ທ່ານໄບເດັນ ກ່າວວ່າ ມິດຕະພາບລະຫວ່າງ ສະຫະລັດ ແລະ ອິສຣາແອ "ບໍ່ສາມາດທັບມ້າງໄດ້"

ປະທານາທິບໍດີໄບເດັນ ພົບປະກັບປະທານາທິບໍດີ ໄອແຊັກ ເຮີຊັອກ ຂອງອິສຣາແອລ ຢູ່ທີ່ຫ້ອງການຮູບຊົງໄຂ່ຂອງທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 18 ກໍລະກົດ 2023.

ປະທານາທິບໍດີໂຈ ໄບເດັນ, ໃນວັນອັງຄານວານນີ້ ໄດ້ໃຫ້ຄໍາໝັ້ນກັບປະທານາ ທິບໍດີຂອງອິສຣາແອລວ່າ ມິດຕະພາບລະຫວ່າງສອງປະເທດ ຂອງພວກທ່ານ ແມ່ນ “ບໍ່ສາມາດທັບ​ມ້າງໄດ້,” ທ່າມກາງຄວາມກັງວົນຂອງວໍຊິງຕັນ ກ່ຽວກັບ ເຫດການຕ່າງໆຢູ່ໃນອິສຣາແອລ ເຊິ່ງລວມມີການຊຸກ​ຍູ້ໃຫ້​ພວກຜູ້ນໍາ ແກ້ໄຂລະບົບຕຸລາການ ແລະ ຄວາມຮຸນແຮງ​ຂອງ​ພວກ​ຕັ້ງ​ຖິ່ນ​ຖານ ທີ່ເກີດຂຶ້ນຢູ່ໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ຫຼື West Bank.

ຄໍາກ່າວເຫຼົ່ານັ້ນ ມີຂຶ້ນໃນລະຫວ່າງການຢ້ຽມຢາມ ທ່ານໄບເດັນ ຢູ່ທໍານຽບຂາວຄັ້ງທີສອງ ຂອງປະທານາທິບໍດີ ໄອແຊັກ ເຮີຊັອກ (Isaac Herzog), ເຊິ່ງຍັງບໍ່​ທັນ​ມີການ​ໃຫ້ກຽດ​ແບບນີ້ ແກ່ນາຍົກລັດຖະມົນຕີຂອງປະເທດ ທ່ານເບັນຈາມິນ ເນຕັນຢາຮູ ຜູ້ທີ່ເລີ້ມ​ເຂົ້າ​ກຳຕໍາແໜ່ງເປັນສະໄໝທີ 6 ໃນເດືອນທັນວາທີ່​ຜ່ານ​ມານີ້ເທື່ອ.

ພວກປະທ້ວງ ພາກັນແກວ່ງທຸງ ໃນລະຫວ່າງການປະທ້ວງຕໍ່ຕ້ານແຜນການແກ້ໄຂລະບົບຕຸລາການ ໃນ Tel Aviv, ອິສຣາແອລ, ວັນທີ 18 ກໍລະກົດ 2023.

“ດັ່ງທີ່ຂ້າພະເຈົ້າໄດ້ຢືນຢັນໄປແລ້ວ ຕໍ່ນາຍົກລັດຖະມົນຕີເນຕັນຢາຮູ ໃນວັນອັງຄານວານນີ້, ຄໍາໝັ້ນສັນຍາຂອງອາເມຣິກາ ຕໍ່ ອິສຣາແອລ ໄດ້ຮັບການຢືນຢັນ,” ທ່ານໄບເດັນກ່າວ. “ແລະ ມັນກໍມີຄວາມເຂັ້ມແຂງ. ພ້ອມທັງໃຫ້ສັນ ຍາເພື່ອຮັບຮອງເຊັ່ນກັນວ່າ ອີຣ່ານຈະບໍ່ໄດ້ຮັບອາວຸດນິວເຄລຍ. ສະນັ້ນ, ພວກເຮົາຍັງມີອີກຫຼາຍຢ່າງທີ່ຈະໄດ້ລົມກັນ.”

ລຸນຫຼັງການປະຊຸມ, ທໍານຽບຂາວຍັງໄດ້ກ່າວວ່າ ທັງສອງປະເທດໄດ້ຫາລືກ່ຽວກັບ ມິດຕະພາບທາງດ້ານຄວາມໝັ້ນຄົງທີ່ເພີ້ມຂຶ້ນຂອງລັດຖະບານເຕຫະຣ່ານ ກັບ ມົສກູ ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ