫວັງວ່າອັນນີ້ຈະເປີດປະຕູໃຫ້ແກ່ຂະແໜງການກາຍະບໍາບັດ ເພື່ອໃຫ້ມີການ
ຊ່ວຍເຫລືອ ແກ່ປະຊາຊົນທີ່ມີບັນຫາສຸຂະພາບທາງສະໝອງແລະກໍຊ່ວຍປະຊາຊົນອື່ນໆ
ນອກເໜືອຈາກພວກນີ້ ເພື່ອເຮັດໃຫ້ທຸກຄົນໃຫ້ມີໄລຍະທີ່ຜ່ອນ ຄາຍຄວາມຕຶງຄຽດໄດ້.”
ບົດຄົ້ນຄວ້ານີ້ໄດ້ພິມເຜີຍແຜ່ຢູ່ໃນວາລະສານ PlosOne ຊຶ່ງເປັນວາລະສານທີ່ມີການ
ກວດທົບທວນ ລະຫວ່າງພວກນັກຄົ້ນຄວ້ານໍາກັນ ແລະເປັນວາລະສານດ້ານວິທະຍາສາດ
ທີ່ເປີດກວ້າງ ໃຫ້ຄົນເຂົ້າເບິ່ງໄດ້ ໂດຍຫໍສະໝຸດລັດດ້ານວິ ທະຍາສາດ ທີ່ເປັນອົງການບໍ່
ຫວັງຜົນກໍາໄລນັ້ນ.