ພວກເຈົ້າໜ້າທີ່ອິນໂດເນເຊຍ ກ່າວວ່າ ພວກຊອກຄົ້ນຫາໄດ້ພົບເຫັນຫີບສຽງບັນທຶກ
ການບິນ ຈາກສາຍການບິນໂດຍສານລາຍອອນ ທີ່ໄດ້ຕົກລົງສູ່ທະເລຈາວາ ໃນເດືອນ
ຕຸລາປີກາຍນີ້ ເຮັດໃຫ້ຜູ້ໂດຍສານທັງໝົດ ແລະພວກລູກເຮືອ 189 ຄົນເສຍຊີວິດ
ພວກມະນຸດກົບກອງທັບເຮືອ ໄດ້ພົບເຫັນເຄື່ອງອຸບປະກອນດັ່ງກ່າວໃນວັນຈັນວານນີ້
ພຽງບໍ່ເທົ່າໃດມື້ ຫຼັງຈາກພວກຄົ້ນຫາໄດ້ຮັບສັນຍານທີ່ບໍ່ຈະແຈ້ງຈາກຫີບບັນທຶກດັ່ງ
ກ່າວ ທີ່ໄດ້ຝັງໄວ້ຢູ່ພາຍໃຕ້ຂີ້ຕົມກ້ອງທະເລຫຼາຍແມັດ. ທັງສອງກອງທັບເຮືອ ແລະ
ພວກເຈົ້າໜ້າທີ່ພົນລະເຮືອນ ທີ່ພົວພັນກັບການຊອກຄົ້ນ ແລະໃນຄວາມພະຍາຍາມ
ເກັບກຳນັ້ນກ່າວວ່າ ຊາກສົບຂອງມະນຸດຍັງໄດ້ພົບເຫັນຢູ່ໃກ້ໆກັບຫີບບັນທຶກສຽງ.
ການຄົນພົບອັນທີສອງ ຂອງທັງສອງທີ່ຮ້ອງວ່າ “ຫີບດຳ” ອາດໃຫ້ມູນເພີ້ມເຕີມ ວ່າ
ເປັນຫຍັງເຮືອບິນໂບອິງ 737 MAX 8 ຈຶ່ງຕົກ ຫຼັງຈາກບິນຂຶ້ນພຽງໄລຍະສັ້ນໆຈາກ
ສະໜາມບິນຈາກາຣຕາ ໄປຫາເກາະບັງກາ-ບີລີຕັງ ທີ່ຢູ່ໃກ້ໆນັ້ນ. ຫີບບັນທຶກສຽງ
ຂໍ້ມູນການບິນໄດ້ພົບເຫັນຫຼາຍມື້ຫຼັງຈາກເຮືອບິນຕົກ.
ພວກເຈົ້າໜ້າທີ່ພາສີ ກຳລັງລາດຕະເວນ ຢູ່ໃນເຂດສາຍການບິນລາຍອອນ ຖ້ຽວບິນ JT610 ຕົກຢູ່ນານນ້ຳກາຣາວັງ ອິນໂດເນເຊຍ ໃນທີ 1 ມັງກອນ 2018.
ພວກນັກສືບສວນພ້ອມດ້ວຍ ຄະນະກຳມະການຄວາມປອດໄພເດີນທາງແຫ່ງຊາດ
ອິນໂດເນເຊຍ ໄດ້ອອກຖະແຫຼງການຂັ້ນຕົ້ນ ລາຍງານໃນເດືອນພະຈິກປີກາຍນີ້ ທີ່
ໄດ້ອີງໃສ່ຂໍ້ມູນທີ່ໄດ້ມາຈາກບັນທຶກສຽງການບິນ ຂອງລະບົບອັດຕະໂນມັດເຮືອບິນ
ທີ່ໄດ້ເຮັດໃຫ້ຫົວເຮືອບິນຊັກລົງຊ້ຳແລ້ວຊໍ້າອີກ ເຖິງແມ່ນວ່າພວກນັກບິນໄດ້ພະຍາ
ຍາມທີ່ສຸດເພື່ອຮັກສາການຄວບຄຸມ. ເຂົາເຈົ້າເຊື່ອວ່າລະບົບອັດຕະໂນມັດທີ່ກີດກັ້ນ
ເຮືອບິນຈາກການຕິດຄັດ ຖ້າຫາກບິນສູງເກີນໄປຢູ່ໃນລະບົບໃໝ່ຂອງໂບອິງ ຂອງ
ເຮືອບິນໂດຍສານລຸ້ນເກົ່າ ທີ່ໄດ້ຮັບຂໍ້ມູນຜິດພາດຈາກເຄື່ອງກວດສອບຢູ່ໃນ
ຮ່າງເຮືອບິນ.
ເຮືອບິນມີບັນຫາຄ້າຍຄືກັນຈາກສາຍການບິນ ຈາກເກາະຕາກອາກາດຂອງບາລີ ໄປ
ຫາຈາກາຕາ ນຶ່ງຄືນກ່ອນເຮືອບິນຕົກທີ່ຮ້າຍແຮງ. ພວກນັກສືບສວນກ່າວວ່າ ເຮືອບີນ
ບໍ່ສົມຄວນບິນໃຫ້ບິນ ແລະສົມຄວນກັກໄວ້ຢູ່ເດິ່ນຫຼັງຈາກຖ້ຽວບິນດັ່ງກ່າວ..