ທ່ານ ໄບເດັນ ຈະເຊັນລົງນາມ ຊຸດການຊ່ວຍເຫຼືອແກ່ ຢູເຄຣນ ອິສຣາແອລ ແລະ ໄຕ້ຫວັນ

  • ວີໂອເອ

ຜູ້ນໍາໃນການຕິດຕາມກວດກາຂອງສະພາສູງ ທ່ານມິດຈ໌ ແມັກຄໍແນລ ຍົກສູງກ່ຽວກັບການສະໜັບສະໜູນຕໍ່ຢູເຄຣນ ໃນຂະນະທີ່ສະພາສູງ ກໍາລັງດໍາເນີນງານຜ່ານຮ່າງກົດໝາຍໃນການຊ່ວຍເຫຼືອຈໍານວນ 95 ຕື້ໂດລາ ສໍາລັບສົງຄາມໃນ ຢູເຄຣນ, ອິສຣາແອລ ແລະ ໄຕ້ຫວັນ, ຢູ່ທີ່ຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ວັນທີ 23 ເມສາ 2024.

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ກ່າວ​ວ່າ ທ່ານ​ຈະ​ລົງ​ນາມ​ຕໍ່​ຮ່າງ​ກົດໝາຍ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ຈະ​ມອບການຊ່ວຍ​ເຫຼືອ 95 ຕື້ໂດ​ລາ​ໃຫ້​ແກ່ ​ຢູ​ເຄຣນ, ອິສຣາ​ແອ​ລ ​ແລະ ​ໄຕ້​ຫວັນ ລຸນຫຼັງສະພາ​ສູງ​ ໄດ້​ໃຫ້ການ​ອະນຸມັດ​ໃນຕອນແລງຂອງ​ວັນ​ອັງຄານ​ວານ​ນີ້.

ການລົງຄະແນນສຽງ 79-18 ມີຂຶ້ນຫຼັງຈາກມີຄວາມຫຼ້າຊ້າມາຫຼາຍເດືອນ, ເຊິ່ງລວມມີ ການຜ່ານຮ່າງຂອງສະພາສູງທີ່ມີມາດຕະການຄ້າຍຄືກັນ ແລະ ບັນດາຜູ້ນຳໃນສະພາຕໍ່າ ທີ່ປະຕິເສດການລົງຄະແນນສຽງຂອງຕົນເອງທ່າມກາງຄວາມຂັດແຍ້ງກ່ຽວກັບການສົ່ງການຊ່ວຍເຫຼືອໄປຕ່າງປະເທດ ແລະບູລິມະສິດດ້ານຄວາມໝັ້ນຄົງຢູ່ພາຍໃນປະເທດ.

ສະພາຕໍ່າ ໄດ້ທົບທວນຄືນຕໍ່ຄວາມພະຍາຍາມດັ່ງກ່າວ ລຸນຫຼັງການເຈລະຈາລະຫວ່າງບັນດາຜູ້ນຳລັດຖະສະພາ ເພື່ອເອົາຊະນະການຄັດຄ້ານນັ້ນ, ແລະໃນທີ່ສຸດ ກໍມີການອະນຸມັດມາດຕະການດັ່ງກ່າວໃນວັນເສົາແລ້ວນີ້ ດ້ວຍການລົງຄະແນນສຽງ 311 ຕໍ່ 112 ສຽງ.

ການ​ຕໍ່ສູ້​ຕ້ານການຮຸກຮານຈາກ ຣັດ​ເຊຍ ຂອງ ຢູເຄຣນ ​ແມ່ນເປົ້າໝາຍ​ສຳຄັນ​ຂອງ​ຊຸດການຊ່ວຍເຫຼືອ ດ້ວຍຈໍານວນ​ເງິນ 61 ຕື້​ໂດ​ລາ ທີ່​ຈະສົງ​ໄປ​ສູ່​ການ​ສູ້​ລົບ​ດັ່ງກ່າວ.

ຮ່າງ​ກົດໝາຍດັ່ງກ່າວຍັງ​ລວມມີ​ການຊ່ວຍເຫຼືອໃຫ້ແກ່ ​ອິສຣາ​ແອ​ລ 26 ຕື້ໂດລາ ​ໃນ​ເວລາ​ທີ່​ພວກເຂົາດໍາເນີນການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງຮາມາສຢູ່​ໃນຂົງເຂດ​ກາຊາ, ​ແລະ 8 ຕື້​ໂດ​ລາ ​ເພື່ອ​ຕອບໂຕ້ຕໍ່ການກະທໍາຕ່າງໆ​ຂອງ​ຈີນ ​ທີ່ກໍາລັງ​ຂົ່ມຂູ່​ ໄຕ້​ຫວັນ ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ອື່ນໆ​ຢູ່ໃນ​ພາກ​ພື້ນ ​ອິນ​ໂດ-​ປາຊີ​ຟິກ.

ທ່ານ ໄບເດັນ ກ່າວ​ໃນ​ຖະ​ແຫຼງ​ການພຽງ​ບໍ່​ດົນ ລຸນ​ຫຼັງການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ພາ​ສູງ​ ວ່າສະ​ຫະ​ລັດ ​ຈະ​ເລີ້ມ​ສົ່ງ​ອາ​ວຸດ ​ແລະ​ອຸ​ປະ​ກອນ​ທາງ​ການ​ທະ​ຫານ​ໄປ​ໃຫ້ ​ຢູ​ເຄ​ຣນ ​ພາຍໃນ​ອາ​ທິດ​ນີ້.

ທ່ານ ໄບເດັນ ກ່າວ​ວ່າ “ກົດໝາຍ​ທີ່​ສຳຄັນ​ນີ້ ​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດຂອງພວກເຮົາ ​ແລະ ​ໂລກ ​ມີ​ຄວາມ​ໝັ້ນຄົງ​ຫຼາຍ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ເຮົາ​ສະໜັບສະໜູນ​ເພື່ອນ​ມິດທັງຫຼາຍ​ຂອງ​ພວກ​ເຮົາ​ທີ່ກໍາລັງ​ປົກປ້ອງ​ຕົນເອງຈາກ​ພວກ​ກໍ່​ການ​ຮ້າຍ​ເຊັ່ນ ກຸ່ມຮາມາສ ​ແລະພວກຜະເດັດການ​ເຊັ່ນ ​ປະທານາທິບໍດີ​ຣັດ​ເຊຍ ທ່ານວລາດີເມຍ ປູຕິນ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ພັນທະ​ມິດ​ຈົ່ງດໍາເນີນການຊ່ວຍ​ເຫຼືອ​ເພີ້ມເຕີມ ​ເພື່ອ​ສະໜັບສະໜູນ​ທະຫານ​ຂອງ​ຕົນໃຫ້ສາມາດ​ຕໍ່ສູ້​ຕ້ານກອງ​ກຳລັງ​ຂອງຣັດ​ເຊຍ, ​ໂດຍ​ສະ​ເພາະ​ແມ່ນ ການ​ປ້ອງ​ກັນໂຕ​ເມືອງ​ຕ່າງໆ​ຂອງ​ຢູ​ເຄຣນ ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ​ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບໃນແຕ່ລະວັນນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ