ທ່ານໄບເດັນ ໄປຢ້ຽມຢາມລັດຄາລິຟໍເນຍ ທີ່ໄດ້ຮັບຄວາມເສຍຫາຍຈາກພາຍຸ ແລະຕິດຕາມເບິ່ງຄວາມພະຍາຍາມ ໃນການຟື້ນຟູລັດ

ປະທານາທິບໍດີ ໂຈ ໄບເດັນ ສົ່ງມອບການເຄົາລົບຄືນ ໃຫ້ແກ່ທະຫານ ໃນລະຫວ່າງທີ່ທ່ານຂື້ນເຮືອບິນແອຝອດວັນ ຢູ່ທີ່ຖານທັບອາກາດແອນດຣິວ, ລັດແມຣີແລນ, ວັນທີ 19 ມັງກອນ 2023, ຂອງການເດີນທາງໄປລັດຄາລິຟໍເນຍ.

ປະທານາທິບໍດີໂຈ ໄບເດັນ ມີກໍານົດທີ່ຈະໄປຢ້ຽມ​ຢາມສະຖານທີ່ທີ່ໄດ້ຮັບຄວາມເສຍຫາຍ ແລະຮັບຟັງການສະຫຼຸບກ່ຽວກັບຄວາມພະຍາຍາມໃນ​ການຟື້ນຟູ ລຸນຫຼັງພາຍຸ​ພັດ​ເຂົ້າ​ຖະ​ຫຼົ່ມ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຮ້າຍ​ແຮງ ​ຢູ່ລັດຄາລິຟໍເນຍໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ ໂດຍສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ​ຢ່າງ​ໜ້ອຍ 20 ຄົນ ແລະໄດ້ທຳ​ລາຍ​ຊັບ​ສິນ​ຢູ່​ໃນ 41 ເຂດ​ຂອງຈໍານວນ 58 ຂົງເຂດ, ອີງຕາມ​ລາຍ​ງານອົງການຂ່າວ AP.

ປະທານາທິບໍດີພ້ອມດ້ວຍຜູ້ບໍລິຫານງານ​ອົງ​ການ FEMA ທ່ານດີນ ຄຣິສເວລ, ຜູ້ປົກຄອງລັດ ທ່ານກາວິນ ນິວຊໍາ ແລະເຈົ້າໜ້າທີ່ລັດຖະບານ ແລະເຈົ້າໜ້າທີ່ທ້ອງຖິ່ນຄົນອື່ນໆ, ໄດ້ໄປຢ້ຽມຢາມທ່າເຮືອຄາປິໂທລາທີ່ໄດ້ຮັບຄວາມເສຍຫາຍ ຢູ່ໃນຂົງເຂດຊານຕາຄຣູສ ໃນວັນພະຫັດວານນີ້, ແລະທ່ານໄດ້ພົບກັບບັນດາເຈົ້າຂອງທຸລະກິດ ແລະປະຊາຊົນຄົນອື່ນໆທີ່ໄດ້ຮັບຄວາມເສຍຫາຍເຊັ່ນກັນ.

ທ່ານໄບເດັນ ຍັງໄດ້ພົບກັບບັນ​ດາ​ຜູ້​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂັ້ນ​ຕົ້ນ ແລະໄດ້​ກ່າວ​ຄຳ​ປາ​ໄສ ​ໃຫ້ສະໜັບສະໜຸນຕໍ່​ຄວາມ​ພະ​ຍາ​ຍາມ​ ໃນການຟື້​ນ​ໂຕ​ຄືນຂອງລັດ ຢູ່ທີ່ສວນສາທາລະນະຂອງລັດ ຊີຄຣິບ ໃນບໍລິເວນໃກ້ຄຽງ.

ໂຄສົກທໍານຽບຂາວ ທ່ານນາງຄາຣີນ ຊັງ-ປີແອ ກ່າວໃນວັນພຸດທີ່ຜ່ານມາວ່າ “ມີພະນັກງານອົງ​ການ FEMA ຫຼາຍກວ່າ 500 ຄົນ, ແລະບຸກຄະລາກອນຂອງລັດຖະບານກາງອີກຈໍານວນນຶ່ງ ໄດ້ຖືກຈັດສົ່ງໄປປະຕິບັດໜ້າທີ່ຢູ່ໃນລັດຄາລິຟໍເນຍ ເພື່ອສະໜອງການສະໜັບສະໜຸນ ແລະດໍາເນີນງານຄຽງຄູ່ກັບເຈົ້າໜ້າທີ່ຂອງລັດ ເພື່ອໃຫ້ໝັ້ນໃຈວ່າ ໝົດທຸກໆຄົນຈະໄດ້ຮັບການຊ່ວຍເຫຼືອຢ່າງແທ້ຈິງ.”

ນັກດັບເພີງຈາກເມືອງ ຊານດີເອໂກ ຊ່ວຍເຫຼືອ ຮໍາເບີໂຕ ມາຊຽລ ດ້ວຍການຊ່ວຍຊີວິດໝາຂອງລາວຈາກເຮືອນທີ່ຖືກນໍ້າຖ້ວມ ໃນເມືອງເມີເຊ, ລັດຄາລິຟໍເນຍ, ວັນທີ 10 ມັງກອນ 2023.

ທ່ານໄດ້ເດັນ ໄດ້ປະກາດການອະນຸມັດກ່ຽວກັບໄພພິບັດຂະໜາດໃຫຍ່ສໍາລັບລັດດັ່ງກ່າວໄປແລ້ວ ແລະໄດ້ແຈກຢາຍແຫຼ່ງຊັບພະຍາກອນຕ່າງໆຂອງລັດຖະບານ ກາງເພີ້ມເຕີມສໍາລັບຄວາມພະຍາຍາມໃນການຟື້ນຟູ. ໃນບໍ່ເທົ່າໃດຊົ່ວໂມງກ່ອນ ເດີນທາງໄປຢ້ຽມຢາມ ທ່ານໄດ້ເພີ້ມລະດັບການຊ່ວຍເຫຼືອຂອງລັດຖະບານກາງ ໃຫ້ສູງຂຶ້ນຫຼາຍກວ່າເກົ່າອີກ.

ຈາກວັນທີ 26 ທັນວາ ຫາວັນທີ 17 ມັງກອນ, ທົ່ວລັດຄາລິຟໍເນຍມີປະລິມານ ນໍ້າຝົນ ແລະຫິມະໂດຍສະເລ່ຍ 11.47 ອິນ, ອີງຕາມສູນກາງ​ທຳ​ນາຍ​ອົງ​ການບໍລິການສະພາບອາກາດແຫ່ງຊາດ, ເຊິ່ງ​ຢູ່​ໃນ​ບາງ​ແຫ່ງລະບຸວ່າ ສູງເຖິງ 15 ຟີດ ຂອງຈໍານວນຫິມະທີ່ຕົກລົງມາໃນຊ່ວງສາມອາທິດ ໂດຍຢູ່ໃນລະດັບສູງທີ່ສຸດຂອງ​ເຂດເຊຍຣາ ເນວາດາ.

ລັດຄາລິຟໍເນຍ ໄດ້ຮັບປະລິມານນໍ້າຝົນ ແລະຫິມະ ຈໍານວນຫຼາຍ ໃນຊ່ວງລະ ດູຝົນ ເນື່ອງຈາກປາກົດການສະພາບອາກາດທີ່ຮູ້ຈັກໃນລັກສະນະ “ແມ່ນໍ້າໃນຊັ້ນບັນຍາກາດ,” ເຊິ່ງເປັນການ​ກໍ່​ໂຕ​ຂຶ້ນ​ຂອງອາຍນໍ້າທີ່ຍາວ ແລະແຄບຢູ່ເໜືອມະຫາສະໝຸດ ແລ້ວໄຫຼຜ່ານໄປທົ່ວທ້ອງຟ້າ.

ລັດຄາລິຟໍເນຍ ໄດ້ຮັບ​ຜົນກະທົບໂດຍ 9 ແມ່ນໍ້າໃນຊັ້ນບັນຍາກາດ ນັບຕັ້ງແຕ່ທ້າຍເດືອນທັນວາ ເປັນຕັ້ນມາ. ພາຍຸດັ່ງກ່າວ ໄດ້ຜ່ອນຄວາມແຮງລົງ​ແດ່ແລ້ວໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ, ເຖິງແມ່ນນັກພະຍາກອນອາກາດກ່າວວ່າ ຈະມີຝົນຕົກພຽງເລັກນ້ອຍໄປຈົນຮອດທ້າຍອາທິດນີ້ ແລະສະພາບອາກາດມີລັກສະ ນະແຫ້ງ ຫຼັງຈາກນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ