ທ່ານ ໄບເດັນ ຈະໄປຢ້ຽມຢາມລັດ ຟລໍຣິດາ ໃນຂະນະທີ່ຜູ້ເສຍຊີວິດ ຈາກຕຶກອາຄານພັງ ເພີ່ມຂຶ້ນເປັນ 18 ຄົນ

ເຈົ້າໜ້າທີ່ຄົ້ນຫາ ແລະ ກູ້ໄພ ເຮັດວຽກຢູ່ເທິງຊາກຫັກພັງ ຢູ່ຕຶກຄອນໂດ Champlain Towers South, ບ່ອນທີ່ປະຊາຊົນຈຳນວນຫຼາຍຍັງຄົງຫາຍສາບສູນຢູ່ ຫຼັງຈາກມັນໄດ້ພັງລົງສ່ວນນຶ່ງເມື່ອອາທິດແລ້ວນີ້, ເມືອງ ເຊີຟຊາຍດ໌, ລັດ ຟລໍຣິດາ. 30 ມິຖຸນາ, 2021.(AP Photo/Lynne Sladky)

ປະທານາທິບໍດີ ສະຫະລັດ ແລະ ພັນລະຍາຂອງທ່ານ, ທ່ານນາງ ຈິລ, ຈະ ເດີນທາງໄປເມືອງ ເຊີຟຊາຍດ໌ ລັດ ຟລໍຣິດາ ໃນວັນພະຫັດມື້ນີ້, ບ່ອນທີ່ທີມຄົ້ນຫາ ແລະ ກູ້ໄພ ກຳລັງເຮັດວຽກເປັນວັນທີ 8 ຢູ່ສະຖານທີ່ຂອງຕຶກຄອນໂດພັງລົງສ່ວນນຶ່ງນັ້ນ.

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ກ່າວໃນຕອນແລງວັນພຸດວານນີ້ວ່າ ຕົວເລກຜູ້ເສຍຊີວິດຈາກຕຶກຖະຫຼົ່ມດັ່ງກ່າວໄດ້ເພີ່ມຂຶ້ນເປັນ 18 ຄົນ, ລວມທັງເດັກນ້ອຍສອງຄົນ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າ ທ່ານປະທານາທິບໍດີ ແລະ ສະຕີໝາຍເລກນຶ່ງຈະພົບປະກັບບັນດາສະມາຊິກຄອບຄົວ “ຜູ້ທີ່ໄດ້ປະສົບກັບໄພຫາຍະນະທີ່ໂຫດຮ້າຍນີ້,” ພ້ອມກັບຂອບໃຈບັນດາເຈົ້າໜ້າທີ່ ທີ່ຮັບມືກັບເຫດການສຸກເສີນ ແລະ ທີມກູ້ໄພ.

ເມື່ອຖືກຖາມວ່າທ່ານ ໄບເດັນ ຈະໄປສະຖານທີ່ຂອງຕຶກເອງບໍ່ນັ້ນ ທ່ານນາງ ຊາກີ ໄດ້ກ່າວວ່າ ລາຍລະອຽດດັ່ງກ່າວແມ່ນບໍ່ໄດ້ຖືກຕັດສິນໃຈເທື່ອ, ແຕ່ວ່າທ່ານປະທານາທິບໍດີໄດ້ກ່າວຢໍ້າວ່າ ທຸກພາກສ່ວນຂອງການຢ້ຽມຢາມຂອງທ່ານຕ້ອງຖືກປະສານງານກັບບັນດາເຈົ້າໜ້າທີ່ໃນສະຖານທີ່.

ທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມລາຍງານໃນວັນພຸດວານນີ້ວ່າ “ມັນຍັງມີການພະ ຍາຍາມຄົ້ນຫາ ແລະ ກູ້ໄພດຳເນີນຢູ່ສະຖານທີ່ເກີດເຫດນັ້ນ, ແລະ ພວກເຮົາຢາກທີ່ຈະຮັບປະກັນວ່າພວກເຮົາຈະບໍ່ເຮັດຫຍັງເພື່ອດຶງແຫຼ່ງຊັບພະຍາກອນພວກນັ້ນອອກມາ.”

ເຈົ້າເມືອງ ໄມອາມີ ເດດ ທ່ານນາງ ແດນຽລລາ ເລີວີນ ຄາວາ ໄດ້ປະກາດ ຕົວເລກສູງສຸດຂອງຜູ້ເສຍຊີວິດ ແລະ ບາດເຈັບຫຼ້າສຸດຈາກເຫດຕຶກພັງໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີຫຼາຍຄັ້ງໃນຕອນແລງວັນພຸດວານນີ້, ລວມທັງ 145 ຄົນທີ່ຍັງບໍ່ຮູ້ຊະຕາກຳ.

ທ່ານນາງໄດ້ຂຽນວ່າ “ຊຸມຊົນຂອງພວກເຮົາ, ປະເທດຂອງພວກເຮົາ ແລະ ໂລກໄດ້ສະແດງຄວາມເສຍໃຈກັບຄອບຄົບຂອງຜູ້ທີ່ເຮົາໄດ້ສູນເສຍໄປ. ພວກເຮົາເສຍໃຈນຳເຂົາເຈົ້າ ແລະ ພວກເຮົາຈະຍົກເຂົາເຈົ້າຂຶ້ນໃນຖານະເປັນຊຸມຊົນນຶ່ງທີ່ສາມັກຄີກັນຍ້ອນການສູນເສຍ, ລຸກຂຶ້ນຢືນນຳກັນດັ່ງທີ່ພວກເຮົາບໍ່ເຄີຍເຮັດມາກ່ອນໃນຊ່ວງເວລາທີ່ຮ້າຍແຮງທີ່ສຸດ. ພວກເຮົາຂໍສູດມົນພາວະນາໃຫ້ຄອບຄົວຕ່າງໆທີ່ຂາດຄົນຮັກຂອງເຂົາເຈົ້າໄປ.”

ຜູ້ປົກຄອງລັດ ຟລໍຣິດາ ທ່ານ ຣອນ ເດິແຊນທິສ ໄດ້ກ່າວວ່າການປະຕິບັດການທີ່ກຳລັງດຳເນີນຢູ່ແມ່ນການຕອບສະໜອງທີ່ບໍ່ກ່ຽວຂ້ອງກັບພາຍຸເຮີຣິເຄນທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງລັດ. ທ່ານໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນພຸດວານນີ້ ກ່ຽວກັບ “ຄວາມໂສກເສົ້າຢ່າງຖ້ວມລົ້ນ,” ແຕ່ທ່ານກໍເຂົ້າໃຈ ກ່ຽວກັບ ການບໍ່ຮູ້ຢ່າງແນ່ນອນ” ໃນຂະນະທີ່ຄອບຄົວຕ່າງໆລໍຖ້າຄຳຕອບ ກ່ຽວກັບ ຄົນຮັກຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ