ທ່ານ ໄບເດັນ ເດີນທາງໄປບ້ານເກີດ ເພື່ອສົ່ງເສີມ ແຜນການໃຊ້ຈ່າຍ

ປະທານາທິບໍດີ ໂຈ ໄບເດັນ ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ຢູ່ເດີນຫຍ້າຕອນໃຕ້ ຂອງທຳນຽບຂາວ. 18 ຕຸລາ, 2021.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກັບໄປບ້ານເກີດຂອງທ່ານໃນເມືອງ ສແຄຣນຕັນ, ລັດ ເພັນຊິລເວເນຍ ເມື່ອວັນພຸດວານນີ້, ໂດຍໃຊ້ເມືອງທີ່ຄັ້ງນຶ່ງເຄີຍຈະເລີນຮຸ່ງເຮືອງ, ແລະ ຕອນນີ້ແມ່ນກຳລັງດີ້ນຮົນເພື່ອໂຕ້ຖຽງວ່າຄວາມສາມາດໃນການແຂ່ງຂັນໃນໂລກຂອງ ອາເມຣິກາ ຈະຂຶ້ນຢູ່ກັບການຮ່າງກົດໝາຍພື້ນຖານໂຄງລ່າງ ແລະ ການໃຊ້ຈ່າຍໃນສັງຄົມທີ່ຖືກໂຈມຕີຂອງທ່ານ.

ຮ່າງກົດໝາຍດັ່ງກ່າວແມ່ນໄດ້ຄ້າງຢູ່ໃນລັດຖະສະພາຍ້ອນຄວາມບໍ່ເຫັນພ້ອມຂອງບັນດາສະມາ ຊິກສະພາຢູ່ໃນພັກເດໂມແຄຣັດຂອງທ່ານ.

ທ່ານ ໄບເດັນ ທີ່ເຫັນໄດ້ຊັດວ່າອຶດອັດໄດ້ກ້າວວ່າ “ພວກເຮົາກຳລັງເຮັດຫຍັງຢູ່? ນີ້ແມ່ນ ສະຫະ ລັດ ອາເມຣິກາ, ພວກເຈົ້າເອີ້ຍ.” ທ່ານໄດ້ກ່າວຢູ່ຫໍພິພິທະພັນ Electric City Trolley ຫຼື ລົດລາງເມືອງໄຟຟ້າ ຂອງເມືອງ ສແຄຣນຕັນ ຫຼັງຈາກກອງປະຊຸມລັບຫຼາຍວັນຢູ່ທຳນຽບຂາວດ້ວຍການບໍ່ຍອມອ່ອນຂໍ້ໃນພັກຂອງທ່ານ.

ເມືອງ ສແຄຣນຕັນ ໄດ້ຊື່ຫຼິ້ນ “ເມືອງໄຟຟ້າ” ຂອງມັນໃນຖານະເປັນບ້ານຂອງນຶ່ງໃນລົດລາງໄຟຟ້າຄັນທຳອິດຂອງປະເທດໃນທ້າຍຊຸມປີ 1880. ແຕ່ເມືອງດັ່ງກ່າວໄດ້ຕົກຕໍ່າທາງດ້ານອຸດສາຫະກຳຢ່າງຮຸນແຮງຫຼັງຈາກສົງຄາມໂລກຄັ້ງທີສອງ, ເຊິ່ງແມ່ນເສັ້ນທາງທີ່ທ່ານ ໄບເດັນ ໄດ້ກ່າວວ່າອາດເປັນອະນາຄົດຂອງ ອາເມຣິກາ ເຊັ່ນກັນ.

ທ່ານໄບເດັນ ໄດ້ກ່າວວ່າ “ສຳລັບເວລາສ່ວນຫຼາຍຂອງສັດຕະວັດທີ 20, ພວກເຮົາໄດ້ນຳໜ້າໂລກ ດ້ວຍຊ່ອງຫວ່າງຢ່າງຫຼວງຫຼາຍ, ຍ້ອນວ່າພວກເຮົາໄດ້ລົງທຶນໃນປະຊາຊົນຂອງພວກເຮົາ, ພວກເຮົາໄດ້ລົງທຶນໃນພວກເຮົາເອງ, ບໍ່ແມ່ນແຕ່ໃນຫົນທາງຂອງພວກເຮົາ ແລະ ທາງຫຼວງຂອງພວກເຮົາ ແລະ ຂົວຕ່າງໆ ແຕ່ໃນປະຊາຊົນຂອງພວກເຮົາ ແລະ ຄອບຄົວຂອງພວກເຮົາ. ພວກເຮົາບໍ່ສ້າງແຕ່ລະບົບທາງຫຼວງຂ້າມລັດເທົ່ານັ້ນພວກເຮົາສ້າງທາງຫຼວງໄປສູ່ທ້ອງຟ້າ, ສູ່ນອກອະວະ ກາດ.”

ໃນຂະນະທີ່ທັງສອງຢ່າງນັ້ນແມ່ນບູລິມະສິດດ້ານກົດໝາຍນິຕິບັນຍັດພາຍໃນປະເທດ, ທ່ານ ໄບເດັນ ມັກຈະໂຄສະນາພື້ນຖານໂຄງລ່າງ ແລະ ຮ່າງກົດໝາຍການໃຊ້ຈ່າຍໃນສັງຄົມ, ເຊິ່ງລວມມີຂໍ້ກົດນົດສຳລັບການຫຼຸດຜ່ອນສະພາບອາກາດປ່ຽນແປງ, ໃນຮູບແບບຂອງການຮັກສາຂອບການມີຄວາມສາມາດໃນການແຂ່ງຂັນຂອງ ອາເມຣິກາ ໃນໂລກ. ທຳນຽບຂາວໄດ້ກ່າວວ່າ ທ່ານຈະເພັ່ງເລັງໃສ່ວ່າຂໍ້ກຳນົດໃນຮ່າງກົດໝາຍນິຕິບັນຍັດນັ້ນຈະອະນຸຍາດໃຫ້ປະເທດແຂ່ງຂັນກັບ ຈີນ ໄດ້ດີກວ່າເກົ່າແນວໃດ, ເຊິ່ງເຂົາເຈົ້າໄດ້ມີເສັ້ນທາງລົດໄຟຄວາມໄວສູງຢ່າງໜ້ອຍ 35,405 ກິໂລແມັດແລ້ວ ແລະ ມີແຜນທີ່ຈະຂະຫຍາຍມັນເປັນສອງເທົ່າພາຍໃນປີ 2035.

ທ່ານ ໄບເດັນ ໄດ້ກ່າວວ່າ “ເຈົ້າຮູ້ວ່າ ຈີນ ຕອນນີ້ແມ່ນກຳລັງສ້າງເສັ້ນທາງລົດໄຟອີກທີ່ຈະໄວຂຶ້ນເຖິງ 300 ກິໂລແມັດຕໍ່ຊົ່ວໂມງ.

ອ່ານຂ່າວນີ້ເປັນພາສາອັງກິດ