ໃນການສິ້ນສຸດລົງການເດີນທາງໄປຢ້ຽມຢາມເອເຊຍເປັນເວລາ 6 ມື້ນັ້ນ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ໃຊ້ສົງຄາມໃນຢູເຄຣນສົ່ງສານໄປຫາຈີນ ໃຫ້ສະໜັບສະໜຸນຫຼັກການພື້ນຖານຂອງລະບຽບລະຫວ່າງປະເທດ.
ທ່ານໄບເດັນກ່າວໃນການໃຫ້ຄວາມເຫັນລະຫວ່າງກອງປະຊຸມສຸດຍອດທີ່ນະຄອນຫຼວງໂຕກຽວ ກັບບັນດາຜູ້ນຳຂອງຍີ່ປຸ່ນ ອິນເດຍ ແລະອອສເຕຣເລຍ ຊຶ່ງເປັນກຸ່ມພັນທະມິດທີ່ບໍ່ເປັນທາງການ ທີ່ຮູ້ກັນໃນນາມກຸ່ມຄວດ (Quad) ນັ້ນວ່າ “ຜືນແຜ່ນດິນອັນຄົບຖ້ວນແລະອະທິປະໄຕ ກົດໝາຍລະຫວ່າງປະເທດ ສິດທິມະນຸດ ຕ້ອງໄດ້ຮັບການປົກປ້ອງຢູ່ສະເໝີ ບໍ່ວ່າມັນຈະຖືກລ່ວງລະເມີດຢູ່ບ່ອນໃດໃນໂລກ.”
ການຮຸກຮານຂອງຣັດເຊຍຕໍ່ຢູເຄຣນ ເຮັດໃຫ້ເປົ້າໝາຍຍຸດທະສາດຂອງລັດຖະບານມີຄວາມສຳຄັນສູງຂຶ້ນ ເພື່ອ “ສ້າງຄວາມກ້າວໜ້າໃຫ້ເຂດອິນໂດ-ປາຊີຟິກເປັນເຂດທີ່ເສລີ ເປີດກວ້າງ ເຊື່ອມຕໍ່ ໝັ້ນຄົງ ແລະປັບໂຕໄດ້ຫຼາຍຂຶ້ນ” ນັ້ນຄືຄຳເວົ້າຂອງທ່ານໄບເດັນ ທີ່ກ່າວຕໍ່ກອງປະຊຸມສຸດຍອດກຸ່ມຄວດ ໃນມື້ສຸດທ້າຍຂອງການຢ້ຽມຢາມເອເຊຍຂອງທ່ານກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊິດະ ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ແລະນາຍົກລັດຖະມົນຕີອອສເຕຣເລຍ ທີ່ຫາກໍໄດ້ຮັບເລືອກໃໝ່ ທ່ານແອນໂທນີ ອາລບານີສ.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ແລະນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ທີ່ກອງປະຊຸມສຸດຍອດກຸ່ມຄວດ ຢູ່ໂຕກຽວ ເມື່ອວັນທີ 24 ພຶດສະພາ 2022.
ທ່ານໄບເດັນ ກ່າວຕື່ມວ່າ “ຕາບໃດທີ່ຣັດເຊຍຍັງສືບຕໍ່ເຮັດສົງຄາມ ສະຫະລັດຈະດຳເນີນງານກັບພາຄີຂອງພວກເຮົາເພື່ອຊ່ວຍໃນການຕອບໂຕ້ຂອງໂລກຍ້ອນວ່າມັນຈະມີຜົນກະທົບຕໍ່ທຸກໆເຂດຂອງໂລກ. ໃນເວລາດຽວກັນ ສະຫະລັດຕ້ອງແລະຈະເປັນພາຄີທີ່ເຂັ້ມແຂງ ໝັ້ນຄົງ ແລະຍືນຍົງໃນເຂດອິນໂດ-ປາຊີຟິກ.”
ນາຍົກລັດຖະມົນຕີກິຊິດະ ກໍໄດ້ສະທ້ອນໃຫ້ເຫັນຄຳເວົ້າຂອງທ່ານໄບເດັນ ຊຶ່ງທ່ານກ່າວວ່າ “ການຮຸກຮານຂອງຣັດເຊຍເຂົ້າໄປໃນຢູເຄຣນ ໂດຍກົງແລ້ວແມ່ນໄດ້ທ້າທາຍຕໍ່ຫຼັກການ ທີ່ໄດ້ຮັບການເທີດທູນຍົກສູງຢູ່ໃນກົດບັດຂອງອົງການສະຫະປະຊາຊາດ. ພວກເຮົາຈະບໍ່ສາມາດປ່ອຍໃຫ້ເລື້ອງທີ່ຄ້າຍຄືກັນນີ້ ເກີດຂຶ້ນຢູ່ໃນຂົງເຂດອິນໂດ-ປາຊີຟິກ.”
Your browser doesn’t support HTML5
Biden Ends Asia Trip with Warning to China
ຖະແຫຼງການຂອງກຸ່ມຄວດ ແລະການໃຫ້ຄວາມເຫັນຕ່າງໆຂອງບັນດາຜູ້ນຳທັງສີ່ ບໍ່ໄດ້ເອີ່ຍຊື່ຈີນໂດຍກົງ ແຕ່ໄດ້ເນັ້ນໜັກເຖິງເປົ້າໝາຍໃນການເສີມສ້າງໃຫ້ເຂດອິນໂດ-ປາຊີຟິກ ທີ່ເຄົາລົບອະທິປະໄຕ ແລະການປົກຄອງດ້ວຍຕົວບົດກົດໝາຍ - ຊຶ່ງຄຳເວົ້າທາງການທູດແລ້ວແມ່ນເປັນທີ່ເຂົ້າໃຈວ່າແນໃສ່ປັກກິ່ງ.
ແຟ້ມ - ທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ (PLA) ພວມເຂົ້າແຖວ ລະຫວ່າງການສວນສະໜາມຄົບຮອບ 70 ປີ ໃນການສ້າງຕັ້ງປະເທດຄອມມູນິສຈີນ ທີ່ປັກກິ່ງ ເມື່ອວັນທີ 1 ຕຸລາ 2019.
ຈີນໄດ້ເພີ້ມການໃຊ້ຈ່າຍທາງທະຫານຂອງຕົນຂຶ້ນຢ່າງຫຼວງຫຼາຍໃນໄລຍະບໍ່ເທົ່າໃດປີທີ່ຜ່ານມານີ້ ຮວມທັງກຳລັງກອງທັບເຮືອຂອງຕົນ. ເວລານີ້ ຈີນແມ່ນປະເທດທີ່ມີງົບປະມານທາງດ້ານທະຫານໃຫຍ່ເປັນອັນດັບ 2 ຂອງໂລກ ຮອງລົງມາຈາກສະຫະລັດ ແລະເມື່ອເວົ້າເຖິງຈຳນວນກຳປັ່ນລົບທີ່ຈີນອ້າງວ່າຕົນມີແລ້ວ ກອງທັບເຮືອຂອງຈີນ ເວລານີ້ແມ່ນໃຫຍ່ທີ່ສຸດໃນໂລກ ອີງຕາມທ່ານແຊມ ຣົກເກີວີນ (Sam Roggeveen) ຜູ້ອຳນວຍການ ໂຄງການຄວາມໝັ້ນຄົງລະຫວ່າງປະເທດ ຂອງສະຖາບັນໂລວີ (Lowy Institute.)
ທ່ານຣົກເກີວີນ ກ່າວຕໍ່ວີໂອເອວ່າ “ເມື່ອເວົ້າເຖິງຄວາມສາມາດແລ້ວ ມັນຍັງເປັນທີສອງທີ່ດີທີ່ສຸດ ຮອງຈາກສະຫະລັດ ແຕ່ກໍພວມໄລ່ຕາມຢ່າງວ່ອງໄວ.”
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ