ທ່ານບລິງເກັນ ເລີ້ມຕົ້ນ ການຢ້ຽມຢາມອາຟຣິກາ ໂດຍແນເປົ້າໝາຍໃສ່ດ້ານຄວາມໝັ້ນຄົງ ແລະເສດຖະກິດຂອງຄູ່ຮ່ວມພາຄີ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ຊ້າຍ, ຈັບມືກັບນາຍົກລັດຖະມົົນຕີ ອູລິສຊິສ ໂຄແຮ ອີ ຊີລວາ, ຢູ່ທີ່ທໍານຽບລັດຖະບານ ໃນນະຄອນຫຼວງປຣາເອ, ເຄັບເວີດ, ວັນທີ 22 ມັງກອນ 2024.

ສະຫະລັດໃຫ້ຄຳໝັ້ນທີ່ຈະລົງເລິກ ແລະເສີມສ້າງຄວາມເຂັ້ມແຂງກັບບັນດາປະ ເທດພາຄີທົ່ວອາຟຣິກກາ, ອີງຕາມການກ່າວຂອງລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໃນວັນຈັນວານນີ້, ໂດຍຈະເລີ້ມການ ຢ້ຽມຢາມ 4 ປະເທດໃນທະວີບດັ່ງກ່າວ ເພື່ອໃຫ້​ສັນ​ຍານເຖິງຜົນປະໂຫຍດຂອງວໍຊິງຕັນຢູ່ທີ່ນັ້ນ ເຖິງແມ່ນວ່າຄວາມຂັດແຍ້ງຈະຍັງຄົງດໍາເນີນຢູ່ຕໍ່​ໄປໃນພາກຕາເວັນອອກກາງ ແລະ ຢູເຄຣນ ກໍຕາມ.

ທ່ານ ບລິງເກັນ ເລີ່ມຕົ້ນການເດີນທາງຢ້ຽມຢາມທະວີບອາຟຣິກາຄັ້ງທີ 4 ຂອງທ່ານພາຍໃນອາທິດນີ້, ການຢ້ຽມຢາມທີ່ນໍາທ່ານໄປປະເທດເຄັບເວີດ, ກົດດີວົວ, ໄນຈີເຣຍ ແລະອັງໂກລາ. ​ບູລິມະສິດ​ຕົ້ນຕໍ​ລວມມີ ການຊຸກຍູ້ຄວາມສໍາພັນດ້ານຄວາມໝັ້ນຄົງຂອງຄູ່ຮ່ວມພາຄີ, ເພີ້ມ​ທະວີ​ການ​ພັດທະນາ​ທາງດ້ານ​ສາທາລະ ນະ​ສຸກ ​ແລະການພັດທະນາລະບົບເສດຖະກິດຢູ່​ໃນ​ພາກ​ພື້ນ.

ລັດຖະມົນຕີການຕ່າງປະເທດຂອງໄອໂວຣີ ໂຄດທ໌ ທ່ານຄາກູ ຮົວຈາ ເລອົງ ອາດອມ (Kacou Houadja Leon Adom) ກາງ, ຕ້ອນຮັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ຂວາ, ຢູ່ທີ່ເດີນບິນສາກົນ ເຟລິກ ຮູພູເອັດ-ໂບຍນີ (Felix Houphouet-Boigny), ໃນນະຄອນອາບິດຈານ, ໄອໂວລີ ໂຄດທ໌, ວັນທີ 22 ມັງກອນ 2024.

ໃນນະຄອນຫຼວງປຣາເອ ຂອງ ເຄັບເວີດ, ທ່ານ ບລິງເກັນ ໄດ້ເຈລະຈາກັບນາຍົກລັດຖະມົນຕີ ອູລິສຊິສ ໂຄເຣ​ອາ ອີ ຊີລວາ (Ulisses Correia e Silva) ແລະໄດ້ໄປຢ້ຽມຢາມທ່າກໍາປັ່ນ ພໍໂຕ ດາ ປຣາເອ (Porto da Praia), ເຊິ່ງໄດ້ຮັບທຶນເພື່ອປັບປຸງໃຫ້ທັນສະໄຫມຈາກບໍລິສັດ Millennium Challenge ຂອງລັດຖະບານສະຫະລັດ.

"ມັນເປັນເລື່ອງທີ່ພິເສດຫຼາຍ ທີ່ ເຄັບເວີດ ເປັນປະເທດທໍາອິດທີ່ປະສົບຜົນສໍາເລັດກັບສອງໂຄງການຈາກບໍລິສັດ Millennium Challenge, ແລະປັດຈຸບັນນີ້ ພວກທ່ານກໍກໍາລັງເລີ້ມສ້າງໂຄງການທີສາມ," ທ່ານ ບລິງເກັນ ກ່າວ.

ທ່ານຍັງໄດ້ກ່າວສະແດງຄວາມຍິນດີທີ່ ເຄັບເວີດ ໄດ້ຮັບໃບຢັ້ງຢືນຈາກອົງການອະນາໄມໂລກວ່າ ເປັນປະເທດທີ່ບໍ່ມີພະຍາດໄຂ້ມາລາເຣຍແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ