ທ່ານໄບເດັນ ສັນຍາວ່າຈະ 'ເອົາບາດກ້າວ ອັນເໝາະສົມ' ຫລັງຈາກທະຫານມຽນມາຍຶດອໍານາດແລ້ວ

ປະທານາທິບໍດີ Joe Biden ຂອງສະຫະລັດ ກ່າວໃນຂະນະທີ່ເຊັນດໍາລັດຕ່າງໆໃນທໍານຽບຂາວ, ວັນທີ 28 ມັງກອນ, 2021

ປະທານາທິບໍດີໂຈ ໄບເດັນ ກ່າວໃນວັນຈັນວານນີ້ວ່າ ສະຫະລັດຈະທົບທວນ ຄືນ ກົດໝາຍການລົງໂທດແລະການ “ເອົາບາດກ້າວທີ່ເໝາະສົມ” ຕໍ່ມຽນມາຫຼັງຈາກທະຫານໄດ້ຍຶດອຳນາດໃນປະເທດດັ່ງກ່າວ.

“ເກືອບຮອດທົດສະວັດນຶ່ງແລ້ວ ທີ່ປະຊາຊົນມຽນມາໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງເພື່ອສ້າງໃຫ້ມີການເລືອກຕັ້ງ, ການປົກຄອງພົນລະເຮືອນ, ແລະການໂອນອຳ ນາດໂດຍສັນຕິວິທີຂຶ້ນ,” ນັ້ນຄືຄໍາເວົ້າຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ກ່າວຢູ່ໃນຖະແຫຼງການສະບັບນຶ່ງໃນວັນຈັນວານນີ້ ໂດຍເວົ້າວ່າວໍຊິງຕັນ ໄດ້ຍົກເລີກການລົງໂທດຕໍ່ມຽນມາທີ່ຮູ້ອີກຊື່ນຶ່ງວ່າພະມ້ານັ້ນຢູ່ ໃນໄລຍະທີ່ມີການປ່ຽນແປງໄປສູ່ປະຊາທິປະໄຕ.

"ການຕ່າວປີ້ນຄວາມກ້າວໜ້າໃຫ້ຖອຍຫລັງຄືນນັ້ນ ຈຳເປັນຈະຕ້ອງມີການທົບທວນກົດໝາຍກ່ຽວກັບການລົງໂທດ ແລະສິດອຳນາດຂອງພວກເຮົາຄືນໃໝ່ ໃນທັນທີທັນໃດ, ໂດຍທີ່ມີການເອົາບາດກ້າວທີ່ເໝາະສົມຕາມມາ," ນັ້ນຄືຖ້ອຍຄໍາໃນຖະແຫຼງການສະບັບນັ້ນ ຊຶ່ງຮຽກຮ້ອງໃຫ້ປະເທດອື່ນ ເຮັດເຊັ່ນນັ້ນຄືກັນ.

ສະພາສູງສະຫະລັດກ່າວວ່າຕົນ ກຳລັງຕິດຕາມເບິ່ງສະຖານະການຢ່າງໃກ້ຊິດໃນວັນຈັນນີ້.

ຜູ້ນຳສຽງສ່ວນຫລາຍຂອງສະພາສູງ, ທ່ານຈຊັກ ຊຸມເມີ (Chuck Schumer) ກ່າວໃນຖະແຫຼງການສະບັບນຶ່ງວ່າ "ລັດຖະສະພາພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບຄະນະລັດຖະບານຊຸດໃໝ່ ເພື່ອແກ້ໄຂສະຖານະການນີ້".

ສະຫະລັດແມ່ນນຶ່ງໃນລັດຖະບານຂອງຫລາຍປະເທດໃນທົ່ວໂລກ ຕະຫລອດທັງອົງການສະຫະປະຊາຊາດທີ່ສະແດງຄວາມວິຕົກກັງວົນຢ່າງໜັກຕໍ່ການຢຶດອຳນາດຂອງກອງທັບມຽນມາ ແລະຮຽກຮ້ອງໃຫ້ປ່ອຍຕົວຜູ້ນຳທາງການເມືອງ ທີ່ຖືກກັກຂັງນັ້ນ.

ໃນຖະແຫຼງການສະບັບນຶ່ງທີ່ເຜີຍແຜ່ອອກມາໂດຍໂຄສົກຂອງທ່ານນັ້ນ, ທ່ານແອນໂທນິໂອ ກູເຕເຣສ (Antonio Guterres), ເລຂາທິການໃຫຍ່ຂອງອົງ ການສະຫະປະຊາຊາດໄດ້ສະແດງຄວາມວິຕົກກັງວົນຢ່າງໜັກ ຕໍ່ການປະກາດໂອນອຳນາດນິຕິບັນຍັດ, ບໍລິຫານ ແລະຕຸລາການທັງໝົດໃຫ້ແກ່ທະຫານ. ການເຄື່ອນໄຫວເຫລົ່ານີ້ສະແດງໃຫ້ເຫັນເຖິງຄວາມເສຍຫາຍຢ່າງໜັກ ຕໍ່ການປະຕິຮູບປະຊາທິປະໄຕໃນມຽນມາ.”

ທ່ານທອມ ແອນດຣູສ໌ (Tom Andrews), ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ກ່ຽວກັບສະຖານະການດ້ານສິດທິມະນຸດໃນມຽນມາ, ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ພິຈາລະນາການລົງໂທດຕໍ່ມຽນມາເຊັ່ນກັນ.

ທ່ານກ່າວໃນຖະແຫຼງການສະບັບນຶ່ງວ່າ "ການກະທຳທີ່ເດັດດ່ຽວ ແມ່ນມີຄວາມຈຳເປັນຕ້ອງເຮັດ, ລວມທັງການວາງມາດຕະການລົງໂທດທີ່ມີເປົ້າໝາຍອັນແຂງແກ່ນ, ແລະການເກືອດຫ້າມອາວຸດ ໄປຈົນເຖິງເວລາທີ່ປະຊາທິປະໄຕໄດ້ຮັບການຟື້ນຟູຄືນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ