ທ. ໄບເດັນ ກໍາລັງດໍາເນີນງານ ເພື່ອກະກຽມ ການຂຶ້ນກໍາອໍານາດ

ທ່ານ Joe Biden ຜູ່ທີາຄາດວ່າຈະເປັນປະທານາທິບໍດີເລືອກໃໝ່ຂອງສະຫະລັດ, ເວົ້າດ້ວຍຄວາມຍິ້ມຫົວໃນຂະນະທີ່ໃຫ້ຄໍາປາໄສ ຢູ່ໂຮງລະຄອນ ທີ່ໃຊ້ເປັນສໍານັກງານໃຫຍ່ໃນການໂອນອໍານາດໃຫ້ເພິ່ນ ໃນເມືອງ Wilmington, ລັດເດລາແວ, ວັນທີ 10 ພະຈິກ, 2020

ຜູ່ທີາຄາດວ່າຈະເປັນປະທານາທິບໍດີເລືອກໃໝ່ຂອງສະຫະລັດ, ທ່ານໂຈ ໄບເດັນ ໄດ້ສືບຕໍ່ດຳເນີນງານໃນການໂອນອຳນາດໃຫ້ແກ່ທ່ານໃນວັນພະຫັດວານນີ້ ຫລັງຈາກໄດ້ແຕ່ງຕັ້ງທ່ານຣອນ ເຄລນ (Ron Klain), ທີ່ປຶກສາຂອງທ່ານມາເປັນເວລາດົນນານຂອງທ່ານນັ້ນ ໃຫ້ເປັນຫົວໜ້າທີ່ປຶກສາຂອງທ່ານ ໃນທຳນຽບຂາວ.

ກ່ອນໜ້ານີ້ທ່ານເຄລນໄດ້ດຳລົງຕຳແໜ່ງເປັນຫົວໜ້າທີ່ປຶກສາແກ່ຮອງປະທານາ ທິບໍດີຂອງທ່ານໄບເດັນໃນສະໄໝຄະນະລັດຖະບານຂອງປະທານາທິບໍດີບາຣັກໂອບາມາ, ແລະແມ່ນເຈົ້າໜ້າທີ່ ທີ່ທ່ານໂອບາມາມອບໃຫ້ຮັບຜິດຊອບໃນການຮັບມືຂອງສະຫະລັດ ກັບການລະບາດຂອງພະຍາດອີໂບລາໃນປີ 2014.

ທ່ານໄບເດັນກ່າວໃນຖະແຫຼງການສະບັບນຶ່ງໃນວັນພຸດວານນີ້ວ່າ "ປະສົບການທີ່ເລິກເຊິ່ງ, ຫລາກຫລາຍ ແລະຄວາມສາມາດຂອງລາວທີ່ຈະເຮັດວຽກຮ່ວມກັບຄົນຢູ່ທົ່ວທຸກມຸມມອງທາງດ້ານການເມືອງແມ່ນສິ່ງທີ່ຂ້າພະເຈົ້າຕ້ອງການຢ່າງເຈາະຈົງໃນການເປັນຫົວໜ້າທີ່ປຶກສາຂອງທຳນຽບຂາວ ຂະນະທີ່ພວກເຮົາປະເຊີນກັບວິກິດການຢູ່ໃນເວລານີ້ ແລະເອົາປະເທດຂອງພວກເຮົາມາທ້ອນໂຮມສາມັກຄີກັນອີກ.”

ທ່ານເຄລນເອີ້ນການແຕ່ງຕັ້ງໃໝ່ນີ້ວ່າ “ເປັນກຽດອັນສຳຄັນຕະຫຼອດຊີວິດ.”

ການແຕ່ງຕັ້ງຂອງ Klain ແມ່ນເປັນການແຕ່ງຕັ້ງອັນທຳອິດ ແລະການແຕ່ງຕັ້ງອັນນຶ່ງໃນຫລາຍອັນທີ່ສຳຄັນທີ່ສຸດ ສຳລັບທ່ານໄບເດັນ, ຊຶ່ງການແຕ່ງຕັ້ງສະມາຊິກຂອງຄະນະລັດຖະບານອາດຈະມີຂຶ້ນໃນອາທິດໜ້ານີ້.

ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງ ໄດ້ພົບປະກັນອີກໃນວັນພະຫັດກັບທີ່ປຶກສາດ້ານການໂອນອໍານາດຂອງເພິ່ນ, ເຊິ່ງລວມມີຜູ້ຊ່ຽວຊານທີ່ຄຸ້ນເຄີຍກັບບັນຫາຕ່າງໆ ທີ່ທ່ານຈະປະເຊີນໜ້າໃນຕອນຕົ້ນໆ ຂອງການບໍລິຫານປະເທດຂອງທ່ານ, ໃນຂະນະທີ່ທ່ານວາງແຜນເຂົ້າໄປຄວບຄຸມລັດຖະບານສະຫະລັດຫຼັງຈາກໄດ້ສາບານໂຕເຂົ້າຮັບຕໍາແໜ່ງໃນວັນທີ 20 ມັງກອນນີ້.

ການໂອນອຳນາດຂອງທ່ານໄບເດັນມີຄວາມສັບສົນຍ້ອນການປະຕິເສດຂອງປະທານາທິບໍດີດໍໂນລ ທຣໍາໃນການຍອມຮັບຄວາມຜ່າຍແພ້. ທ່ານທຣໍາຍັງສືບຕໍ່ດຳເນີນການຮຽກຮ້ອງທາງກົດໝາຍ, ໂດຍມີຫຼັກຖານອັນບໍ່ຈະແຈ້ງ, ເວົ້າວ່າຄວາມຜິດພາດໃນການລົງຄະແນນສຽງ, ການນັບບັດລົງຄະແນນສຽງໄດ້ສໍ້ໂກງເຮັດໃຫ້ທ່ານບໍ່ຊະນະ.

ເຄືອຂ່າຍໂທລະພາບ CNN ໄດ້ລາຍງານວ່າທ່ານທຣໍາຈະບໍ່ຍອມຮັບຄວາມຜ່າຍແພ້ໃນການເລືອກຕັ້ງ ຈົນກວ່າວ່າການນັບຄະແນນສຽງຄືນຈະສິ້ນສຸດລົງຢູ່ໃນລັດຈໍເຈຍທີ່ຢູ່ທາງພາກໃຕ້ຂອງປະເທດ ເຊິ່ງເຈົ້າໜ້າທີ່ຫວັງວ່າຈະສິ້ນສຸດລົງໃນວັນທີ 20 ພະຈິກນີ້. ທ່ານໄບເດັນມີຄະແນນນຳໜ້າໃນລັດດັ່ງກ່າວໂດຍໄດ້ຮັບຄະແນນສຽງລື່ນທ່ານ ທຣໍາ14,000 ຄະແນນ.

ບັນດາສະມາຊິກສະພາຂອງພັກຣີພັບບລີກັນໄດ້ຮັບຮູ້ເຖິງໄຊຊະນະຂອງທ່ານໄບເດັນນັບມື້ນັບຫຼາຍຂຶ້ນ ແຕ່ວ່າ ສ່ວນຫຼາຍແມ່ນຢູ່ໃນຄວາມງຽບ ຫຼືບໍ່ກໍໄດ້ແນະນໍາໃຫ້ທ່ານທຣໍາສືບຕໍ່ທໍາການຕໍ່ສູ້ທາງກົດໝາຍສູງຂຶ້ນໄປເພື່ອຮຽກຮ້ອງເອົາສະໄໝດໍາລົງຕໍາແໜ່ງເປັນໄລຍະ 4 ປີໃນສະໄໝທີສອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ