ເຈົ້າໜ້າທີ່ໂຊມາເລຍກ່າວວ່າ ເຫດລະເບີດແຕກ ໃນລະເບີດທີ່ຫ້າງໄວ້ໃນລົດ ໄດ້ສັງ ຫານ 1 ຄົນ ໃນນະຄອນຫຼວງ Mogadishu ໃນເຊົ້າວັນອັງຄານມື້ນີ້.
ແຫຼ່ງຂ່າວຮັກສາຄວາມປອດໄພ ແຈ້ງວ່າ ຜູ້ເຄາະຮ້າຍທີ່ບໍ່ໄດ້ລະບຸຊື່ນັ້ນ ແມ່ນເບິ່ງຄືວ່າ ໄດ້ອອກເດີນທາງໄປເຮັດວຽກ ໂດຍທາງລົດ. ໄດ້ມີລາຍງານວ່າ ມີຫຼາຍໆຄົນ ໄດ້ຮັບບາດເຈັບ.
ລົດຄັນດັ່ງກ່າວໄດ້ລະເບີດຂຶ້ນ ໃນເມືອງ Waberi ທາງພາກເໜືອຂອງສະໜາມບິນ Mogadishu.
ຍັງບໍ່ທັນມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ເທື່ອ ແຕ່ວ່າເຫດລະເບີດ ແລະການລອບສັງຫານ ໃນໂຊມາເລຍ ມັກມີການອ້າງເອົາຄວາມຮັບຜິດຊອບໂດຍກຸ່ມຫົວຮຸນແຮງ Al-Shabab.