ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ອະດີດປະທານາທິບໍດີ ດໍໂນລ ທຣຳ ໃນວັນອັງຄານວານີ້ ໄດ້ຫຍັບໃກ້ເຂົ້າກວ່າເກົ່າທີ່ຈະໄດ້ແຂ່ງຂັນການເລືອກຕັ້ງປະທານທິບໍດີ 2020 ຄືນອີກເປັນຄັ້ງທີສອງ, ໃນຂະນະທີ່ແຕ່ລະທ່ານໄດ້ຊະນະການແຂ່ງຂັນເພື່ອການສະເໜີຊື່ຂອງພັກເກືອບທັງໝົດ ທີ່ຖືກຈັດຂຶ້ນໃນກຸ່ມຂອງລັດຕ່າງໆກະຈາຍໄປທົ່ວປະເທດ.
ທ່ານ ໄບເດັນ ໄດ້ຊະນະໃນ 15 ລັດທີ່ໄດ້ຈັດການເລືອກຕັ້ງຂັ້ນຕົ້ນ ຫຼື ການປະຊຸມເພື່ອເລືອກຕົວແທນເຂົ້າແຂ່ງຂັນຂອງພັກເດໂມແຄຣັດ, ລວມທັງໃນລັດ ເວີຈິເນຍ, ເທັກຊັສ, ມິນເນໂຊຕ້າ ແລະ ໂຄໂລຣາໂດ. ທ່ານໄດ້ຜ່າຍແພ້ໃນການປະຊຸມພັກເພື່ອເລືອກຕົວແທນໃນເກາະຊາມົວ ທີ່ເປັນດິນແດນຂອງ ສະຫະລັດ ພຽງເທົ່ານັ້ນ.
ທ່ານ ທຣຳ ໄດ້ຊະນະ 14 ລັດ, ລວມທັງໃນລັດ ຢູທາ, ເຊິ່ງເປັນລັດສຸດທ້າຍທີ່ໄດ້ປະກາດຜົນການເລືອກຕັ້ງຂັ້ນຕົ້ນເມື່ອວັນພຸດວານນີ້.
ດ້ວຍການຄັດຄ້ານພຽງເລັກນ້ອຍສຳລັບທ່ານ ໃນການແຂ່ງຂັນຂອງພັກເດໂມແຄຣັດ, ເຊິ່ງແມ່ນເລື່ອງປົກກະຕິສຳລັບປະທານາທິບໍດີຜູ້ທີ່ດຳລົງຕຳແໜ່ງຢູ່ນັ້ນ, ທ່ານ ໄບເດັນ ໄດ້ວາງແຜນອະນາຄົດເຖິງການເລືອກຕັ້ງໃນເດືອນພະຈິກ ແລະ ໄດ້ເຕືອນວ່າ ການດຳລົງຕຳແໜ່ງຂອງທ່ານ ທຣຳ ອີກສະໄໝນຶ່ງ ຈະໝາຍເຖິງສະໄໝການດຳລົງຕຳແໜ່ງທີ່ຖືກອະທິບາຍໂດຍ “ຄວາມວຸ້ນວາຍ, ຄວາມແຕກແຍກ ແລະ ຄວາມມືດມົວ.”
Your browser doesn’t support HTML5
Biden, Trump Have Super Night on Super Tuesday
ທ່ານ ໄບເດັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ມື້ນີ້, ຜູ້ລົງຄະແນນສຽງຫຼາຍລ້ານຄົນໃນທົ່ວປະເທດໄດ້ເຮັດໃຫ້ສຽງຂອງເຂົາເຈົ້າໄດ້ຍິນແລ້ວ ໂດຍສະແດງໃຫ້ເຫັນວ່າ ເຂົາເຈົ້າແມ່ນພ້ອມແລ້ວທີ່ຈະຕໍ່ສູ້ຕ້ານແຜນການທີ່ຮຸນແຮງຂອງທ່ານ ດໍໂນລ ທຣຳ ເພື່ອນຳພາພວກເຮົາກັບໄປສູ່ຄວາມຫຼ້າຫຼັງ.”
ທ່ານ ທຣຳ, ໃນການກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນຂອງທ່ານໃນລັດ ຟລໍຣິດາ ນັ້ນ, ໄດ້ກ່າວວ່າປະເທດແມ່ນໄດ້ “ອິດເມື່ອຍຢ່າງແຮງ” ໃນລະຫວ່າງສາມປີທີ່ຜ່ານມາ ໃນຂະນະທີ່ທ່ານໄດ້ກ່າວຫາທ່ານ ໄບເດັນ ຢ່າງບໍ່ຖືກຕ້ອງ ກ່ຽວກັບການຮັບມືດ້ານເສດຖະກິດ ແລະ ຄົນເຂົ້າເມືອງ.
ອະດີຜູ້ນຳ, ຜູ້ທີ່ໄດ້ຜ່າຍແພ້ໃນການພະຍາຍາມຖືກເລືອກຕັ້ງຄືນຕໍ່ ທ່ານ ໄບເດັນ ໃນປີ 2020, ໄດ້ສະເຫຼີມສະຫຼອງການຊະນະເລີດຫຼາຍຮອບ ໃນວັນອັງຄານວານນີ້ ແລະ ໄດ້ໂຄສະນາວ່າ ການເລືອກຕັ້ງໃນເດືອນພະຈິກຈະເປັນ “ວັນດຽວທີ່ມີຄວາມສຳຄັນທີ່ສຸດໃນປະຫວັດສາດຂອງປະເທດຂອງພວກເຮົາ.”