ຊາວອາເມຣິກັນ ລັ່ງໄປຊື້ເຄື່ອງ ໃນວັນສຸກ ຫຼັງວັນ ຂອບຄຸນພະເຈົ້າ (ສະໄລດ໌ ແລະ ວີດິໂອ)

ວັນສຸກ ມື່ນີ້ ບັນດາປະຊາກອນ ອາເມຣິກັນ ຫລາຍລ້ານຄົນ ພາກັນ ຟ້າວແລ່ນໄປຊື້ເຄຶ້ອງໄຊ້ຕ່າງໆ ທີ່ລຸດລາຄາ

ມື້ນຶ່ງ ​ຫລັງ​ຈາກ​ການ​ສະຫລອງວັນ​ຂອບຄຸນ​ພະ​ເຈົ້າຂອງອາ​ເມ
ຣິກາ ໄດ້​ກາຍ​ເປັນ​ວັນທີ່ຮູ້​ກັນ​ວ່າ ວັນ​ສຸກ​ດໍາ ຊຶ່ງ​ເປັນ​ມື້ນຶ່ງ ​ທີ່​ມີ​
ການ​ຊື້​ເຄື່ອງໃຊ້ ຂອງສອຍຕ່າງ​ໆ ໃຫຍ່​ທີ່​ສຸດ​ປະ​ຈໍາປີ.

ມື້ນີ້ ​ເປັນມື້​ທີ່ບັນດາ​ຮ້ານ​ຄ້າ​ຍ່ອຍຂອງສະຫະລັດ ຊຶ່ງ​ແຕ່​ໃດໆ​ມາ ​ເປັນ ມື້ທີ່​ໄດ້​ຮັບກໍາ​ໄລ ​ໃນ​ຂະນະ​ທີ່​ຊາວ​ອາ​ເມຣິກັນຫລາຍ​ລ້ານ​ຄົນ ​ພາກັນຟ້າວແລ່ນໄປ​ຮ້ານ​ຂາຍ​ເຄຶ່ອງຕ່າງໆ ​ເພື່ອ​ຊ​ອກຊື້​ຂອງຂວັນ​ໄວ້ສໍາ​ລັບມື້​ບຸນ. ມັນ​ເປັນ​ຄໍາ​ສັບ ສໍາລັບການ​ບັນຊີທີ່ເຮັດ​ໃຫ້​ຮ້ານ​ຄ້າ​ຕ່່າງໆຕົກ​ຢູ່​ໃນ​ຄວາມ​ມືດ.
ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້

ການໃຊ້ຈ່າຍ​ຂອງຜູ້​ບໍລິ​ໂພ​ກ ​ແມ່ນ​ປະກອບ​ເປັນ ປະມານ 70 ​ເ​ປີ​ເຊັ​ນ ຂອງ​ເສດຖະກິດ
ສະຫະລັດ ​ແລະ​ບັນດາ​ຮ້ານ​ຄ້າ​ຈໍານວນ​ນຶ່ງ ກ່າວ​ວ່າ ການ​ໃຊ້ຈ່າຍ​ໃນ​ໄລຍະ​ທ້າຍ​ປີ ປະກອບ​ເປັນ​ປະມານ​ນຶ່ງ​ສ່ວນ​ສີ່ ຂອງ​ ​ການຂາຍ​ປະ​ຈໍາປີຂອງ​ເຂົາ​ເຈົ້າ. ​ແຕ່​ຍອດ​ຂາຍ​ໃນ​ປີນີ້ ອາດ​ຈະ​ເພີ້ມຂຶ້ນ ພຽງ 2.5% ​ສົມ​ທຽບ​ໃສ່​ກັບ​ປີ 2011 ອີງ​ຕາມ​ການ​ຄາດ​ຄະ​ເນ​ກັນ​ໄວ້.

ການ​ຂາຍ​ໃນລະຍະ​ບຸນວັນພັກ​ນີ້ ອາດ​ຈະ​ມີ​ການຖົດຖອຍຍ້ອນເສດຖະ ກິດສະຫະລັດຊັກ​ຊ້າ ​ເພາະ​ຍັງ​ມີຄົນ​ຫວ່າງ​ງານ​ເຖິງ 12 ລ້ານ​ຄົນຫລັງ​ຈາກ​ເກີດສະ​ເພາບເສດຖະກິດ​ຕົກ
ຕໍ່າ ​ໃນ​ປີ 2008 ​ແລະ 2009.