ປ. ໄບ​ເດັນເອົາ​ມາດ​ຕະ​ການອັນແຂງ​ແກ່ນ ​ຕໍ່​ຄວາມ​ປອດ​ໄພ​ໃນ​ການ​​ໃຊ້​ປືນ ແລະ ​ການກໍ່​ອາດ​ຊະ​ຍາ​ກຳ

ປະທານາທິບໍດີໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ຢູ່​ສູນ​ກາງ C. Marts ທີ່ມະ​ຫາ​ວິ​ທະ​ຍາ​ໄລ Wilkes ໃນ​ເມືອງ Wilkes-Barre, ລັດ​ເພັນ​ຊີ​ລ​ວາ​ເນຍ, ວັນ​ທີ 30 ສິ​ງ​ຫາ, 2022.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນ ໄປຢ້ຽມຢາມລັດເພັນ​ຊີ​ລ​ວາ​ເນຍ ໃນວັນອັງຄານວານນີ້ ເພື່ອຮັກ​ສາ​ປະ​ຫວັດຂອງທ່ານໃນ​ເລື້ອງຄວາມປອດໄພ ຈາກ​ການ​ໃຊ້ປືນ ແລະເປີດເຜີຍແຜນການປ້ອງກັນອາດຊະຍາກຳທີ່​ຊື່​ວ່າ “ປະ​ເທດ​ອາ​ເມ​ຣິ​ກາ​ທີ່​ປອດ​ໄພ​ຫລາຍ​ຂຶ້ນ” ຫລື “Safer America” ທີ່​ມີມູນຄ່າ 37 ຕື້ ໂດລາ ທີ່ທຳນຽບຂາວກ່າວວ່າ ຈະ “ຊ່ວຍກອບ​ກູ້ຊີວິດຄົນ ແລະເຮັດໃຫ້ຊຸມຊົນປອດໄພຫລາຍຂຶ້ນ.”

"ເມື່ອເວົ້າເຖິງຄວາມປອດໄພຂອງສາທາລະນະຊົນໃນສະຫະລັດແລ້ວ, ຄໍາຕອບ ບໍ່ແມ່ນການຢຸດ​ໃຫ້​ທຶນ​ແກ່ຝ່າຍຕໍາຫຼວດ. ມັນແມ່ນການໃຫ້ທຶນແກ່ຕໍາຫຼວດ," ນັ້ນ​ຄືຄຳ​ເວົ້າຂອງທ່ານໄບ​ເດັນ ໂດຍ​ເອົາ​ຕົວ​ທ່ານ​ອອກ​ໃຫ້ຫ່າງໄກຈາກຄຳຮຽກ​ຮ້ອງ ຂອງສະມາຊິກສະ​ພາບາງຄົນ ​ໃນ​ຝ່າຍ​ຫົວ​ກ້າວ​ໜ້າ​ຂອງພັກເດໂມແຄຣັດ ທີ່ໃຫ້ເອົາເງິນ​ໜີ​ໄປ​ຈາກ​ກົມຕໍາຫຼວດ.

Your browser doesn’t support HTML5

Biden Calls Republican Attacks on FBI 'Sickening'

ທ່ານໄບ​ເດັນຕຳ​ໜິບັນດາ​ສະມາຊິກ​ພັກຣີພັບ​ບລິ​ກັນ ​ທີ່ຄັດຄ້ານ​ຂໍ້​ສະ​ເໜີ​ຂອງ​ທ່ານ​ທີ່​ຈະ​ຟື້ນ​ຟູ​ການ​ຫ້າມ​ໃຊ້​ອາວຸດ​ປະ​ເພດ​ທີ່​ໃຊ້​ເພື່ອ​ໂຈມ​ຕີ, ລວມທັງ​ອາວຸດ​ປືນ​ທີ່​ຄ້າຍ​ຄື​ກັນ​ກັບປືນ AR-15 ທີ່​ຖືກ​ນຳ​ໃຊ້​ໃນ​ການ​ຍິງ​ສັງຫານ​ໝູ່ຫວ່າງ​ມໍ່ໆ​ມາ​ນີ້.

ທ່ານເວົ້າ​ວ່າ "ມັນເຖິງເວລາແລ້ວ ທີ່ຈະຢຸດເຈົ້າຫນ້າທີ່ທີ່ຖືກເລືອກຕັ້ງທຸກໆຄົນ ໃຫ້​ຢືນ​ຢູ່​ກາງ​ແປວໄຟ ແລະຖາມເຂົາເຈົ້າວ່າ ພວກເຂົາເຈົ້າເຫັນ​ດີ​ນຳ​ການ ຫ້າມໃຊ້ອາວຸດປະ​ເພດ​ທີ່​ໃຊ້ໂຈມຕີ, ແມ່ນບໍ່ ຫຼືບໍ່​ແມ່ນ?" "ຖ້າຄໍາຕອບວ່າ ບໍ່ແມ່ນ, ກໍ​ຈົ່ງລົງຄະແນນສຽງເພື່ອຄັດ​ຄ້ານເຂົາ​ເຈົ້າຊະ."

ທ່ານໄບ​ເດັນ ກໍາລັງເດີນທາງໄປເຮັດ​ການໂຮມຊຸມນຸມ ເພື່ອສະໜັບສະໜຸນ ພວກ​ສັງ​ກັດພັກເດໂມແຄຣັດ ກ່ອນການເລືອກຕັ້ງໃນວັນທີ 8 ພະຈິກ ທີ່ພັກຣີພັບບລີກັນຫວັງວ່າ ຈະຍຶດການ​ຄວບ​ຄຸມລັດຖະສະພາຄືນມາ​ອີກ, ແລະເວົ້າ​ຍ້ອງ​ຍໍຕໍ່ໄຊຊະນະທີ່​ຫ​າກໍ່​ຍາດ​ມາ​ໄດ້ເມື່ອມໍ່ໆ​ມານີ້ໃນດ້ານນິຕິບັນຍັດ, ລວມທັງ ນິ​ຕິ​ກຳວ່າດ້ວຍຄວາມປອດໄພຂອງປືນ ທີ່ໄດ້ຮັບ​ໄຊ​ຊະ​ນະ​ໂດຍ​ມີຄະ​ແນນສຽງສູ​ສີ​ກັນ ໃນ​ການ​ຮັບຜ່ານໂດຍການເຄື່ອນໄຫວແບບເຫັນພ້ອມນຳ​ກັນຈາກ​ທັງສອງ​ພັກ ທີ່ຫາໄດ້ຍາກໃນຕົ້ນປີນີ້ ຫຼັງຈາກມີການຍິງສັງຫານໝູ່ ຢູ່ໃນເມືອງບັບ​ຟ​າ​ໂລ, ລັດນິວຢອກ, ແລະໃນເມືອງ​ຢູ​ວາ​ລ​ເດ, ລັດ​ເທັກ​ຊັ​ສ.

ອີງ​ຕາມ​ການ​ສໍາ​ຫຼວດຂອງ​ອົງ​ການ​ຄົ້ນ​ຄວ້າ​ພີວ (Pew Research) ເມື່ອ​ບໍ່​ດົນ​ມາ​ນີ້, ຊາວ​ອາ​ເມ​ຣິ​ກັນ 63 ເປີ​ເຊັນກ່າວ​ວ່າ ​ເຂົາ​ເຈົ້າ​ຢາກ​ເຫັນ​ສະ​ພາ​ຮັບຜ່ານ​ຮ່າງ​ກົດ​ໝາຍ​ອີກ​ຮອບ​ນຶ່ງ ​ເພື່ອ​ແກ້​ໄຂ​ການກໍ່ຄວາມ​ຮຸນ​ແຮງໂດຍ​ການ​ໃຊ້​ປືນ.


ແຕ່​ຢ່າງໃດກໍ່ຕາມ ພັກຣີພັບບລີກັນໄດ້ກ່າວຫາປະທານາທິບໍດີວ່າ ໄດ້ຊຸກຍູ້ມາດ ຕະການທີ່ເຮັດ​ໃຫ້​ມີ​ຄວາມແຕກ ແຍກກັນທາງດ້ານການເມືອງ ທີ່ຈະທໍາລາຍສິດຂອງຊາວອາເມຣິກັນ ໃນການມີອາວຸດ - ທີ່ໄດ້ຮັບການປົກປ້ອງພາຍໃຕ້ບົດ​ແກ້ໄຂລັດຖະທໍາມະນູນຂໍ້​ທີ​ສອງ​ຂອງສະຫະລັດ - ໂດຍບໍ່​ໄດ້​ເຮັດ​ໃຫ້ປະເທດຊາດປອດໄພຂຶ້ນເລີຍ. ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຄອບ​ຄອງ​ປືນ​ໃນ​ພວກ​ທີ່​ສັງ​ກັດ​ພັກຣີ​ພັບ​ບ​ລິ​ກັນແມ່ນຫຼາຍກວ່າ​ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ