ກອງປະຊຸມຂອງ 90 ປະເທດ ທີ່ໄດ້ອຸທິດຕົນ ໃຫ້ແກ່ບັນດາມະຫາສະມຸດໂລກ ໄດ້ສິ້ນສຸດລົງໃນວັນສຸກວານນີ້ ດ້ວຍການໃຫ້ຄຳໝັ້ນສັນຍາໃນມູນຄ່າ 5 ພັນ 3 ຮ້ອຍລ້ານໂດລາ ເພື່ອອະນຸລັກ ຫຼືປົກປັກຮັກສາທາງທະເລ ທີ່ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກ່າວວ່າ ໄດ້ພິສູດໃຫ້ເຫັນວ່າ “ພວກເຮົາໄດ້ສ້າງຄວາມຄືບໜ້າ.”
ການສ້າງຕັ້ງຫຼືຂະຫຍາຍເຂດປົກປ້ອງໃໝ່ ສີ່ສິບແຫ່ງທີ່ສຳຄັນທາງທະເລ ໄດ້ມີ ຂຶ້ນຢູ່ທີ່ກອງປະຊຸມສຸດຍອດມະຫາສະມຸດ ຂອງພວກເຮົາ ຮວມທັງການປະກາດຂອງປະທານາທິບໍດີ Barrack Obama ກ່ຽວກັບເຂດອະນຸລັກທາງທະເລແຫ່ງ ທຳອິດຂອງສະຫະລັດ ໃນມະຫາສະມຸດ Atlantic ຊຶ່ງມີພື້ນທີ່ຮວມທັງໝົດ 13,000 ຕາຕະລາງກິໂລແມັດ ແລະເປັນທີ່ຮູ້ກັນດີກ່ຽວກັບບັນດາພູຜາຢູ່ພື້ນທະ ເລ ຢູ່ນອກຝັ່ງທະເລຂອງເຂດ New England.
ຊາວປະມົງ ກຳລັງດຶງມອງຂຶ້ນມາ ທີ່ເຕັມໄປດ້ວຍປານ້ອຍ ຈາກມະຫາສະມຸດປາຊິຟິກ.
ການຫາປາເພື່ອເປັນຄ້າ ການຄົ້ນຫານໍ້າມັນ ແລະກິດຈະການອື່ນ ເປັນທີ່ຈຳກັດ ຢູ່ໃນດັ່ງກ່າວ ເພື່ອປ້ອງກັນລະບົບນິເວດ.
ທ່ານ Kerry ກ່າວປີດທ້າຍໃນຖະແຫລງການວ່າ ທ່ານໄດ້ສົນທະນາກັບບັນດາເຈົ້າໜ້າທີ່ຣັດເຊຍ ໃນວັນສຸກວານນີ້ ກ່ຽວກັບຄວາມເຫັນຂອງມົສກູໃນການຫ້າມບໍ່ໃຫ້ມີການຫາປາຢູ່ໃນພື້ນທີ່ 960,000 ຕາຕະລາງກິໂລແມັດຂອງທະເລ Ross ຊຶ່ງເປັນລະບົບນິເວດທີ່ບໍ່ໄດ້ຖືກລົບກວນເທື່ອໃນມະຫາສະສຸດ Atlantic.
ພາບບັນທຶກເຮືອຫາປາຂອງຊາວຕ່າງປະເທດ ທີ່ກອງທັບເຮືອອິນໂດເນເຊຍລະເບີດຖີ້ມ.
ທ່ານ Kerry ກ່າວວ່າ “ພວກເຮົາຍັງມີຄວາມຫວັງວ່າ ຣັດເຊຍຈະກ້າວເຂົ້າມາ ແລະຮ່ວມກັບພວກເຮົາ ໃນຄວາມພະຍາຍາມດັ່ງກ່າວນີ້.