ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢູ່ໃນການກ່າວປາໄສ ທີ່ທຳນຽບຂາວ ໃນຄືນວັນພະຫັດວານນີ້ ໄດ້ຂໍຮ້ອງລັດຖະສະພາອະນຸມັດ “ມາດຕະການທີ່ເປັນສາມັນສຳນຶກ” ເພື່ອສະກັດກັ້ນການຍິງສັງຫານໝູ່ ທີ່ໄດ້ເຮັດໃຫ້ຊາວອາເມຣິກັນຫວັ່ນວິຕົກ ໂດຍຮຽກຮ້ອງໃຫ້ມີຂໍ້ຈຳກັດໃໝ່ ທີ່ທ່ານກ່າວວ່າ ຈະຊ່ວຍຕ້ານການກໍ່ຄວາມຮຸນແຮງດ້ວຍປືນ.
ທ່ານໄບເດັນ ຮຽກຮ້ອງໃຫ້ລັດຖະສະພາຟື້ນຟູຂໍ້ຫ້າມໃນປີ 1994 ກ່ຽວກັບອາ ວຸດທີ່ໃຊ້ໂຈມຕີ ເຄິ່ງອັດຕະໂນມັດ ທີ່ຍິງໄດ້ໄວ ແລະຟັກໃສ່ລູກປືນທີ່ມີຄວາມ ອາດສາມາດບັນຈຸສູງທີ່ໄດ້ໝົດອາຍຸໄປໃນປີ 2004.
ປ. ໄບເດັນກ່າວກ່ຽວກັບການສັງຫານໝູ່ຄັ້ງຫລ້າສຸດ ຈາກທຳນຽມ ວັນທີ 2 ມິຖຸນາ, 2022.
ທ່ານກ່າວວ່າ "ແລະຖ້າພວກເຮົາບໍ່ສາມາດຫ້າມອາວຸດໂຈມຕີ ແລ້ວພວກເຮົາ ຄວນຍົກສູງອາຍຸທີ່ຈະຊື້ປືນພວກນີ້ໄດ້ ຂຶ້ນຈາກ 18 ປີມາເປັນ 21 ປີ," ໂດຍເວົ້າວ່າ ມືປືນໃນການໂຈມຕີໂຮງຮຽນໃນເດືອນແລ້ວນີ້ ຢູ່ເມືອງຢູວາລເດ, ລັດເທັກຊັສ ໄດ້ຊື້ອາວຸດໂຈມຕີສອງກະບອກ ທັນທີທີ່ລາວມີອາຍຸໄດ້ 18 ປີ ແລະໃຊ້ປືນພວກນີ້ຂ້ານັກຮຽນ 19 ຄົນ ແລະ ຄູສອນ 2 ຄົນ. ອີກ 17 ຄົນໄດ້ຮັບບາດເຈັບ.
ທ່ານໄບເດັນ ຊຸກຍູ້ມາດຕະການອື່ນໆ, ລວມທັງການເຮັດໃຫ້ການກວດສອບປະຫວັດຂອງຜູ້ຊື້ປືນ, ການອອກກົດຫມາຍທີ່ເອີ້ນວ່າ ສັນຍານເຕືອນໃຫ້ຮູ້, ເຊິ່ງອະ ນຸຍາດໃຫ້ເຈົ້າຫນ້າທີ່ສາມາດຍຶດປືນໄວ້ເປັນໄລຍະນຶ່ງໄດ້ ຖ້າຜູ້ໃດຜູ້ນຶ່ງເປັນໄພ ຂົ່ມຂູ່ ຫຼືບໍ່ກໍສະແດງຄວາມບໍ່ປົກກະຕິ ທາງດ້ານຈິດໃຈ, ແລະກົດຫມາຍການ ເກັບຮັກສາປືນທີ່ປອດໄພ.
ທ່ານປະທານາທິບໍດີກ່າວຕື່ມວ່າ “ລັອກມັນໄວ້. ເອົາໄກຍິງປືນໄວ້. ຖ້າທ່ານບໍ່ ເຮັດເຊັ່ນນັ້ນ ແລະບາງສິ່ງບາງຢ່າງ ທີ່ບໍ່ດີເກີດຂື້ນ, ທ່ານຄວນເປັນຜູ້ຮັບຜິດ ຊອບ.”
ທ່ານຍັງໄດ້ຊຸກຍູ້ໃຫ້ຍົກເລີກກົດຄຸ້ມກັນທີ່ປົກປ້ອງຜູ້ຜະລິດປືນ ບໍ່ໃຫ້ມີຄວາມຮັບ ຜິດຊອບນັ້ນອີກ.
ທ່ານໄບເດັນເວົ້າວ່າ "ພວກເຂົາເຈົ້າເປັນອຸດສາຫະກໍາດຽວໃນປະເທດນີ້ ທີ່ໄດ້ຮັບຄວາມຄຸ້ມກັນປະເພດນັ້ນ." "ລອງວາດພາບເບິ່ງວ່າ ຖ້າອຸດສາຫະກໍາຢາສູບ ໄດ້ຮັບຄວາມຄຸ້ມກັນ ບໍ່ໃຫ້ຖືກຟ້ອງຮ້ອງ - ພວກເຮົາຈະເປັນແນວໃດໃນທຸກ ມື້ນີ້."
ມາດຕະການທີ່ທ່ານສະແຫວງຫາການສະໜັບສະໜູນບໍ່ມີທ່າທີວ່າ ຈະໄດ້ຮັບການອະນຸມັດໃນລັດຖະສະພາທີ່ມີການແບ່ງແຍກກັນທາງດ້ານການເມືອງບ່ອນທີ່ສະມາຊິກສະພາມີຄວາມຂັດແຍ່ງກັນກ່ຽວກັບກົດໝາຍວ່າດ້ວຍປືນມາເປັນເວລາຫລາຍປີ.
ພວກສັງກັດພັກຣີພັບບລີກັນກ່າວປະນາມການຍິງສັງຫານໝູ່ ແລະການກໍ່ຄວາມ ຮຸນແຮງດ້ວຍປືນ ແຕ່ໄດ້ກີດກັ້ນກົດໝາຍຄວບຄຸມປືນ ຢ່າງເປັນປະຈຳ, ໂດຍ ກ່າວວ່າ ຂໍ້ຈຳກັດທີ່ພັກເດໂມແຄຣັດໄດ້ໃຫ້ການສະໜັບສະໜຸນນັ້ນ ຈະສົ່ງຜົນ ກະທົບເຖິງ ເສລີພາບຂອງພົນລະເມືອງທີ່ປະຕິບັດຕາມກົດໝາຍ ແລະຂັດກັບ ສິດທິຂອງຊາວອາເມຣິກັນໃນການຄອບຄອງປືນທີ່ລະບຸຢູ່ໃນບົດແກ້ໄຂລັດຖະທຳມະນູນຂໍ້ທີສອງຂອງລັດຖະທໍາມະນູນສະຫະລັດ.