ຮອງ ປ. Biden ເນັ້ນຢ້ຳ ການສະໜັບສະໜຸນ ຂອງ ສຫລ ລະຫວ່າງ ຢ້ຽມຢາມ ຢູເຄຣນ

ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ໂບກມື ເວລາໄປເຖີງ ເດີ່ນບິນນາໆຊາດ Boryspil ທີ່ນະຄອນ Kyiv

ຮອງ​ປະທາ​ນາ​ທິບໍດີ ສະຫະລັດ ທ່ານ Joe Biden ກຳລັງ​ພົບ
​ປະ​ກັບ ບັນດາ​ຜູ້ນຳ ຢູ​ເຄຣນ ​ໃນ​ຄວາມ​ພະຍາຍາມ ເພື່ອເນັ້ນ
ໃຫ້ເຫັນ ໃນການທີ່ວໍ​ຊິງ​ຕັນ ໃຫ້ການສະໜັບສະໜຸນ​ແກ່ Kyiv
ທີ່​ກໍ​າລັງ​ຕໍ່ສູ້​ກັບພວກ​ກະບົດ​ນິຍົມຣັດ​ເຊຍ.

ກ່ອນ​ໜ້າການ​ສົນທະນາ​ກັນ ທີ່ນະຄອນ Kyiv ນັ້ນ ​ເຈົ້າ​ໜ້າ​ທີ່​
ຂັ້ນ​ສູງ ຂອງທຳ​ນຽບຂາວຄົນ​ນຶ່ງ​ກ່າວ​ວ່່າ ທ່ານ Biden ກຳລັງ
​ໃຊ້ການ​ພົບ​ປະ ໃນວັນ​ສຸກ​ມື້​ນີ້ ເພື່ອ​ບອກ​ໃຫ້ປະທາ​ນາ​ທິ​ບໍດີ
Petro Poroshenko ​ແລະນາຍົກລັດຖະມົນຕີ Arseniy
Yatsenyuk ຮູ້ວ່າ “ພວກ​ເຮົາ​ຢູ່​ເບື້ອງ​ຫລັງ​ຂອງທ່ານ.”

ການ​ຢ້ຽ​ມຢາມ​ຂອງ ທ່ານ Biden ​ມີ​ຂື້ນ​ທ່າມກາງ​ການ​ລົງຮອຍກັນຢູ່​ທີ່ ນະຄອນຫລວງ
ວໍ​ຊິງ​ຕັນ ກ່ຽວ​ກັບ​ວ່່າ ຈະ​ສົ່ງ​ອາວຸດ​ໃຫ້​ແກ່​ທະຫານ​ຢູ​ເຄຣນຫລື​ບໍ່ ຊຶ່ງໃນຫຼາຍໆໂອກາດ
ປາກົດ​ວ່າ ພວກ​ກະບົດ​ມີ​ອາວຸດທີ່ເໜືອກ່ອນນັ້ນ.

ນັກ​ຂ່າວ ວີ​ໂອ​ເອ Myroslava Gongadze ຜູ້​ທີ່​ເດີນທາງ​ໄປ​ກັບທ່ານ Biden ກ່າວ​ວ່າ
Kyiv ມີ​ຄວາມ​ຫວັງ​ທີ່​ຈະຊັກ​ຊວນ​ໃຫ້ທຳນຽບຂາວ ບໍ່ໃຫ້​ລັງ​ເລ​ໃຈ​ຕໍ່ໄປອີກ ໃນການ​ຊ່ວຍ
​ເຫລື​ອອາວຸດຮ້າຍ​ແຮງ ​ສຳຫລັບປ້ອງ​ກັນຕົວ.

ຮອງ ປ. Joe Biden ຢ້ຽມຢາມ Kyiv

ທ່ານ Myroslava ກ່າວ​ວ່າ “ບັນດາ​ຜູ້ນຳ ຢູ​ເຄຣນ ພາກັນ​ມີ​ຄວາມຫວັງ​ ທີ່​ຈະ​ໄດ້​ຮັບ​ການ
​ຄໍ້າປະກັນວ່າ ສະຫະລັດຈະ​ຢືນ​ຢູ່​ກັບຢູ​ເຄຣນ. ​ເຂົາ​ເຈົ້າ​ຕ້ອງການໆ​ຊ່ວຍ​ເຫລືອ​ທີ່ແທ້​ຈິງ
​ແລະ​ຮວມທັງ​ອາວຸດປ້ອງ​ກັນ​ທີ່​ຮ້າຍ​ແຮງ ​ເພື່ອປົກ​ປ້ອງດິນ​ແດນ​ຂອງ​ເ​ຂົາ​ເຈົ້າ. ​ເຂົາ​ເຈົ້າ​
ຫວັງ​ວ່າ ຈະ​ໄດ້​ຮັບສິ່ງດັ່ງກ່າວຈາກ ທ່ານ Bide​n. ພວກ​ເຮົາ​ຍັງ​ບໍ່​ທັນ​ຊາບ ​ເຖິງການ​ຕັດ
ສິນ​ໃຈ​ຂອງ ລັດຖະບານ ທ່ານ Obama ​ເທຶ່ອ. ບັນດາ​ເຈົ້າ​ໜ້າ​ທີ່ທຳນຽບຂາວ ບອກ​ພວກ
​ເຮົາ​ວ່າ ມັນ​ຢູ່​ເທິງ​ໂຕະ ທີ່​ເຂົາ​ເຈົ້າ​ກຳລັງສົນທະນາ​ກັນ​ກ່ຽວ​ກັບ​ເລື້ອງ​ດັ່ງກ່າວ.”

​ໃນ​ຕົ້ນ​ອາທິດ​ນີ້ ຜູ້ທີ່ປະທາ​ນາ​ທິບໍດີ Barack Obama ​ໄດ້​ສະ​ເໜີໃຫ້ເຂົ້າໄປຮັບຕຳແໜ່ງ
ໝາຍເລກສອງ ຢູ່ໃນ​ກະຊວງ​ຕ່າງປະ​ເທດ ກ່າວ​ວ່າ ທຳນຽບຂາວ ສົມຄວນ​ທີ່​ຈະ​ພິຈາລະ
ນາ ​ໃຫ້ການ​ຊ່ວຍ​ເຫລືອຢູ​ເຄຣນ ດ້ວຍ​ອຸປະກອນທີ່ຮ້າຍ​ແຮງ​ທາງທະຫານ.

ທ່ານ Tony Blinken ກ່າວຕໍ່ກຳມະການ​ຄວາມສຳພັນຕ່າງປະ​ເທດຂອງ ສະພາສູງວ່າ
ການ​ປະກອບ​ອາວຸດ​ໃຫ້​ແກ່ທະຫານ​ຢູ​ເຄຣນ ອາດ​ຈະ​ບັງ​ຄັບ​ໃຫ້ຣັດ​ເຊຍ ທົບທວນຄືນ​ໃໝ່
​ກ່ຽວກັບບົດບາດ​ຂອງ​ຕົນ ​ທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ພວກ​ກະບົດ.

​ໃນ​ວັນ​ພະຫັດ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງທຳນຽບຂາວ​ ກ່າວ​ວ່າ ສະຫະລັດຍັງ ​ບໍ່​ທັນມອງ​
ເຫັນ ການ​ແກ້​ໄຂ​ທາງ​ທະຫານຕໍ່ວິກິດການດັ່ງກາວ ທີ່​ໄດ້​ເລີ້ມ​ມາ​ແຕ່​ເດືອນ​ເມສາ ​ແລະ​ໄດ້
​ເຮັດ​ໃຫ້ຫລາຍ​ກວ່າ 4,300 ຄົນ​ເສຍ​ຊີວິດໄປແລ້ວ.

Your browser doesn’t support HTML5

UKRAINE VO