ທ່ານໄບເດັນ ໃຊ້ກອງປະຊຸມສຸດຍອດ ຂອງ ສປຊ ເພື່ອສົ່ງເສີມວິໄສທັດ ການພົວພັນ ຫຼາຍຝ່າຍ

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ສະແດງຄວາມຄໍານັບ ໃນຂະນະທີ່ທ່ານຂຶ້ນເຮືອບິນ Air Force One ທີ່ຈະອອກຈາກຖານທັບ Joint Base Andrews ຢູ່ໃນລັດແມຣີແລນໄປ ໃນວັນທີ 20 ກັນຍາ, 2021

ໃນການປາກົດຕົວຄັ້ງທຳອິດໃນຖານະເປັນປະມຸກລັດຢູ່ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນວັນອັງຄານມື້ນີ້, ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນຈະສົ່ງເສີມວິໄສທັດການພົວພັນຫຼາຍຝ່າຍ, ທີ່ສຸມໃສ່ດ້ານການທູດຂອງທ່ານ, ອີງຕາມບັນດາເຈົ້າໜ້າລັດຖະບານທັງຫລາຍ.

ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ "ມັນເປັນອາ ທິດທີ່ສຳຄັນ ແລະມີຄວາມໝາຍຫລາຍ ສຳລັບປະທານາທິບໍດີໄບເດັນ ແລະຄວາມເປັນຜູ້ນໍາຂອງທ່ານໃນເວທີໂລກ ແລະການຂັບເຄື່ອນບູລິມະສິດທີ່ສຳຄັນ ຈໍານວນນຶ່ງສໍາລັບຄວາມໝັ້ນຄົງແຫ່ງຊາດຂອງອາເມຣິກາ ແລະເພື່ອສັນຕິພາບທີ່ກວ້າງຂວາງກວ່າເກົ່າ ແລະຄວາມຈະເລີນຮຸ່ງເຮືອງຂອງໂລກ."

ຈຸດຢືນດັ່ງກ່າວແມ່ນກົງກັນຂ້າມໂດຍກົງກັບທິດສະດີ “ອາເມຣິກາມາກ່ອນໝູ່ ໝົດ” ຫລື “America First” ຂອງທ່ານດໍໂນລ ທຣໍາ ຜູ້ທີ່ໄດ້ຮັບຕຳແໜ່ງກ່ອນທ່ານ.

ການປະຊຸມປະຈໍາປີດັ່ງກ່າວແມ່ນໂອກາດທີ່ສະມັດຊາໃຫຍ່ທີ່ມີສະມາຊິກ 193 ປະເທດຈະໄດ້ປຶກສາຫາລືກັນກ່ຽວກັບສິ່ງທ້າທາຍຂອງຄວາມສໍາຄັນຂອງພາກພື້ນແລະທົ່ວໂລກ.

ທ່ານໄບເດັນໄດ້ເດີນທາງໄປເຖິງນະຄອນນິວຢອກ ໃນຕອນແລງວັນຈັນວານນີ້ເພື່ອພົບກັບປະມຸກລັດຂອງປະມານ 100 ຄົນທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ. ຫຼັງຈາກການກ່າວຄຳປາໄສຂອງທ່ານໃນວັນອັງຄານມື້ນີ້, ທ່ານມີການປະຊຸມພິເສດ ທີ່ນະຄອນນິວຢອກກັບນາຍົກລັດຖະມົນຕີອອສເຕຣເລຍ, ທ່ານສກັອດ ມໍຣິສັນ (Scott Morrison), ແລະຕໍ່ມາໃນມື້ນັ້ນແມ່ນເປັນເຈົ້າພາບຕ້ອນຮັບນາຍົກລັດຖະມົນຕີອັງກິດ, ທ່ານບໍຣີສ ຈອນສັນ (Boris Johnson) ເພື່ອພົບປະກັນຢູ່ທີ່ທຳນຽບຂາວ.

ອາທິດແລ້ວນີ້, ສາມປະເທດໄດ້ປະກາດຂໍ້ຕົກລົງຄວາມໝັ້ນຄົງທີ່ຈະສະໜອງ ເທັກໂນໂລຈີເຮືອດຳນໍ້າທີ່ແລ່ນດ້ວຍພະລັງງານນິວເຄຼຍຂອງອາເມຣິກາ ແລະຄວາມຊ່ຽວຊານດ້ານກອງທັບເຮືອຂອງອັງກິດໃຫ້ແກ່ອອສເຕຣເລຍເພື່ອຊ່ວຍປະເທດດັ່ງກ່າວ ຮັບມືກັບໄພຂົ່ມຂູ່ຢູ່ໃນພາກພື້ນອິນໂດ-ປາຊີຟິກ. ບັນດານັກວິເຄາະເຫັນຢ່າງກວ້າງຂວາງວ່າການເຄື່ອນໄຫວດັ່ງກ່າວເປັນຄວາມພະຍາຍາມເພື່ອຕ້ານກັບອິດທິພົນທີ່ນັບມື້ນັບເພີ້ມຂຶ້ນຂອງຈີນຢູ່ໃນພາກພື້ນ.

ຢູ່ທີ່ອົງການສະຫະປະຊາຊາດນັ້ນ, ທ່ານໄບເດັນຍັງຈະເວົ້າກ່ຽວກັບການຕັດສິນໃຈທີ່ມີການຖົກຖຽງກັນຫລາຍຂອງທ່ານໃນການຖອນທະຫານອອກຈາກອັຟການິສຖານ, ເຊິ່ງທ່ານໄດ້ກ່າວວ່າເປັນສ່ວນນຶ່ງຂອງລັດຖະບານຂອງທ່ານທີ່ສຸມໃສ່ຄູ່ປໍລະປັກຕົວຈິງ ກໍຄືຈີນ. ໃນວັນອາທິດຜ່ານມາ, ເລຂາທິການໃຫຍ່ອົງການສະ ຫະປະຊາຊາດ, ທ່ານແອນໂຕນິໂອ ກູແທເຣສ (Antonio Guterres) ໄດ້ຮຽກຮ້ອງໃຫ້ສະຫະລັດແລະຈີນຫຼີກລ້ຽງສິ່ງທີ່ທ່ານເວົ້າວ່າ ສາມາດເປັນສົງຄາມເຢັນທີ່ອາດເກີດຂຶ້ນໄດ້, ແລະທ່ານໄດ້ຮ້ອງຂໍໃຫ້ທັງສອງປະເທດ ແກ້ໄຂຄວາມ ສຳພັນທີ່ “ບົກຜ່ອງ” ຂອງພວກເຂົາເຈົ້າ.

[[ https://www.voanews.com/a/ap-interview-un-chief-warns-china-us-to-avoid-new-cold-war-/6235474.html ]]

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ