ອົງການຂ່າວຂອງລັດຖະບານເທີກີລາຍງານວ່າ ຢ່າງໜ້ອຍແປດຄົນໄດ້ເສຍຊີ ວິດ ແລະອີກ 100 ຄົນໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍລະເບີດລົດ ຢູ່ທີ່ເມືອງ Diyarbakir ທາງພາກຕາເວັນອອກສຽງໃຕ້ຂອງປະເທດໃນວັນສຸກມື້ນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ການໂຈມຕີມີຂຶ້ນຢູ່ໃກ້ກັບປ້ອມຍາມຕຳຫລວດ ຫລັງຈາກມີການຈັບກຸມໃນຕອນກາງຄືນຜູ້ນຳຮ່ວມຂອງ ພັກປະຊາຊົນປະຊາທິປະໄຕ ທີ່ນິຍົມຊາວເຄີດ ຊຶ່ງເປັນກຸ່ມຝ່າຍຄ້ານໃຫຍ່ສຸດທີ່ອັນດັບສອງຢູ່ໃນສະພາ ແລະມີສະມາຊິກສະພາຢ່າງ ໜ້ອຍ 11 ຄົນຂອງພັກຊຶ່ງສ່ວນໃຫຍ່ແລ້ວແມ່ນມາຈາກ ຂົງເຂດຂອງຊາວເຄີດນັ້ນ. ພັກ ການເມືອງນິຍົມຊ້າຍ ແລະພັກກ້າວໜ້າຢູ່ໃນທົ່ວປະເທດເທີກີ ຍັງໄດ້ຖືກຈັບໃນຕອນກາງ ຄືນ ອັນເປັນພາກສ່ວນນຶ່ງຂອງການສຶບສວນກ່ຽວກັບການກໍ່ການຮ້າຍ.
ຫ້ອງການເຈົ້າແຂວງທີ່ເມືອງ Diyarbakir ກ່າວວ່າ ພວກນອກກົດໝາຍພັກກຳມະກອນຊາວເຄີດ ຫຼື PKK ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ.
ພວກ PKK ໄດ້ກໍ່ກະບົດມາເປັນເວລາສາມທົດສະວັດແລ້ວ ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດເທີກີ.
ໃນ 18 ເດືອນທີ່ຜ່ານມານີ້ ເທີກີ ແມ່ນໄດ້ມີການວາງລະເບີດທີ່ຮ້າຍແຮງເປັນລຳດັບມາ ໂດຍພວກທີ່ສົງໄສ ເປັນພວກຫົວຮຸນແຮງຊາວເຄີດ ຫລືບໍ່ກໍສະມາ ຊິກຂອງກຸ່ມລັດອິສລາມ.
Your browser doesn’t support HTML5
Blast Targets Turkish Police Headquarters in Diyarbakir
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Turkey Blast broll