ເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 8
ຄົນ ແລະໄດ້ຮັບ ບາດເຈັບອີກຫຼາຍກວ່າ 100 ຄົນ ໃນເຫດລະ
ເບີດຂະໜາດແຮງ ຢູ່ໃນເຂດໃຈກາງ ນະຄອນຫຼວງກາບູລ ໃນ
ຕອນເຊົ້າວັນສຸກມື້ນີ້.
ແຫລ່ງຂ່າວແຈ້ງວ່າ ລະເບີດໄດ້ແຕກຂຶ້ນໃນເຂດທີ່ມີປະຊາຊົນ
ອາໄສຢູ່ຢ່າງໜາແໜ້ນ ໃກ້ໆຄຸ້ມໂຮງການລັດຖະບານ ໂດຍມີ
ພວກແມ່ຍິງແລະເດັກນ້ອຍຫຼາຍໆ ຄົນຮວມຢູ່ໃນພວກທີ່ບາດ
ເຈັບລົ້ມຕາຍ.
Rohullah Jan ຜູ້ເຄາະຮ້າຍຄົນນຶ່ງກ່າວກ່ຽວກັບເຫດລະເບີດວ່າ “ຂ້ອຍແລະອ້າຍນ້ອງ
ອີກ 3 ຄົນ ຢູ່ໃນເຮືອນເວລາແກ້ວປ່ອງຢ້ຽມແຕກແລະຕົກລົງມາໃສ່ຫົວຂອງຂ້ອຍ. ຂ້ອຍ ເຫັນພວກອ້າຍແລະນ້ອງຂອງຂ້ອຍ ບໍ່ເປັນຫຍັງ ແລະຫຼັງຈາກນັ້ນ ແມ່ນຫຍັງໄດ້ເກີດຂຶ້ນ ຂ້ອຍບໍ່ຮູ້ຈັກ. ເວລາຂ້ອຍມືນຕາຂຶ້ນມາ ຂ້ອຍຈຶ່ງຮູ້ວ່າໄດ້ມາຢູ່ທີ່ໂຮງໝໍນີ້.”
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ໃນການໂຈມຕີດັ່ງກ່າວ ຊຶ່ງມີຂຶ້ນນຶ່ງມື້ ຫລັງຈາກການໂຈມຕີດ້ວຍລົດລະເບີດສະຫຼະຊີບຢູ່ທາງໃຕ້ນະຄອນຫຼວງກາບູລທີ່ໄດ້ສັງ ຫານຢ່າງໜ້ອຍ 6 ຄົນ ຊຶ່ງນັບວ່າ ເປັນການໂຈມຕີ ທີ່ສຳຄັນຄັ້ງທຳອິດ ຂອງພວກຫົວຮຸນແຮງຕາລິບານ ນັບຕັ້ງແຕ່ການເສຍຊີວິດ ຂອງ Mullah Omar ຜູ້ນຳເປັນເວລາດົນນານ ຂອງກຸ່ມດັ່ງກ່າວ ໄດ້ຮັບການຢືນຢັນ.
ມີຕຳຫຼວດ ຢ່າງໜ້ອຍ 3 ຄົນ ແລະ ປະຊາຊົນອີກ 3 ຄົນ ໄດ້ເສຍຊີວິດໃນເຫດລະເບີດຂະ ໜາດແຮງໃນຕອນເຊົ້າຂອງວັນພະຫັດວານນີ້ທີ່ເມືອງ Puli Alam ເມືອງຫຼວງຂອງແຂວງ Logar ອີງຕາມເຈົ້າໜ້າທີ່ຂອງລັດຖະບານທ້ອງຖິ່ນ. ພ້ອມກັນນັ້ນ ກໍຍັງມີອີກຫຼາຍສິບຄົນ
ໄດ້ຮັບບາດເຈັບ.
Your browser doesn’t support HTML5