ຄະນະກໍາມະການພິເສດ: ທ່ານໄບເດັນ ມີຄວາມ 'ຕັ້ງໃຈ' ເປີດເຜີຍເນື້ອ​ໄນເອກະສານ, ແຕ່ບໍ່ມີການ​ຕັ້ງ​ຂໍ້​ຫາ

ສ່ວນນຶ່ງຂອງສະພາພິເສດ ສໍາລັບບົດລາຍງານຂອງ ທ່ານໂຣເບີດ ເຮີ ກ່ຽວກັບການກວດສອບການຈັດການເອກະສານເປັນໝວດໝູ່ຂອງປະທານາທິບໍດີ ໂຈ ໄບເດັນ ໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ກຸມພາ 2024. (U.S. Justice Department via Reuters)

ປະທານາທິບໍດີ ໂຈ ໄບເດັນ ມີຄວາມ "ຕັ້ງໃຈ" ທີ່ໄດ້ເກັບຮັກສາ ແລະເປີດ ເຜີຍເອກະສານລະດັບສູງ ໃນເວລາທີ່ທ່ານເປັນພົນລະເມືອງທຳ​ມະ​ດາ, ລວມ ທັງເອກະສານທີ່ລະອຽດອ່ອນອື່ນໆ ກ່ຽວກັບນະໂຍບາຍການທະຫານ ແລະນະໂຍບາຍການຕ່າງປະເທດ ໃນອັຟການິສຖານ ພ້ອມທັງບັນຫາດ້ານຄວາມປອດໄພແຫ່ງຊາດຕ່າງໆ, ອີງຕາມລາຍງານຂອງອົງການຂ່າວ AP.

ນັ້ນ, ແມ່ນລາຍ​ງານ​ຂອງ​ກະຊວງ​ຍຸຕິ​ທຳ​ທີ່​ກ່າວ​ວ່າ ແນວ​ໃດ​ກໍ​ຕາມ​ຍັງ​ບໍ່​ມີ​ຂໍ້​ກ່າວ​ຫາ​ທາງ​ອາຍາ ​ຕໍ່ທ່ານ​ ຫຼື​ ບຸກຄົນອື່ນ​ໃດ.

ບົດລາຍງານຈາກ​ໄອ​ຍະ​ການພິເສດ ທ່ານໂຣເບີດ ເຮີ (Robert Hur) ທີ່ເປີດ ເຜີຍໃນວັນພະຫັດວານນີ້ ສະແດງໃຫ້ເຫັນການປະເມີນວິກິດການ ທີ່ຮ້າຍແຮງສໍາລັບການຈັດການກ່ຽວກັບປັດໄຈ ທີ່ລະອຽດອ່ອນ ຂອງລັດຖະບານ ທ່ານໄບເດັນ, ແຕ່ຍັງໃຫ້ລາຍລະອຽດກ່ຽວກັບເຫດຜົນວ່າ ເປັນຫຍັງທ່ານບໍ່ຄວນຖືກກ່າວຫາໃນຄວາມ​ຜິດນີ້.

ຮູບພາບນີ້, ປະກອບໃນບົດລາຍງານຈາກຄະນະກໍາມະການພິເສດ ທ່ານໂຣເບີດ ເຮີ, ສະແດງໃຫ້ເຫັນຫ້ອງເຮັດວຽກຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນເມືອງວີລມິງຕັນ, ລັດເດລາແວ, ວັນທີ 20 ມັງກອນ 2023, ໃະລະຫວ່າງການຊອກຄົ້ນໂດຍອົງການ FBI. (Justice Department via AP)

For radio: WASHINGTON (AP) — President Joe Biden "willfully" retained and disclosed highly classified materials when he was a private citizen, including documents about military and foreign policy in Afghanistan and other sensitive national security matters. That's according to a Justice Department report that nonetheless says no criminal charges are warranted for him or anyone else. The report from special counsel Robert Hur, released Thursday, represents a harshly critical assessment of Biden's handling of sensitive government materials, but also details the reasons why he should not be charged with the crime.