ທ່ານບລິງເກັນ ໃຫ້ຄວາມໝັ້ນໃຈ ແກ່ບັນດາພັນທະມິດ ກ່ອນໜ້າການຟື້ນຟູຂໍ້ຕົກລົງນິວເຄລຍ ກັບອີຣ່ານ

ລັດຖະມົນຕີການຕ່າງປະເທດ ສະຫະລັດ ແອນໂທນີ ບລິງເກັນ, ຮ່ວມກັບຮອງຫົວໜ້າເສນາທິການຮັບຜິດຊອບດ້ານນະໂຍບາຍ ທອມ ຊູລີວັນ, ເຂົ້າຮ່ວມໃນການສົນທະນາແບບໂຕະມົນ ກັບກຸ່ມສັງຄົມພົນລະເຮືອນຂອງປາແລັສໄຕນ໌ ຢູ່ທີ່ອົງການອາເມຣິກາ ຮ້າວສ໌ (America House) ໃນນະຄອນຫຼວງເຈຣູຊາແລັມ, ວັນທີ 27 ມີນາ 2022. (AFP)

ລັດຖະມົນການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ໃນວັນອາທິດວານນີ້ ຫາທາງທີ່ຈະໃຫ້​ການ​ຄ້ຳປະກັນແກ່ອິສຣາແອລ ແລະບັນດາພັນທະມິດອາຣັບໃນ​ເຂດ​ອ່າວເປີເຊຍ ທີ່ມີຄວາມເປັນຫ່ວງ ທີ່ລັດຖະບານທ່ານໄບເດັນໃຫ້ຄວາມໝັ້ນໝາຍ ຕໍ່ຄວາມໝັ້ນຄົງຂອງພວກເຂົາເຈົ້າ ກ່ອນໜ້າການຕໍ່ອາຍຸຂໍ້ຕົກລົງນິວເຄລຍລະຫວ່າງມະຫາອຳນາດຂອງໂລກ ກັບອີຣ່ານ ທີ່ອາດເປັນໄປໄດ້ນັ້ນ ອີງຕາມລາຍງານຂອງອົງການຂ່າວເອພີ.

ທ່ານບລິງເກັນ ໄດ້ໃຫ້ຄວາມເຫັນບໍ່ດົນ ກ່ອນໜ້າການເຂົ້າຮ່ວມກັບຄູ່ຕຳແໜ່ງຈາກອິສຣາແອລ ແລະສີ່ປະເທດໃນອາຣັບ ຢູ່ທີ່ກອງປະຊຸມພິເສດ ບ່ອນທີ່ຂໍ້ຕົກລົງນິວເຄລຍຂອງອີຣ່ານ ຄາດກັນວ່າຈະເປັນວາລະກອງປະຊຸມອັນດັບສູງ. ອິສຣາແອລ ແລະບັນດາປະເທດເພື່ອນບ້ານ ໄດ້ຄັດຄ້ານຢ່າງແຂງຂັນຕໍ່ຂໍ້ຕົກດັ່ງກ່າວ ຊຶ່ງພວກເຂົາເຊື່ອວ່າ ຈະເຮັດໃຫ້ອີຣ່ານເກັ່ງກ້າຂຶ້ນ ແລະສ້າງຄວາມຮັ່ງມີໃຫ້ອີຣ່ານ.

“ເມື່ອເວົ້າເຖິງອົງປະກອບ ທີ່ສຳຄັນທີ່ສຸດ ພວກເຮົາ​ແມ່ນ​ທຳ​ການ​ພົບ​ປະ​ແບບ​ເຊິ່ງ​ໜ້າ” ທ່ານບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຮ່ວມກັບລັດຖະມົນຕີການຕ່າງປະເທດຂອງອິສຣາແອລ. ທ່ານກ່າວຕໍ່ໄປວ່າ “ພວກເຮົາທັງສອງມີຄວາມໝັ້ນໝາຍ ແລະມຸ້ງໝັ້ນ ທີ່ຈະບໍ່ໃຫ້ອີຣ່ານໄດ້ຮັບອາວຸດນິວເຄລຍເດັດຂາດ.”

ລັດຖະບານທ່ານໄບເດັນ ພວມດຳເນີນການ​ຟື້ນ​ຟູຂໍ້ຕົກລົງນິວເຄລຍ ປີ 2015 ຊຶ່ງໄດ້ຫລຸດຜ່ອນໂຄງການນິວເຄລຍຂອງອີຣ່ານ ໃນການແລກປ່ຽນກັບຜ່ອນຜັນມາດຕະການລົງໂທດຫຼາຍພັນລ້ານໂດລາໃຫ້ແກ່ອີຣ່ານ. ດ້ວຍການສະໜັບສະໜຸນຈາກອິສຣາແອລ ລັດຖະບານທ່ານທຣຳ ໄດ້ຖອນໂຕອອກຈາກຂໍ້ຕົກລົງດັ່ງກ່າວ ໃນປີ 2018 ເຮັດໃຫ້ຂໍ້ຕົກລົງນີ້ພັງລົງ.

ເຖິງແມ່ນວ່າ ນັບຕັ້ງແຕ່ນັ້ນມາ ອີຣ່ານໄດ້ເລັ່ງໄປໜ້າ ກັບໂຄງການນິວເຄລຍຂອງຕົນ ອິສຣາແອລແລະບັນດາປະເທດອາຣັບໃນເຂດອ່າວເປີເຊຍ ຕ່າງກໍມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບການຟື້ນຟູຂໍ້ຕົກລົງນີ້. ອິສຣາແອລ ຢ້ານວ່າ ຂໍ້ຕົກລົງນີ້ ຈະບໍ່ມີມາດຕະການປ້ອງກັນຢ່າງພຽງພໍ ເພື່ອສະກັດກັ້ນອີຣ່ານ ຈາກການພັດທະນາອາວຸດນິວເຄລຍ. ທັງອິສຣາແອລ ແລະບັນດາປະເທດໃນ​ເຂດອ່າວເປີເຊຍ ຍັງເຊື່ອວ່າ ການບັນເທົາມາດຕະການລົງໂທດ ດ້ານເສດຖະ ກິດ ຈະອຳນວຍໃຫ້ອີຣ່ານ ສາມາດເສີມຂະຫຍາຍກິດຈະກຳດ້ານການທະຫານໃນທົ່ວພາກພື້ນ ລວມທັງການສະໜັບສະໜຸນ ແກ່ກຸ່ມຫົວຮຸນແຮງທີ່ເປັນສັດຕູ.

ທ່ານບລິງເກັນ ໄດ້ກ່າວວ່າ ສະຫະລັດ ເຊື່ອວ່າ ການຟື້ນຟູຂໍ້ຕົກລົງນິວເຄລຍ “ເປັນວິທີທາງທີ່ດີສຸດ ເພື່ອນຳເອົາໂຄງການນິວເຄລຍຂອງອີຣ່ານ ກັບຄືນເຂົ້າມາໃນການຕິດຕາມເບິ່ງ ທີ່ເຄີຍເປັນ.” ທ່ານກ່າວຕື່ມວ່າ “ຄວາມໝັ້ນໝາຍຂອງພວກເຮົາ ຕໍ່ຫຼັກແກນ​ກາງ ຂອງການບໍ່ໃຫ້ອີຣ່ານ ຄອບຄອງອາວຸດນິວເຄລຍເດັດຂາດນັ້ນ ແມ່ນບໍ່ມີຄວາມລົດລະ.” ທ່ານຍັງໄດ້ປະຕິຍານວ່າ ຈະຮ່ວມມືກັບອິສຣາແອລ ເພື່ອຕໍ່ຕ້ານ “ພຶດທິກຳໃນການຮຸກຮານ” ຂອງອີຣ່ານ ໃນທົ່ວຂົງເຂດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ