ອົງການອະນາໄມໂລກ ຫລື WHO ຮຽກຮ້ອງໃຫ້ປະຊາຄົມ
ການແພດ ສາກົນ ເພີ້ມທະວີຄວາມພະຍາຍາມ ໃນການ
ປ້ອງກັນ ແລະຄວບຄຸມ ໂຣກຄວາມດັນເລືອດສູງ ຊຶ່ງເປັນ
ສາເຫດສໍາຄັນທີ່ພາໃຫ້ເກີດໂຣກຫົວໃຈ, ໂຣກລົມສາລະບາດ
ຫລື Stroke ແລະການເສຍຊີວິດນັ້ນ. ອົງການວ່າ ດ້ວຍສຸຂະ
ພາບຂອງສະຫະປະຊາຊາດດັ່ງກ່າວ ເວົ້າວ່າ 1 ສ່ວນ 3 ຂອງ
ປະຊາຊົນ ທີ່ມີອາຍຸ 25 ປີຂຶ້ນໄປ ແມ່ນມີຄວາມດັນເລືອດສູງ.
Carol Pearson ຜູ້ສື່ຂ່າວວີໂອເອ ລາຍງານວ່າຫລາຍໆຄົນ
ບໍ່ຮູ້ດ້ວຍຊໍ້າວ່າ ຕົນເອງເປັນໂຣກດັ່ງກ່າວ. ບົວສະຫວັນມີ
ລາຍລະອຽດຂອງເລື້ອງນີ້ ມາສະເໜີທ່ານ:
ເບິ່ງວີດິໂອ ແລະຮຽນພາສາອັງກິດໄປພ້ອມ
http://learningenglish.voanews.com/flashembed.aspx?t=vid&id=1660708&w=500&h=429&skin=embeded
ຫົວໃຈຄືກໍາລັງແຮງຂອງຊີວິດເຮົາ. ມັນປໍ້າເລືອດທີ່ມີທາດອອ໊ກຊີເຈນໄປຫລໍ່ລ້ຽງອະໄວ
ຍະວະທຸກສ່ວນໃນຮ່າງກາຍຂອງເຮົາ. ໃນຂະນະທີ່ ເລືອດໄຫລຜ່ານເສັ້ນເລືອດນັ້ນ ມັນ
ສ້າງຄວາມກົດດັນຕໍ່ ຝາດ້ານໃນຂອງເສັ້ນເລືອດ. ນາງພະຍາບານກວດເບິ່ງຄວາມດັນ
ຂອງເລືອດ ໂດຍການເອົາຜ້າແທກຄວາມດັນເລືອດ ພັນແໜ້ນໜ້ອຍນຶ່ງອອ້ມກົກແຂນ. ດຣ. George Thomas ທີ່ຄລີນິກ Cleveland ລັດໂອໄຮໂອ ອະທິບາຍດັ່ງນີ້:
“ເວລາທ່ານໄປຫາທ່ານໝໍ ທ່ານຈະເຫັນວ່າ ຄວາມດັນເລືອດແມ່ນຖືກລາຍງານ
ເປັນສອງຕົວເລກ. ມີຕົວເລກຢູ່ຂ້າງເທິງ ຊຶ່ງເອີ້ນວ່າ ຄວາມດັນ systolic ແລະ
ຕົວເລກຢູ່ທາງລຸ່ມ ເອີ້ນວ່າ ຄວາມດັນ diastolic.”
ຕົວເລກຢູ່ຂ້າງເທິງ ຫລື ຄວາມດັນ systolic ສະແດງໃຫ້ເຫັນຄວາມດັນຢູ່ຂ້າງໃນເສັ້ນ
ເລືອດ ເວລາຫົວໃຈກໍາລັງເຕ້ນຢູ່. ສ່ວນຕົວເລກຂ້າງລຸ່ມ ຫລື ຄວາມດັນ diastolic ສະແດງໃຫ້ເຫັນຄວາມດັນ ໃນເວລາທີ່ຫົວໃຈຢຸດພັກ ຫລືໃນຊ່ວງລະຫວ່າງກາງ ການ
ເຕັ້ນຂອງຫົວໃຈ ແຕ່ລະຄັ້ງ.
ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:
ດຣ. Stephan Havas ຈາກໂຮງຮຽນແພດສາດຂອງມະຫາວິທະຍາໄລ ລັດ Maryland
ເວົ້າວ່າ ຕົວເລກທັງສອງແມ່ນມີຄວາມສໍາຄັນ. ຊຶ່ງທ່ານໃຫ້ຄໍາເຫັນວ່າ:
“ຕົວເລກໃດກໍຕາມທີ່ສູງກວ່າ 115 ສໍາລັບຕົວເລກທາງເທິງ ຫລືຄວາມດັນ
systolic ແລະ 75 ສໍາລັບຕົວເລກທາງລຸ່ມ ຫລື ຄວາມດັນ diastolic ນັ້ນ
ແມ່ນລ້ວນແຕ່ເພີ້ມຄວາມສ່ຽງທັງນັ້ນ. ສໍາລັບຄວາມດັນ systolic ນັ້ນ ແຕ່ລະ
20 ມິລິແມັດໃດ ທີ່ສູງເກີນ 115 ຄວາມສ່ຽງຕໍ່ການເປັນພະຍາດຕ່າງໆ ແມ່ນ
ເພີ້ມຂຶ້ນເປັນສອງເທົ່າ.”
ຍິ່ງຕົວເລກສູງຂຶ້ນເທົ່າໃດ ກໍຍິ່ງສະແດງວ່າ ມີຄວາມດັນເລືອດສູງຫລາຍຂຶ້ນເທົ່ານັ້ນ ຊຶ່ງ
ຄໍາສັບທາງການແພດພາສາອັງກິດເອີ້ນວ່າ hypertension.
ດຣ. George Thomas ອະທິບາຍວ່າ: “ເມື່ອມີຄວາມດັນເລືອດສູງ ມັນກໍມີແຮງ
ດັນສູງຂຶ້ນຕໍ່ຝາດ້ານໃນຂອງເສັ້ນເລືອດ ແລະເສັ້ນເລືອດ ເຫລົ່ານີ້ ແມ່ນເສັ້ນ
ເລືອດທີ່ໄປຫລໍ່ລ້ຽງສະໝອງ, ຫົວໃຈ ແລະໝາກ ໄຂ່ຫລັງຂອງເຮົາ. ສະນັ້ນ ມັນຈຶ່ງມີຄວາມສ່ຽງຕໍ່ການເຮັດໃຫ້ອະໄວ ຍະວະຕ່າງໆຖືກທໍາລາຍນັ້ນສູງຂຶ້ນ
ໂດຍສະເພາະແລ້ວ ແມ່ນພະຍາດ ໝາກໄຂ່ຫລັງ ແລະໂຣກລົມສາລະບາດ
ຫລື Stroke.”
ເບິ່ງວີດິໂອລານງານນີ້ ເປັນພາສາອັງກິດ:
http://www.voanews.com/flashembed.aspx?t=vid&id=1635949&w=640&h=429&skin=embeded
ການມີຄວາມດັນເລືອດສູງ ໝາຍຄວາມວ່າ ຫົວໃຈຈະຕ້ອງປໍ້າເລືອດແຮງ ຂຶ້ນກວ່າເກົ່າ
ຊຶ່ງເຮັດໃຫ້ກ້າມເນື້ອຫົວໃຈອ່ອນເພຍລົງ ແລະສາມາດນໍາ ໄປສູ່ການເປັນໂຣກຫົວໃຈ ວາຍ ຫລື ຫົວໃຈລົ້ມເເຫລວໄດ້.
ບໍ່ມີສາເຫດທີ່ສາມາດກໍານົດໄດ້ຢ່າງຄັກແນ່ ສໍາລັບ 95 ເປີເຊັນຂອງຄົນທີ່ເປັນໂຣກ ຄວາມດັນເລືອດສູງ ແຕ່ວ່າ ມີປະເດັນຄວາມສ່ຽງຢູ່ຫລາຍຢ່າງ ເປັນຕົ້ນວ່າອາຍຸ. ເວລາ
ອາຍຸແກ່ຂຶ້ນໄປ ເສັ້ນເລືອດກໍອາດຈະແຂງໂຕຂຶ້ນ. ເຊື້ອກໍາມະພັນກໍມີສ່ວນ, ສະນັ້ນ
ປະຫວັດຄອບຄົວແມ່ນມີຄວາມສໍາຄັນ. ການມີນໍ້າໜັກຫລາຍເກີນໄປ ກໍສາມາດພາໃຫ້
ຄວາມດັນເລືອດສູງຂຶ້ນໄດ້ເຊັ່ນກັນ. ການສູບຢາແລະກິນອາຫານທີ່ໃສ່ເກືອຫລາຍກໍພາ
ໃຫ້ເປັນໂຣກນີ້ໄດ້ ເຊັ່ນກັນ.
ດຣ. George Thomas ເວົ້າວ່າ: “ເວລາຂ້າພະເຈົ້າຖາມຜູ້ຄົນກ່ຽວກັບການ
ກິນເກືອ ພວກເຂົາເຈົ້າມັກຈະເວົ້າວ່າ ເຂົາເຈົ້າບໍ່ໄດ້ໃສ່ເກືອ. ນັ້ນເປັນສິ່ງທີດີ
ແຕ່ຢ່າງໃດກໍຕາມ ທ່ານຄວນຈະຈໍາໄວ້ວ່າ ເກືອ ຫລືທາດໂຊດຽມ ສ່ວນໃຫຍ່
ແມ່ນມາຈາກ ອາຫານປຸງແຕ່ງສໍາເລັດຮູບ . ສະນັ້ນ ອາຫານປຸງແຕ່ງໃດໆກໍ
ຕາມ ທີ່ມານໍາກະປອ໋ງ ກັບ ຂວດ ແລະວ່າ ຖົງ ແມ່ນມີເກືອປົນຢູ່ໃນລະດັບສູງ”
ຮ່າງກາຍຂອງຄົນຕ້ອງການເກືອ ພຽງແຕ່ 150 ມິລິກຣາມຕໍ່ມື້. ຄົນອາເມຣິກັນສ່ວນຫລາຍ
ກິນເກືອ ປະມານ ສາມຫາສີ່ພັນ ມິລິກຣາມຕໍ່ມື້ ແລະນັ້ນແມ່ນສາເຫດທີ່ບັນດາທ່ານໝໍ
ທັງຫລາຍ ພາກັນເຕືອນກ່ຽວກັບ ປະລິມານເກືອໃນອາຫານສໍາເລັດຮູບ ທີ່ມີຈໍາໜ່າຍ
ຂາຍກັນຢູ່ທົ່ວໄປ.ງດຣ. Stephan Havas ເວົ້າວ່າ:
”ການເສຍຊີວິດທີ່ມີສາເຫດມາຈາກ ການກິນເກືອຫລາຍເກີນໄປ ແມ່ນມີຈໍາ
ນວນຫລວງຫລາຍ ທຽບເທົ່າ ກັນກັບເຮືອບິນອາພົ່ນລໍາໃຫຍ່ ທີ່ມີຄົນໂດຍສານ
ຫລາຍກວ່າ 400 ຄົນ ຕົກຢູ່ໃນແຕ່ລະມື້ ປີແລ້ວ ປີເຫລົ່າ. ”
ພວກທ່ານໝໍເວົ້າວ່າການກິນອາຫານທີ່ດີ ກໍຄືອາຫານທີ່ມີປະລິມານເກືອຕໍ່າ, ໄຂມັນຕໍ່າ,
ໝາກໄມ້, ຜັກ, ແລະອາຫານປະເພດເມັດທີ່ບໍ່ໄດ້ປອກ ກາບຫລ້ອນຫລາຍ ທີ່ເອີ້ນວ່າ whole
grains ແມ່ນສາມາດຊ່ວຍຄວບ ຄຸມຄວາມດັນເລືອດສູງໄດ້. ການຫລຸດນໍ້າໜັກລົງກໍສາມາດ
ຊ່ວຍໄດ້ເຊ່ນກັນພ້ອມທັງການບໍ່ສູບຢາ. ອີກສິ່ງນຶ່ງທີ່ສໍາຄັນ ກໍຄື: ກວດເບິ່ງຄວາມດັນເລືອດ
ຢູ່ເລື້ອຍໆ ເພາະວ່າໂຣກຄວາມດັນເລືອດສູງ ບໍ່ສະແດງໃຫ້ເຫັນອາການ ຈົນກວ່າວ່າພະ
ຍາດໄດ້ພັດທະນາໄປເຖິງ ຂັ້ນສູງແລ້ວ. ການໝັ່ນກວດຄວາມດັນເລືອດຢູ່ເລື້ອຍໆ ແມ່ນ
ການປ້ອງກັນທີ່ດີທີ່ສຸດ ຕໍ່ເພັດຊະຄາດທີ່ງຽບໆ ຕົວນີ້.
ວີດິໂອ: ການຄວບຄຸມຄວາມດັນເລືອດສູງ ຊ່ວຍລຸດຜ່ອນຄວາມສ່ຽງຕໍ່ການເປັນ ໂຣກຫົວໃຈ ກັບ stroke:

Your browser doesn’t support HTML5