ລະເບີດແຕກໃສ່ ລົດເມ ໃນເທີກີ ເຮັດໃຫ້ ທະຫານ 13 ຄົນ ເສຍຊີວິດ

ຄົນພາກັນມີປະຕິກິລິຍາ ຕໍ່ລະເບີດ ທີ່ແຕກໃສ່ລົດເມ ໃນເມືອງ Kayseri ປະທດ Turkey, ວັນທີ 17 ທັນວາ 2016.

ລະ​ເບີດ​ລົດ​ໄດ້​ແຕກຂຶ້ນ​ຢູ່​ໃກ້​ກັບ​ລົດເມ ທາງ​ພາ​ກກາງ​ ຂອງເທີ​ກີ ​ທີ່ໄດ້ສັງຫານ
​ທະຫານ​ຢ່າງ​ໜ້ອຍ 13 ຄົນ ​ແລະ ຄົນ​ອຶ່ນໆອີກ 48 ຄົນ ໄດ້​ຮັບ​ບາດ​ເຈັບ ອີງ​ຕາ​ມ​
ແຫ​ລ່ງຂ່າວ ຂອງທະຫານ ຜູ້​ທີ່​ກ່າວ​ວ່າ ​ອາດ​ຍັງ​ມີ​ພົນລະ​ເຮືອນ ​ທີ່ໄດ້​ຮັບ​ບາດ​ເຈັບ.

ລະ​ເບີດ​ແຕກ​ຢູ່ໃນ​ເມືອງ Kayseri ​ໄດ້​ທຳລາຍ​ລົດ​ເມ ທີ່​ນຳສົ່ງ​ພວກ​ທະຫານ ທີ່ ເລີກຈາກວຽກງານ. ການ​ໂຈມ​ຕີ​ເກີດ​ຂຶ້ນ​ໃກ້​ກັບ​ມະຫາ​ວິ​ທະຍາໄລ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດ​ບັນ​ຈຸລະ​ເບີດ​ໄດ້​ແຕກ​ຂຶ້ນ​ ໃນ​ຂະນະ​ທີ່ແລ່ນ​ຜ່ານ​ລົດ​ເມດັ່ງກ່າວນັ້ນ.

ແຜນທີ່ປະເທດເທີກີ ຮວມທັງເມືອງ Kayseri.

ຍັງ​ບໍ່​ທັນ​ມີີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໂດຍ​ທັນ​ທີເທື່ອ ​ຂອງ​ການວາງ​ລະ​ເບີດ ​
ແຕ່​ຮອງ​ນາຍົກລັດຖະມົນ​ຕີ ທ່ານ Veysi Kaynak ກ່າວ​ວ່າ ການ​ໂຈມ​ຕີນີ້ ແມ່ນ​ຄ້າຍ
ຄື​ກັນ​ກັບ​ການ​ປະຕິບັດ​ ເມື່ອ​ອາທິດ​ກ່ອນ ທີ່​ໄດ້ຖືກ​ອ້າງ​ເອົາ​ຄວາມຮັບຜິດ ໂດຍ​ພວກ
​ນອກ​ກົດໝາຍ ຂອງພັກ​ແຮງ​ງານ Kurdistan ຫລື PKK.

ລະ​ເບີດ​ແຕກ​ສອງ​ຄັ້ງ​ ຢູ່​ນອກ​ເດີ່ນ​ກິລາ​ເຕະບານ ​ໃນ​ນະຄອນ Istanbul ​ເຮັດ​ໃຫ້ 44 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມຕີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ