ປະທານາທິບໍດີ ໂຈ ໄບເດັນ ໄດ້ຂຶ້ນກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດຄັ້ງທຳອິດຂອງທ່ານ ໃນຄືນວານອັງຄານວານນີ້ດ້ວຍຄຳເວົ້າທີ່ຮຸນແຮງສຳລັບຄູ່ປໍລະປັກຜະເດັດການຂອງທ່ານ ແລະ ການປອບໃຈສຳລັບປະຊາກອນທີ່ຕົກຢູ່ໃນສະຖານະການຫຍຸ້ງຍາກຂອງທ່ານ, ຖືກທຳຮ້າຍໂດຍໂຣກລະບາດທີ່ທໍລະຫົດ, ລາຄາສິນຄ້າທີ່ສູງຂຶ້ນ ແລະ ການແຕກແຍກທາງການເມືອງທີ່ຂົມຂື່ນ.
ຕະຫຼອດການກ່າວຄຳປາໄສນັ້ນ, ທ່ານ ໄບເດັນ ໄດ້ກ່າວຢໍ້າເຖິງຄຸນຄ່າດຽວກັນທີ່ທ່ານໄດ້ຮຽກຮ້ອງຊາວ ອາເມຣິກັນ ໃຫ້ຮັບເອົາຄຳເວົ້າທີ່ໄດ້ກ່າວໃນຄຳປາໄສສາບານຕົວເຂົ້າຮັບຕຳແໜ່ງຂອງທ່ານຄື: ຄວາມສັກມັກຄີ.
ທ່ານ ໄບເດັນ ໄດ້ກ່າວໃນຕອນສະຫຼຸບຂອງຄຳປາໄສທີ່ຍາວປະມານນຶ່ງຊົ່ວໂມງທີ່ມີຫຼາຍຫົວຂໍ້ນັບຈາກວິກິດການ ຢູເຄຣນ ບັນຫາເສດຖະກິດ ສະຫະລັດ ເຖິງໂຣກລະບາດ, ແລະ ການປະຕິຮູບກົດໝາຍນິຕິບັນຍັດໃນຂົງເຂດຕ່າງໆຄືສິດທິໃນການຄອບຄອງປືນ ແລະ ສິດທິໃນການລົງຄະແນນສຽງວ່າ “ພວກເຮົາແມ່ນພຽງປະເທດດຽວໃນໂລກ ທີ່ມັກຈະປ່ຽນແປງທຸກໆວິກິດການ ທີ່ພວກເຮົາໄດ້ປະເຊີນມາເປັນໂອກາດ.”
ທ່ານໄດ້ກ່າວວ່າ “ມື້ນີ້ພວກເຮົາແມ່ນແຂງແກ່ນກວ່າທີ່ເຮົາເປັນໃນນຶ່ງປີທີ່ຜ່ານມາ. ແລະພວກເຮົາຈະແຂງແກ່ນກວ່າທີ່ເຮົາເປັນໃນມື້ນີ້ນຶ່ງປີຈາກນີ້ເປັນຕົ້ນໄປ. ຕອນນີ້ແມ່ນຊ່ວງເວລາຂອງພວກເຮົາທີ່ຈະປະເຊີນ ແລະ ເອົາຊະນະສິ່ງທ້າທາຍຕ່າງໆໃນຊ່ວງເວລາຂອງພວກເຮົາ.”
ໃນຂະນະທີ່ບັນດາສະມາຊິກລັດຖະສະພາທີ່ໄກວ່ທຸງສີຟ້າ ແລະ ເຫຼືອງຂອງ ຢູເຄຣນ ໄປມານັ້ນ, ທ່ານ ໄບເດັນ ບໍ່ໄດ້ເສຍເວລາທີ່ຈະກ່າວເຖິງຄວາມຂັດແຍ້ງທີ່ຮຸນແຮງຂຶ້ນລະຫວ່າງ ຣັດເຊຍ ແລະ ຢູເຄຣນ, ໂດຍປະກາດວ່າທ່ານຈະປິດນ່ານຟ້າ ສະຫະລັດ ຕໍ່ຖ້ຽວບິນ ຣັດເຊຍ ໃນທັນທີ. ທ່ານໄດ້ກ່າວ ກ່ຽວກັບ ຫົວຂໍ້ທີ່ວ່ານັ້ນເປັນເວລາ 10 ນາທີ.
ທ່ານໄດ້ກ່າວຕໍ່ສິ່ງທີ່ປາກົດວ່າຈະເປັນການຕົບມືຊົມເຊີຍຢ່າງກວ້າງຂວາງຈາກຝູງຜູ້ຊົມຈາກທັງພັກເດໂມແຄຣັດ ແລະ ຣີພັບບລີກັນ ວ່າ “ຫົກວັນທີ່ຜ່ານມາ, ທ່ານ ວລາດິເມຍ ປູຕິນ ຂອງ ຣັດເຊຍ ໄດ້ສັ່ນຄອນພື້ນຖານຂອງໂລກທີ່ເສລີໂດຍຄິດວ່າລາວສາມາດກົ່ງມັນໄປຫາວິທີທາງທີ່ອັນຕະລາຍຂອງລາວ. ແຕ່ລາວໄດ້ຄິດໄລ່ມັນຢ່າງຜິດພາດ. ລາວຄິດວ່າພວກເຮົາຈະເຂົ້າໄປໃນ ຢູເຄຣນ ແລະ ໂລກຈະເຂົ້າໄປ. ແຕ່ກົງກັນຂ້າມລາວໄດ້ພົບກັບກຳແພງແຫ່ງຄວາມເຂັ້ມແຂງທີ່ລາວບໍ່ເຄີຍຄິດ. ລາວໄດ້ພົບກັບປະຊາຊົນ ຢູເຄຣນ.”
ໃນຂະນະທີ່ທ່ານໄດ້ກ່າວຢໍ້າເຖິງຈຸດນັ້ນ, ທ່ານນາງ ອົກຊານາ ມາຄາໂຣວາ, ເອກອັກຄະລັດຖະທູດຂອງ ຢູເຄຣນ ປະຈຳ ສະຫະລັດ, ໄດ້ເຂົ້າຮ່ວມກັບສະຕີໝາຍເລກນຶ່ງ, ທ່ານນາງ ຈິລ ໄບເດັນ ຢູ່ໃນກອບຜູ້ຊົມຂອງທ່ານນາງ, ແລະ ໄດ້ຖືກຕ້ອນຮັບດ້ວຍການຢືນຕົບມື. ທຳນຽບຂາວໄດ້ກ່າວວ່າ ສະຕີໝາຍເລກນຶ່ງມີການຖັກແຊ່ວຮູບດອກຕາເວັນນ້ອຍ, ເຊິ່ງແມ່ນດອກໄມ້ແຫ່ງຊາດຂອງ ຢູເຄຣນ, ຫຍິບໃສ່ແຂນຂອງຊຸດສີຟ້າຂອງທ່ານນາງສຳລັບຄຳປາໄສນັ້ນ.
ພວກເຮົາຍັງມີລາຍລະອຽດ ມາສະເໜີທ່ານຕື່ມ ຫຼັງພາກຂ່າວ
Your browser doesn’t support HTML5
Biden Rallies Support for Ukraine in State of the Union Address