ຜູ້ວາງລະເບີດສະຫລະຊີບຄົນນຶ່ງ ຢູ່ທາງພາກຕາເວັນອອກສຽງເໜືອຂອງຊີເຣຍໄດ້ສັງຫານ ຢ່າງໜ້ອຍ 20 ຄົນ ໃນວັນຈັນວານນີ້ ໃນການໂຈມຕີ ຢູ່ທີ່ພິທີແຕ່ງງານແຫ່ງນຶ່ງ.
ເຫດລະເບີດໄດ້ແຕກຂຶ້ນຢູ່ນອກເມືອງ Hasakeh ຊຶ່ງເກືອບທັງໝົດແມ່ນຄວບຄຸມໂດຍກຳ ລັງຊາວເຄີດ ແຕ່ວ່າຍັງມີທີ່ໝັ້ນຈຳນວນນຶ່ງຂອງລັດຖະບານຊີເຣຍຢູ່ທີ່ນັ້ນ.
ບໍ່ມີຜູ້ໃດອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດດັ່ງກ່າວ ແຕ່ແນວໃດກໍຕາມພວກ ຫົວຮຸນແຮງລັດອິສລາມ ໄດ້ແນເປົ້າໝາຍໃສ່ຊາວເຄີດ ຊໍ້າແລ້ວຊໍ້າອີກ.
ໃນເດືອນສິງຫາທີ່ຜ່ານມາ ມີການຖິ້ມໂທດ ໃສ່ພວກຫົວຮຸນແຮງລັດອິສລາມວ່າ ເປັນຜູ້ວາງ ລະເບີດຢູ່ພິທີແຕ່ງງານຂອງຊາວເຄີດທີ່ພາກຕາເວັນອອກຂອງເທິກີໃກ້ກັບຊາຍແດນຊີເຣຍ. ການວາງລະເບີດສະຫລະຊີບ ຢູ່ໃນເມືອງ Gaziantep ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 50 ຄົນ. ປະທານາທິບໍດີເທີກີທ່ານ Recep Tayyip Erdogan ກ່າວວ່າ ຜູ້ວາງລະເບີດສະ ຫລະຊີບເປັນເດັກນ້ອຍ ອາຍຸບໍ່ກາຍ 14 ປີ.