ລາຍງານຂ່າວເວົ້າວ່າ bin Laden ວາງແຜນ ສັງຫານ ປ. ໂອບາມາ

  • ໄພສານ ວໍຣະຈັກ

ບ້ານພັກມື້ລາງນາຍ Osama bin Laden ໃນປາກິສຖານ ບ່ອນທີ່ເຈົ້າໜ້າທີ່ຄົ້ນພົບເອກກະສານ ກ່ຽວກັບແຜນ ການລອບສັງຫານ ປະທານາທິບໍດີສະຫະລັດ ພວມຖືກທຳລາຍຂະນະທີ່ເຈົ້າໜ້າທີ່ໜ່ວຍກ້າຕາຍຕຳຫຼວດປາກິສ ຖານ ຢືນຍາມ (8 ມີນາ 2012)

ໜັງສືພິມ​ທີ່​ສຳຄັນ​ສະບັບ​ນຶ່ງຂອງ​ສະຫະລັດລາຍ​ງານ​ວ່ານາຍ Osama bin Laden ​ໄດ້​
ສັ່ງ​ໃຫ້​ກຸ່ມກໍ່​ການ​ຮ້າຍ al-Qaida ສັງຫານປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ
ມາ ​ແລະ​ນາຍ​ພົນ David Petraeus ຊຶ່ງ​ເວລາ​ນັ້ນ​ເປັນ​ຜູ້ບັນຊາການ​ທະຫານ​ສະຫະລັດ
ຢູ່​ໃນອັຟກາ​ນິສຖານ.

ນັກ​ຂຽນຄໍລັມຂອງໜັງສືພິມ Washington Post ນາຍ David Ignatius ລາຍ​ງານ​ ໃນ
​ວັນ​ສຸກວານ​ນີ້​ວ່າ ເອກ​ກະສາ​ນ ທີ່​ໄດ້​ມາຈາກບ້ານ​ພັກຂອງ​ນາຍ bin Laden ​ໄດ້​ກ່າວ​ເຖິງ
ແຜນການທີ່ນາຍ Bin Laden ​ໄດ້​ຂຽນໄວ້ວ່າ ການ​ສັງ​ຫານທ່ານ Obama ​ນັ້ນ​ຈະ​ເປັນ​ທີ່
​ຮັບຮອງ​ວ່າຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Binden ຈະ​ໄດ້​ຂຶ້ນກໍາ​ອໍານາດ ຊຶ່ງ
ນາຍ bin Laden ກ່າວ​ວ່າ ​ເປັນ​ຜູ້​ທີ່ “ບໍ່​ມີ​ການ​ຕຽມ​ພ້ອມໃດໆ​ທັງໝົດ” ​ໃນ​ການ​ເຂົ້າຮັບ
ໜ້າ​ທີ່.

ນາຍ Bin Laden ​ໄດ້​ສະ​ເໜີໃຫ້ຜູ້​ກໍ່​ການ​ຮ້າຍ​ຊາວປາ​ກິ​ສຖານ ນາຍ Ilyas Kashmiri
ເປັນ​ຜູ້​ນໍາພາໃນການ​ໂຈມ​ຕີປະທານາທິບໍດີ​ໂອ​ບາ​ມາ. ນາຍ Kashmiri ​ໄດ້​ຖືກ​ຂ້າ​ຕາຍໃນ
ການ​ໂຈມ​ຕີ​ຂອງເຮືອ​ບີນບໍ່​ມີ​ຄົນຂັບ ໃນ​ເດືອນມິຖຸນາ​ແລ້ວນີ້.

ເຈົ້າ​ໜ້າ​ທີ່ສະຫະລັດແລະ​ນັກວິ​ເຄາະກ່າວ​ວ່າ ບໍ່​ມີ​ຫລັກ​ຖານ​ໃດໆທີ່​ສະແດງໃຫ້ເຫັນວ່າ​ກຸ່ມ
ກໍ່​ການ​ al-Qaida ເກືອບ​ພ້ອມ​ແລ້ວ ທີ່ຈະລົງມື​ປະຕິບັດຕາມ​ຂໍ້​ສະ​ເໜີດັ່ງກ່າວ​ນີ້.