ພາຍຸຫິມະ ຖະຫຼົ່ມ ພາກຕາເວັນອອກ ສຽງເໜືອ ຂອງ ສຫລ (ສະໄລດ໌)

ທ່ານ Steve Young ພວມຊ້ວນຫິມະອອກຈາກທາງຍ່າງ ໃນລະຫວ່າງພາຍຸຫິມະ ຖະຫຼົ່ມນະຄອນບອສຕັນ (9 ກຸມພາ 2013)

ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງສະຫະລັດ ຮວມ​ທັງ​ນ​ະຄອນ​
New York ​ແລະ​ Boston ​ໄດ້​ປິດ​ກິດຈະການ​ທັງໝົດ​ລົງ ​ໃນ​
ຂະ​ນະ​ທີ່​ພາຍຸ​ຫິມະຮ້າຍ​ແຮງ ປົກ​ຄຸມຂົງ​ເຂດ​ດັ່ງກ່າວ.

​ລົມທີ່​ແຮງ​ກວ່າ 100 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ ​ໄດ້ພັດ​ຖະຫລົ່ມຂົງ​ເຂດ​ໃນ​ຕອນ​ກາງຄືນ ພ້ອມ​ດ້ວຍຫິມະຕົກ ທີ່​ມີ​ການ​ທຳນາຍ​ວ່າ​ຈະ​ສູງ​ເຖິງ​ 60 ຊັງ​ຕີ​ແມັດ ປົກ​ຄຸມ​ບໍລິ​ເວນ​ສ່ວນ​ໃຫຍ່. ນະຄອນ​ Boston ອາດ​ຈະ​ມີ​ຫິ​ມະ​ຕົກ​ສູງ​ເຖິງ 75 ຊັງ​ຕີ​ແມັດ ຫລື​ຫລາຍ​ກວ່າ​ນັ້ນ ເວລາ​ທີ່​ພາຍຸ​ຫິມະ ຫົວນີ້​ເຄື່ອນອອກສູ່​ທະ​ເລ ​ໃນ​ວັນເສົາມື້ນີ້.

​ເຮືອນ​ຊານ​ບ້ານ​ຊ່ອງ​ ແລະ​ທຸລະ​ກິດ​ການ​ຄ້າ​ ຫລາຍ​ຮ້ອຍພັນ​ບ່ອນ​ບໍ່​ມີ​ໄຟຟ້າ​ໃຊ້.

ສາຍການບິນ​ຫລາຍ​ພັນ​ຖ້ຽວ​ໄດ້​ຖືກ​ຍົກເລີກ ​ແລະສະໜາມ​ບິນນະ​ຄອນ​ Boston ​ແລະ​ New York ​ໄດ້​ຖືກ​ປິດ​ລົງ. ລົດ​ໄຟບໍ່​ໄດ້​ຮັບ​ອະນຸຍາດ ໃຫ້​ແລ່ນ​ເຂົ້າຫລື​ອອກ ຈາກນະ
ຄອນ Boston ​ແລະ New York. ຖະໜົນ​ຫົນທາງ ​ແມ່ນ​ຂ້ອນ​ຂ້າງ​ງຽບ​ສະ​ຫງົບ ຍ້ອນ​ມີ​ການຫ້າ​ມບໍ່​ໃຫ້​ຂັບ​ລົດ ​ແລະ​ການ​ຈຳກັດ​ຮັດ​ແຄບ​ອື່ນໆຢູ່​ໃນສ່ວນ​ໃຫຍ່ ຂອງ​ຂົງ​ເຂດ.

ອົງການພະຍາ​ກອນ​ອາ​ກາດ​ແຫ່ງ​ຊາດ ກ່າວ​ວ່າ ການ​ເດີນທາງ​ຈະ​ມີ​ແຕ່​ໄພ​ອັນຕະລາຍ ຖ້າ​ຫາກບໍ່​ແມ່ນ​ເປັນ​ໄປ​ບໍ່​ໄດ້​ເລີຍ.

ປະມວນພາບ ພາຍຸຫິມະ ຖະຫຼົ່ມ ພາກຕາເວັນອອກ ສຽງເໜືອ ສະຫະລັດ



ບັນດາ​ຜູ້​ປົກຄອງ​ລັດ New York, Massachusetts, Rhode Island, Connecticut ​ແລະ Maine ​ພາກັນ​ປະກາດ​ພາວະ​ສຸກ​ເສີນ.

ສະພາບ​ການ​ໃນ​ລະຍະ​ຮ້າຍ​ແຮງສຸດ​ຂອງພາຍຸ ຄາດ​ວ່າ​ຈະ​ເປັນ​ອັນຕະລາຍເຖິງ​ຕາຍ ​ໂດຍ​ທີ່ອຸນຫະ​ພູມຈະ​ຫຼຸດ​ຕໍ່າ​ກວ່າລະດັບ​ນໍ້າກ້ອນ ມີ​ລົມແຮງ ​ແລະ​ເກືອ​ບຈະແນມບໍ່​ເຫັນ​ຫຍັງ​ໝົດ.