ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວວ່າ ທໍ່ສົ່ງແກັສທຳມະຊາດຂອງ ຢູໂຣບທີ່ເອີ້ນວ່າ Nord Stream 2 ທີ່ສຳຄັນຢ່າງຍິ່ງນັ້ນ ຈະບໍ່ເດີນໜ້າຕໍ່ໄປ ຖ້າຣັດເຊຍ ບຸກລຸກຢູເຄຣນ ໃນຂະນະທີ່ມີຄວາມພະຍາຍາມເຈລະຈາທາງການທູດໃນລະດັບສູງເກີດຂຶ້ນ ໃນວັນຈັນວານນີ້ ກັບຜູ້ນຳຂອງເຢຍຣະມັນທີ່ເດີນທາງ ມາຍັງນະຄອນຫຼວງວໍຊິງຕັນ ແລະປະທານາທິບໍດີຂອງຝຣັ່ງ ກໍເດີນທາງໄປຍັງນະຄອນຫຼວງມົສກູ ເພື່ອພະຍາຍາມຫລີກເວັ້ນການບຸກໂຈມຕີ.
ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ທຳນຽບຂາວ ໃນວັນຈັນວານນີ້ ຫຼັງຈາກໄດ້ພົບປະກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ ວ່າ “ຄັນຄິດວ່າ Nord Stream 2 ຈະດຳເນີນການຕໍ່ໄປ” ໃນເຫດການຂອງການບຸກໂຈມຕີໂດຍພວກລົດຖັງແລະກອງກຳລັງທະຫານຂອງຣັດເຊຍ ແມ່ນວ່າ “ຈະເກີດຂຶ້ນບໍ່ໄດ້ເລີຍ.”
“ຂ້າພະເຈົ້າສັນຍາກັບທ່ານ ພວກເຮົາສາມາດເຮັດອັນນັ້ນໄດ້” ທ່ານໄບເດັນ ໄດ້ກ່າວໄປ ເມື່ອຖືກຖາມວ່າ ທ່ານສາມາດເຮັດໃຫ້ເກີດຂຶ້ນໄດ້ແນວໃດ.
Your browser doesn’t support HTML5
Biden Meets With German Chancellor to Show Unity on Ukraine Crisis
ທ່ານໂຊລສ໌ ບໍ່ໄດ້ກ່າວໂດຍກົງ ວ່າ ເຢຍຣະມັນຈະຍົກເລີກໂຄງການທໍ່ສົ່ງແກັສດັ່ງກ່າວຫຼືບໍ່ ແຕ່ທ່ານໄດ້ກ່າວວ່າ “ພວກເຮົາຈະເອົາທຸກບາດກ້າວທີ່ຈຳເປັນ ແລະທຸກຢ່າງຈະຖືກປະຕິບັດຮ່ວມກັນ” ກັບສະຫະລັດ ແລະບັນດາປະເທດພັນທະມິດ ອື່ນໆ.
ທ່ານເວົ້າອີກວ່າ “ພວກເຮົາໄດ້ກະກຽມການຕອບໂຕ້ທີ່ຈະຊ່ອຍພວກເຮົາຢ່າວ່ອງໄວຖ້າຫາກວ່າມີຄວາມຈຳເປັນ” ໃນເຫດການຂອງການບຸກໂຈມຕີຂອງຣັດເຊຍ.” ທ່ານໄດ້ກ່າວວ່າ ເຢຣະມັນ ຈະບໍ່ “ໃຫ້ລາຍລະອຽດທຸກຢ່າງໃນສາທາລະນະ.”
ເຄື່ອງໝາຍສັນຍາລັກຂອງໂຄງການທໍ່ແກັສ Nord Stream 2 ແມ່ນເຫັນໄດ້ຢູ່ວົງລ້ອມຂອງທໍ່ຂະໜາດໃຫຍ່ ຢູ່ທີ່ ໂຮງງານຜະລີດທໍ່ (Chelyabinsk Pipe Rolling Plant) ທີ່ ບໍລິສັດກຸ່ມ ChelPipe ເປັນເຈົ້າຂອງ ໃນເມືອງ Chelyabinsk ຂອງຣັດເຊຍ, ວັນທີ 26 ກຸມພາ 2020.
ໂຄງການທໍ່ສົ່ງແກັສ Nord Stream 2 ເປັນການວາງທໍ່ຢູ່ໃຕ້ທະເລບາລຕິກ ທີ່ໄດ້ຖືກອອກແບບເພື່ອນຳເອົາແກັສທຳມະຊາດຂອງຣັດເຊຍ ໄປໃຫ້ເຢຍຣະມັນ. ທໍ່ແກັສນີ້ ໄດ້ສ້າງເປັນທີ່ສຳເລັດເມື່ອມໍ່ໆມານີ້ ແຕ່ຍັງບໍ່ທັນໄດ້ດຳເນີນການສົ່ງແກັດເທື່ອ.
ສະຫະລັດ ຮວມທັງປະເທດອື່ນໆ ໄດ້ມອງເຫັນວ່າ ການຢຸດຢັ້ງ ກ່ຽວກັບໂຄງ ການທໍ່ແກັດ ເປັນສ່ວນນຶ່ງຂອງການສະກັດກັ້ນການບຸກໂຈມຕີຢູເຄຣນ ໂດຍຣັດເຊຍ ຊຶ່ງເປັນການກຳຈັດລາຍໄດ້ທີ່ຈະໄດ້ຮັບຂອງຣັດເຊຍຈາກໂຄງການທໍ່ແກັສນັ້ນ.
ໃນການກ່າວຖະແຫລງຕໍ່ບັນດານັກຂ່າວໃນວັນຈັນວານນີ້ ທ່ານໄບເດັນ ຍັງໄດ້ຮຽກຮ້ອງຕໍ່ຊາວອາເມຣິກັນ ຢູ່ໃນຢູເຄຣນ ໃຫ້ອອກໄປຈາກປະເທດນັ້ນ ໂດຍກ່າວວ່າ “ມັນເປັນການຕັດສິນໃຈ ທີ່ສະຫຼາດ” ສຳລັບພວກເຂົາ ທີ່ຈະເຮັດເຊັ່ນນັ້ນ.
ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໄປແລ້ວວ່າ ໃຫ້ພະນັກງານ ທີ່ບໍ່ຈຳເປັນຢູ່ໃນຢູເຄຣນ ສາມາດອອກໄປຈາກປະເທດນີ້ ພ້ອມກັບສະມາຊິກຄອບ ຄົວຂອງພວກເຂົາເຈົ້າ.