ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເປີດການເດີນທາງໃນການຢ້ຽມຢາມເອເຊຍຂອງທ່ານ ດ້ວຍການເພັ່ງເລັງໃສ່ພາກສ່ວນເທັກໂນໂລຈີຂອງສະຫະລັດ ໂດຍໄປຢ້ຽມຢາມໂຮງງານຜະລິດຊິບຄອບພິວເຕີ້ຊຳຊຸງ ໃນວັນສຸກມື້ນີ້ ຊຶ່ງຈະໃຊ້ເປັນຕົວຢ່າງ ສຳລັບການສ້າງໂຮງງານຜະລິດເຊມີຄອນດັກເຕີ້ມູນຄ່າ 17 ພັນລ້ານໂດລາ ທີ່ໂຮງງານອີເລັກໂທຣນິກເກົາຫຼີພວມສ້າງຢູ່ນອກນະຄອນອອສຕິນໃນລັດເທັກຊັສ ອີງຕາມລາຍງານຂອງອົງການຂ່າວເອພີ.
ການໄປຢ້ຽມຢາມດັ່ງກ່າວຍັງເປັນການໃຫ້ການອະນຸມັດຕໍ່ນຶ່ງໃນບູລິມະສິດພາຍໃນປະເທດທີ່ສຳຄັນຂອງປະທານາທິບໍດີ ນັ້ນກໍຄືການເພີ້ມໃນການສະໜອງຊິບຄອມພິວເຕີ້. ການຂາດແຄນເຊມີຄອນດັກເຕີ້ໃນປີກາຍນີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດລົດໂອໂຕ ເຄື່ອງໃຊ້ໃນເຮືອນຄົວແລະສິນຄ້າອື່ນໆອີກ. ການບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້ຢ່າງພຽງພໍພາໃຫ້ອັດຕາເງິນເຟີ້ຖີບໂຕສູງຂຶ້ນ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຄະແນນນິຍົມຂອງທ່ານໄບເດັນ ແລະເຮັດໃຫ້ລັດຖະບານຂອງທ່ານຕ້ອງໄດ້ເພັ່ງເລັງໃສ່ເພີ້ມການຜະລິດພາຍໃນປະເທດໃຫ້ຫຼາຍຂຶ້ນຕື່ມ.
ທ່ານໄບເດັນຍັງຈະຮັບມືກັບບັນຫານະໂຍບາຍການຕ່າງປະເທດຫຼາຍໆຢ່າງໃນລະຫວ່າງການຢ້ຽມຢາມ ເກົາຫຼີໃຕ້ ແລະຍີ່ປຸ່ນ ເປັນເວລາ 6 ມື້ຂອງທ່ານ ແຕ່ທ່ານຍັງໄດ້ວາງແຜນຢ່າງຈະແຈ້ງ ທີ່ແນໃສ່ເພື່ອແກ້ໄຂຄວາມວິຕົກກັງວົນສຳລັບພວກຜູ້ຊົມພາຍໃນປະເທດເຊັ່ນດຽວກັນ.
ໃນການເວົ້າເຖິງແຜນການຢ້ຽມຢາມຢູ່ເທິງເຮືອບິນແອຟອສວັນນັ້ນ ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈກ ຊູລລີວານ ກ່າວວ່າ ການລົງທຶນຂອງບໍລິສັດຊຳຊຸງຢູ່ລັດເທັກຊັສ ຈະໝາຍເຖິງ “ວຽກງານທີ່ມີເງິນເດືອນດີໆສຳລັບຊາວອາເມຣິກັນ ສຳຄັນກວ່ານັ້ນ ມັນຈະໝາຍເຖິງການປັບໂຕໄດ້ສຳລັບຕ່ອງໂສ້ອຸບປະທານ.”
ໃນການຕ້ອນຮັບທ່ານໄບເດັນຢູ່ທີ່ໂຮງງານ ໃນເກົາຫຼີໃຕ້ນັ້ນ ແມ່ນປະທານາທິບໍດີຄົນໃໝ່ຂອງເກົາຫຼີໃຕ້ ທ່ານຢູລ ຊຸກ ໂຢລ ແລະຮອງປະທານຂອງບໍລິສັດອີເລັກໂທຣນິກຊຳຊຸງ ທ່ານລີ ແຈ ຢົງ. ທ່ານຢູລເປັນນັກການເມືອງໜ້າໃໝ່ທີ່ໄດ້ກາຍມາເປັນປະທານາທິບໍດີ ໃນການເລືອກຕັ້ງເທື່ອທຳອິດ ເມື່ອນຶ່ງອາທິດ ກວ່າໆຜ່ານມານີ້. ທ່ານໄດ້ໂຄສະນາຫາສຽງໃນການເອົາທ່າທີທີ່ແຂງຂຶ້ນກວ່າເກົ່າຕໍ່ເກົາຫຼີເໜືອ ແລະເສີມຂະຫຍາຍການເປັນພັນທະມິດທີ່ມີມາເປັນເວລາ 70 ປີກັບສະຫະລັດ.
ບໍລິສັດຊຳຊຸງໄດ້ປະກາດການສ້າງໂຮງງານທີ່ລັດເທັກຊັສໃນເດືອນພະຈິກປີກາຍ. ທາງບໍລິສັດຫວັງວ່າຈະເລີ້ມການປະຕິບັດງານໃນໄຕມາດທີສອງຂອງປີ 2024.