ທ່ານ ໄບເດັນ ເວົ້າວ່າ ການຕໍ່ສູ້ກັບ ໄວຣັສໂຄໂຣນາ ຕ້ອງມີຜູ້ບັນຊາການໃຫຍ່

ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ລົມກັບນັກຂ່າວ ໃນເວລາທີ່ທ່ານເດີນທາງອອກຈາກໂຮງລະຄອນ The Queen ທີ່ທ່ານໃຊ້ເປັນຫ້ອງການໃຫຍ່ຂອງທ່ານ. 18 ພະຈິກ, 2020, ນະຄອນ ວິລມິງຕັນ, ລັດ ເດລາແວ.

ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ປະກາດໃນວັນພຸດວານນີ້ວ່າການຕໍ່ສູ້ກັບ COVID-19 “ແມ່ນຄືກັນກັບການເຮັດສົງຄາມທີ່ພວມດຳເນີນຢູ່. ເຈົ້າຕ້ອງ ມີຫົວໜ້າຜູ້ບັນຊາການ.”

ທ່ານ ໄບເດັນ ຈະສາບານຕົວເປັນປະທານາທິບໍດີຄົນທີ 46, ເພື່ອສືບທອດຕຳແໜ່ງທ່ານ ດໍໂນລ ທຣຳ, ໃນວັນທີ 20 ມັງກອນ.

ໃນລະວ່າງການປຶກສາຫາລືໂຕະມົນທາງອອນໄລນ໌ ກັບບັນດາພະນັກງານປິ່ນປົວສຸຂະພາບໃນແຖວໜ້າ, ຜູ້ທີ່ທ່ານໄດ້ຍົກຍ້ອງດັ່ງກັບວິລະບູລຸດທີ່ກຳລັງຕໍ່ສູ້ກັບໄວຣັສໂຄໂຣນານັ້ນ, ທ່ານ ໄບເດັນ ໄດ້ທຳນາຍວ່າ “ຂ້າພະເຈົ້າຈະມີຄວາມຜິດພາດ. ແຕ່ຂ້າພະເຈົ້າຂໍສັນຍາກັບພວກທ່ານວ່າ ຂ້າພະເຈົ້າຈະຍອມຮັບມັນ ເວລາທີ່ຂ້າພະເຈົ້າໄດ້ເຮັດຜິດ, ພ້ອມກັບຂ້າພະເຈົ້າຈະເປັນຄົນຮັບຜິດ ຊອບ.”

ທ່ານ ໄບເດັນ ໄດ້ກ່າວວ່າເວລາທີ່ທ່ານເຂົ້າດຳລົງຕຳແໜ່ງ, ທ່ານຈະຮຽກຮ້ອງບັນດາຜູ້ປົກຄອງລັດ ໃຫ້ອອກຄຳສັ່ງການບັງຄັບໃສ່ໜ້າກາກ, ກວດໂຣກ, ຕິດຕາມຮ່ອງຮອຍ ແລະ ການຢູ່ຫ່າງກັນໃນສັງຄົມ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຈະໃຊ້ກົດໝາຍອະນຸຍາດປ້ອງກັນປະເທດ. ຂ້າພະເຈົ້າຈະໃຊ້ອຳ ນາດໃນຕຳແໜ່ງ. ເພາະວ່າຄຳເວົ້າຂອງປະທານາທິບໍດີແມ່ນສຳຄັນ.”

ທ່ານ ໄບເດັນ ຍັງໄດ້ກ່າວວ່າມັນສຳຄັນທີ່ຈະຊອກຫາທາງນຳເອົາພວກເດັກນ້ອຍກັບໄປໂຮງຮຽນ, ໃນຂະນະທີ່ “ເຂົາເຈົ້າຊັກຊ້າຕາມຫຼັງ,” ຂາດໂຮງຮຽນຫຼາຍຄັ້ງຍ້ອນໂຣກລະບາດ.

ໃນເວລາທີ່ການປຶກສາຫາລືກຳລັງຢູ່ນັ້ນ, ນະຄອນ ນິວຢອກ ໄດ້ປະກາດວ່າ ໂຮງຮຽນລັດປະຈຳເຂດຂອງເຂົາເຈົ້າ, ເຊິ່ງໃຫຍ່ທີ່ສຸດໃນປະເທດນັ້ນ, ຈະປິດການສອນໃນຫ້ອງຮຽນ, ຍ້ອນການເພີ່ມຂຶ້ນຂອງກໍລະນີ COVID-19.

ເມືອງດັ່ງກ່າວໄດ້ມີການກວດໂຣກເປັນຜົນບວກເພີ່ມຂຶ້ນ 3 ເປີເຊັນໃນນຶ່ງອາທິດທີ່ຜ່ານມາ, ເຊິ່ງໄດ້ກະຕຸ້ນໃຫ້ມີການປ່ຽນແປງ, ອີງຕາມການກ່າວຂອງເຈົ້າຄອງນະຄອນ ນິວຢອກ ທ່ານ ບິລ ເດີ
ບລາສຊີໂອ.

ບັນດາແພດໝໍ ແລະ ຜູ້ຕອບສະໜອງຕໍ່ເຫດການສຸກເສີນໄດ້ກ່າວຕໍ່ທ່ານ ໄບເດັນ ກ່ຽວກັບ ສິ່ງທ້າ ທາຍຕ່າງໆທີ່ເຂົາເຈົ້າ ແລະ ເພື່ອນຮ່ວມງານໄດ້ປະເຊີນ, ລວມມີການຂາດແຄນສິ່ງຂອງທີ່ຈຳເປັນເພື່ອປ້ອງກັນຕົນເອງ ແລະ ອື່ນໆຈາກໄວຣັສ.

ອ່ານຂ່າວນີ້ເປັນພາສາອັງກິດ