ລົດລະເບີດ ສັງຫານ ຢ່າງໜ້ອຍ 13 ຄົນ ຢູ່ທີ່ໂຮງແຮມ ໃນນະຄອນຫຼວງ ໂມກາດິສຊູ

ຜົນເສຍຫາຍຢ່າງໜັກ ຈາກແຮງລະເບີດ ຂອງລົດທີ່ບັນຈຸດ້ວຍລະເບີດ ແມ່ນສາມາດເຫັນໄດ້ ຢູ່ທີ່ໂຮງແຮມ Jazeera ໃນນະຄອນຫຼວງ ໂມກາດິສຊູ ປະເທດໂຊມາເລຍ, ວັນທີ 26 ກໍລະກົດ 2015. (Courtesy photo by Mohamed Moalimuu)

ມີ​ຢ່າງ​ໜ້ອຍ 13 ຄົນ​ເສຍ​ຊີວິດ ​ແລະ 25 ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນ
ນະຄອນຫຼວງ​ຂອງ​ປະ​ເທດ​ ​ໂຊມ​າລີ ​ເມື່ອ​ລົດ​ຄັນ​ໜຶ່ງ​ ໄດ້​ລະ​ເບີດ
​ຂຶ້ນ​ຢູ່​ນອກ​ໂຮງ​ແຮມ ບ່ອນ​ທີ່ກຳລັງ​ຕ້ອນຮັບ ​ບັນດາ​ນັກ​ການ​ທູດ
​ຈາກ​ຈີນ ​ແລະ ​ເອຢິິບ ຢູ່​.

ກຸ່ມ​ພວກ​ຫົວ​ຮຸ​ນ​ແຮງ ​ໂຊ​ມາ​ເລຍ al-Shabab ​ໄດ້​ອ້າງເອົາຄວາມ​
ຮັບ​ຜິດ​ຊອບ​ສຳລັບ​ການລະ​ເບີດ​ທີ່​ແນ​ໃສ່​ໂຮງ​ແຮມ Jazeera ຢູ່​ໃກ້
​ກັບ​ສະໜາມ​ບິນ​ສາກົນ Mogadishu. ​ໂຮງ​ແຮງ​ດັ່ງກ່າວ​ ແມ່ນ​ໄດ້
​ຖືກ​ນຳໃຊ້ໂດຍ​ບັນດາ​ສະມາຊິກສະພາ ​ແລະ ນັກ​ຂ່າວ ພ້ອມ​ກັນ​ກັບ
​ບັນດາ​ນັກ​ການ​ທູດ​ຕ່າງປະ​ເທດອີກ​ດ້ວຍ.

ສື່​ຂ່າວທ້ອງ​ຖິ່ນ ລາຍ​ງານ​ວ່າ ພວກ​ຄົນ​ທີ່​ເສຍ​ຊີວິດ​ ສ່ວນຫຼາຍແມ່ນ​ພົນລະ​ເຮືອນ ລວມທັງ
​ນັກ​ຂ່າວ​ຂອງ​ໂທລະພາບ​ ໃນ​ທ້ອງ​ຖິ່ນ. ມີ​ລາຍ​ງານ​ວ່າ ພະນັກງານ​ສະຖານ​ທູດ​ຈີນຄົນໜຶ່ງ ​ແມ່ນ​ລວມຢູ່​ໃນ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ. ບັນດາ​ເຈົ້າໜ້າ​ທີ່ ​ບໍ່ໄດ້​ເປີດ​ເຜີຍ​ໃຫ້​ຊາບ ລາຍລະອຽດ ກ່ຽວ​ກັບ​ຜູ້​ເຄາະ​ຮ້າຍຄົນ​ອື່ນໆ.

ສາຍລັບ​ຊາວ​ໂຊ​ມາ​ເລຍ​ຄົນ​ໜຶ່ງ ຜູ້​ທີ່ບໍ່​ປະສົງອອກ​ຊື່ ກ່າວ​ຕໍ່​ວີ​ໂອ​ເອ ວ່າ ລົດ​ກະບະ​ຍີ່​ຫໍ້ ​
ໂຕ​ໂຢຕ້າ Dyna ບັນຈຸ​ລະ​ເບີດ ​ໄດ້​ແຕກ​ຂຶ້ນ ຢູ່​ນອກ​ໂຮງ​ແຮມ​ດັ່ງກ່າວ ​ເມື່ອ​ຕອນ​ບ່າຍ
ວັນ​ອາທິດວານ​ນີ້.

ຕົວ​ອາຄານ​ຂອງ​ໂຮງ​ແຮມຂ້າງ​ໜຶ່ງ ​ໄດ້​ພັງ​ທະລາ​ຍລົງ​ຈົດ​ໝົດ ​ແລະ ບັນດາ​ຜູ້​ເຫັນ​ເຫດການ
ກ່າວ​ວ່າ ອາດ​ມີ​ຄົນ​ຈຳນວນ​ໜຶ່ງ​ຕົກຄ້າງ​ຢູ່​ພາຍ​ໃຕ້​ຊາກ​ຫັກ​ພັງດັ່ງກ່າວ.

Your browser doesn’t support HTML5

Somalia Blast