ທ່ານ ບລິງເກັນ ເລີ້ມຕົ້ນການເຈລະຈາກັບ ຈີນ ໂດຍກົງ ກ່ອນການຫາລືທີ່ເຄັ່ງຕຶງ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ຜູ້ທີສອງຈາກຂວາ, ພົບປະກັບບັນດານັກທຸລະກິດ, ບໍ່ໄດ້ປາກົດຢູ່ໃນຮູບ, ຢູ່ທີ່ສະພາການຄ້າສະຫະລັດ ໃນນະຄອນຊຽງໄຮ, ຈີນ, ມັນທີ 25 ເມສາ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ “ການ​ພົວ​ພັນ​ໂດຍ​ກົງ” ແລະ “ການ​ພົວ​ພັນ​ແບບ​ຍືນ​ຍົງ” ລະ​ຫວ່າງ​ ສະ​ຫະ​ລັດ ແລະ ຈີນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ຢ່າງເປັນທາງການຄັ້ງ​ທຳ​ອິດ​ຂອງ​ທ່ານ​ ຢູ່​ນະ​ຄອນ​ຊຽງ​ໄຮ ເຊິ່ງ​ເປັນ​ເມືອງ​ທີ່​ມີ​ບໍ​ລິ​ສັດ​ຕ່າງໆຂອງສະຫະລັດຫຼາຍກວ່າ 1,000 ​ແຫ່ງຕັ້ງຢູ່ທີ່ນັ້ນ.

ໃນ​ຕອນ​ເຊົ້າ​ຂອງວັນ​ພະ​ຫັດ​ມື້​ນີ້, ທ່ານ ບລິງເກັນ ໄດ້​ຈັດ​ການ​ໂອ້ລົມ​ກັບ​ ທ່ານເສິນ ຈີໜິງ (Chen Jining), ເລ​ຂາ​ທິ​ການ​ພັກ​ຄອມ​ມູ​ນິສ​ຈີນ​ປະ​ຈໍາ​ນະຄອນ ຊຽງໄຮ. ທ່ານ ເສິນ ​ເປັນ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດຢູ່ໃນ​ທ້ອງ​ຖິ່ນ ​ແລະ​ເປັນສະມາຊິກ​ກົມ​ການ​ເມືອງສູນກາງພັກ​ຂອງ​ພັກ​ຄອມ​ມູນິສ​ຈີນ.

ທ່ານ ບລິງເກັນ ກ່າວວ່າ ທ່ານຈະຈັດວາງແບບແຜນກ່ຽວກັບ “ຄວາມແຕກຕ່າງຂອງພວກເຮົາ, ເຊິ່ງນັ້ນຄືຄວາມຈິງ” ແຕ່ພະຍາຍາມ “ດໍາເນີນງານຜ່ານສິ່ງເຫຼົ່ານັ້ນໄປໃຫ້ໄດ້” ເຊັ່ນດຽວກັບ ພະຍາຍາມ “ສ້າງການຮ່ວມມື ໃນສິ່ງທີ່ພວກເຮົາສາມາດດໍາເນີນການໄດ້.”

ໃນ​ການ​ຕ້ອນຮັບ​ທ່ານລັດຖະມົນຕີການຕ່າງປະເທດສູ່​ນະຄອນ​ຊຽງ​ໄຮ ​ຢູ່ທີ່​ຫໍ​ປະຊຸມໃຫຍ່​ຂອງ​ນະຄອນແຫ່ງນີ້, ທ່ານ ເສີນ ກ່າວ​ຜ່ານ​ນາຍ​ແປພາສາ​ວ່າ ນັບ​ຕັ້ງແຕ່​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ ຄວາມສໍາພັນ​ລະຫວ່າງ​ສອງ​ປະ​ເທດ​ບໍ່ໄດ້ລ່ຽນໄຫຼສະເໝີໄປ, ມັນມີ​ “ການບິດບ້ຽວ ແລະປີ້ນ​ໄປມາ” ​ຢູ່ເລື້ອຍໆ, “ແຕ່​ໂດຍ​ລວມ​ແລ້ວ, ແມ່ນ​ມີຄວາມກ້າວໜ້າຕາມ​ການ​ພັດ​ທະ​ນາ​ທາງ​ປະ​ຫວັດ​ສາດ ​ແລະ​ກ້າວ​ໄປຂ້າງ​ຫນ້າ.”

ທ່ານ ບລິງເກັນ ໄດ້ໄປນະຄອນຊຽງໄຮ້ຄັ້ງຫຼ້າສຸດໃນປີ 2015, ໃນຊ່ວງເວລາທີ່ທ່ານເປັນຮອງລັດຖະມົນຕີການຕ່າງປະເທດ.

ໂຄສົກກະຊວງການຕ່າງປະເທດ ທ່ານແມັດທິວ ມີລເລີ ກ່າວ ​ໂດຍເວົ້າ​ເຖິງ​ສາທາລະນະ​ລັດ​ປະຊາຊົນ​ຈີນ ຫຼື PRC ວ່າ “ໃນ​ການ​ແລກປ່ຽນທີ່​ມີ​ລັກສະນະ​ສ້າງສັນ​ ແລະ​ກົງ​ໄປ​ກົງ​ມາ, ທ່ານ​ລັດຖະມົນຕີ ​ໄດ້​ຍົກໃຫ້ເຫັນເຖິງ​ຄວາມ​ກັງວົນ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຄ້າ​ ແລະການດຳເນີນງານທີ່ບໍ່ແມ່ນເສດຖະກິດຕະຫຼາດຂອງ PRC, ພ້ອມທັງ​ເນັ້ນ​ໜັກ​ວ່າ ສະຫະລັດ ພະຍາຍາມ​ສະ​ແຫວ​ງຫາ​ການ​ແຂ່ງຂັນ​ທາງ​ດ້ານ​ເສດຖະກິດ​ທີ່​ມີ​ຄວາມເຂັ້ມແຂງ​ກັບ PRC ​ແລະສະໜາມແຂ່ງຂັນທີ່ເທົ່າທຽມກັນສຳລັບຄົນງານ ແລະບໍລິສັດຕ່າງໆຂອງສະຫະລັດ ທີ່ກໍາລັງດໍາເນີນງານຢູ່ໃນປະເທດຈີນ.”

ໃນ​ລະ​ຫວ່າງ​ການ​ສົນ​ທະ​ນາ​ກັບ​ນັກ​ສຶກ​ສາ​ອາ​ເມຣິກັນ ​ແລະນັກສຶກສາ​ຈີນ ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ນິວ​ຢອກ ຊຽງໄຮ​, ທ່ານ ບລິງເກັນ ໄດ້​ເນັ້ນ​ໜັກ​ໃຫ້ເຫັນເຖິງ​ຄວາມ​ສໍາ​ຄັນ​ຂອງ​ການ​ຂະ​ຫຍາຍ​ການ​ແລກ​ປ່ຽນ​ລະ​ຫວ່າງ​ນັກ​ສຶກ​ສາ​, ນັກ​ວິ​ຊາ​ການ​, ແລະ​ທຸ​ລະ​ກິດອື່ນໆ​.

ທ່ານກ່າວວ່າ “ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້ໝັ້ນ​ໃຈວ່​າ ​ພວກ​ເຮົາກຳລົງ​ໂອ້ລົມກັນ, ໄດ້ຍິນ​ກັນ​, ພ້ອມທັງ ເຂົ້າ​ໃຈກັນ​.”

ອ່ານຂ່າວນີ້ເປັນພາສາອັງກິດ