ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ບອກກັບ
ບັນດາຜູ້ນຳຢູເຄຣນວ່າ ສະຫະລັດ ະຢືນຢູ່ຄຽງບ່າຄຽງໄຫລ່ກັບ
ພວກເຂົາເຈົ້າ ທ່າມກາງກັບປະເຊີນໜ້າ ໃນອັນທີ່ທ່ານເອີ້ນວ່າ
“ການຂົ່ມຂູ່ຢ່າງໜ້າອັບອາຍນີ້.”
ທ່ານ Biden ກຳລັງຢູ່ໃນນະຄອນຫຼວງ Kyiv ເພື່ອພົບປະ
ກັບປະທານາທິບໍດີຮັກສາການຊົ່ວຄາວ ທ່ານ Oleksandr
Torchynov ແລະ ນາຍົກລັດຖະມົນຕີຊົ່ວຄາວ ທ່ານ Arseniy
Yatsenyuk ໃນຂະນະທີ່ສະຖານະການຄວາມເຄັ່ງຕຶງທາງພາກຕາເວັນອອກຂອງຢູເຄຣນ ນັ້ນ ຍັງບໍ່ໄດ້ສະແດງໃຫ້ເຫັນວ່າ ມີການຜ່ອນຄາຍລົງແຕ່ຢ່າງໃດນັ້ນ.
ທ່ານ Biden ໄດ້ກ່າວວ່າ ລັດຖະບານຂອງຢູເຄຣນ ແມ່ນມີໂອກາດທີ່ຈະຮວມປະເທດຊາດ ໃຫ້ເປັນອັນນຶ່ງອັນດຽວກັນ ແຕ່ທ່ານໄດ້ເຕືອນວ່າ ກ່ອນອື່ນນັ້ນ ຢູເຄຣນຕ້ອງໄດ້ຕໍ່ສູ້ກັບອັນ ທີ່ທ່ານເອີ້ນວ່າ “ມະເຮັງຂອງການສໍ້ລາດບັງຫຼວງ.”
ທ່ານ Biden ຍັງໄດ້ກ່າວວ່າ ສະຫະລັດແມ່ນພ້ອມແລ້ວ ທີ່ຈະຊ່ອຍເຫຼືອ ໃຫ້ຢູເຄຣນເປັນເອກກະລາດທາງດ້ານພະລັງງານ ແລະຈະບໍ່ເພິ່ງພາອາໄສ ແກ໊ສທຳມະຊາດຈາກ
ຣັດເຊຍອີກ.
ໃນຂະນະດຽວກັນ ຢູເຄຣນແລະຣັດເຊຍ ຕ່າງກໍໄດ້ຖິ້ມໂທດໃສ່ກັນແລະກັນ ກ່ຽວກັບໂຈມຕີ ຮ້າຍແຮງທີ່ດ່ານກວດແຫ່ງນຶ່ງ ໃນຂົງເຂດເມືອງ Slavyansk ທີ່ນິຍົມຣັດເຊຍ ຊຶ່ງເຮັດໃຫ້ ການຢຸດຍິງໃນລະຫວ່າງບຸນອິສເຕີ້ແຕກຫັກລົງ ທີ່ຍັງຜົນໃຫ້ມີ 3 ຄົນເສຍຊີວິດນັ້ນ.
ກະຊວງການຕ່າງປະເທດສະຫະລັດ ໄດ້ນຳອອກເຜີຍແຜ່ ຮູບພາບຕ່າງໆ ທີ່ໄດ້ສະແດງໃຫ້ ເຫັນວ່າ ກອງກຳລັງພິເສດຂອງຣັດເຊຍພວມເຄື່ອນໄຫວຢູ່ໃນພາກຕາເວັນອອກຂອງຢູເຄຣນ ຊຶ່ງສະຫະລັດກ່າວວ່າ ນັກການທູດຢູເຄຣນໄດ້ມອບພາບເຫຼົ່ານີ້ ໃຫ້ແກ່ເຈົ້າໜ້າທີ່ສະຫະລັດ.
ຣັດເຊຍ ໄດ້ປະຕິເສດວ່າ ຕົນບໍ່ມີທະຫານຢູ່ໃນຢູເຄຣນ ຊຶ່ງຣັດເຊຍກ່າວວ່າ ພວກທີ່ສະໜັບສະໜຸນຣັດເຊຍ ແມ່ນເປັນພວກທີ່ຢູ່ໃນເຂດທ້ອງຖິ່ນ.

ພາບຫຼ້າສຸດ ຈາກ ຢູເຄຣນ