ທ່ານໄບເດັນສັນລະເສີນກຳມະກອນ ອາເມຣິກັນ ທີ່ຜະລິດລູກສອນໄຟ ຕ້ານລົດຖັງ ທີ່ສົ່ງໄປໃຫ້ຢູເຄຣນ

ທ່ານໄບເດັນໂອ້​ລົມ​ກັບຄົນງານຂະ​ນະ​ທີ່​ຢ້ຽມ​ຢາມໂຮງງານຜະລິດອາວຸດ ລັອກຫີດ ມາຕິນ (Lockheed Martin) ໃນພາກໃຕ້ຂອງເມືອງທຣອຍ, ລັດອາລາບາມາ ທີ່​ຜະ​ລິດ​ລູກ​ສອນ​ໄຟຕ້ານ​ລົດ​ຖັງ Javelin ນັ້ນ, ວັນ​ທີ 3 ພຶດ​ສະ​ພາ, 2022.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ໃນວັນອັງຄານວານນີ້ ໄດ້ສັນ​ລະ​ເສີນກຳ​ມະ​ກອນຜະລິດລູກສອນໄຟ ຕໍ່ຕ້ານລົດຖັງ ທີ່ກຳລັງຖືກສົ່ງໄປໃຫ້ພວກ ນັກລົບຢູເຄຣນ ໂດຍກ່າວວ່າ ພວກກຳ​ມະ​ກອນ​ເຫລົ່າ​ນີ້ໄດ້ “ເຮັດໃຫ້ປະຊາຊົນ ຢູເຄຣນສາມາດປ້ອງກັນຕົວເອງໄດ້.”

ທ່ານ​ກ່າວ​ວ່າ “ເວົ້າຢ່າງ​ກົງໆ”, ຊາວ​ຢູ​ເຄ​ຣນ​ “ໄດ້​ເຮັດ​ໃຫ້​ທະ​ຫານ​ຣັດ​ເຊຍຕົກໂງ່​ໄດ້ໃນ​ຫຼາຍໆ​ກໍລະນີ. ... ອາວຸດທີ່ຜະລິດດ້ວຍມືຂອງພວກ​ທ່ານ ແມ່ນໄປຢູ່ ໃນກໍາມືຂອງວິລະຊົນຢູ​ເຄ​ຣນ. ຂອບໃຈສໍາລັບສິ່ງທີ່ພວກທ່ານໄດ້ເຮັດນັ້ນ.”

ທ່ານໄບ​ເດັນໄດ້ຍ້ອງຍໍຄົນງານ 265 ຄົນຢູ່ໂຮງງານຜະລິດອາ​ວຸດ ​ລັອກ​ຫີດ ມາ​ຕິນ (Lockheed Martin) ໃນພາກໃຕ້ຂອງເມືອງທ​ຣອຍ, ລັດອາ​ລາ​ບາ​ມາ ໂດຍປຽບທຽບພວກເຂົາເຈົ້າ​ໃສ່ກັບ​ກຳ​ມະ​ກອນອາເມຣິກັນທີ່ຜະ​ລິດອາ​ວຸດ ໃນສະໄໝສົງຄາມໂລກຄັ້ງທີ 2.


ທ່ານໄບ​ເດັນກ່າວ​ວ່າ “ພວກ​ເຮົາ​ຢູ່​ໃນ​ຈຸດ​ທີ່​ມີ​ການ​ປ່ຽນ​ແປງໃນ​ປະ​ຫວັດ​ສາດ​ໃນ​ການ​ສູ້​ລົບ​ກັນ​ລະ​ຫວ່າງ​ການ​ຜະ​ເດັດ​ການ ແລະປະ​ຊາ​ທິ​ປະ​ໄຕ.”

ໂດຍການອ້າງເຖິງ​ແຕ່ບໍ່ເອີ່ຍຊື່ປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ແລະການບຸກລຸກຢູເຄຣນຂອງ​ທ່ານ​ເປັນ​ເວ​ລາ 10 ອາທິດນັ້ນ ທ່ານໄບ​ເດັນ ກ່າວຕື່ມວ່າ "ຖ້າທ່ານບໍ່ຕ້ານຢັນກັບພວກຜະເດັດການ, ພວກເຂົາກໍ​ຈະສືບຕໍ່ມາ ຫາ​ທ່ານ​ຢູ່ເລື້ອຍ."

ຜູ້​ນໍາ​ສະຫະລັດທ່ານນີ້ກ່າວ​ວ່າ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ຍາວ 1 ​ແມັດ ທີ່​ຕັ້ງ​ໃສ່​ບ່າ​ຍິງນັ້ນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ແກ່ລົດ​ຖັງ​ຣັດ​ເຊຍ ທີ່​ພໍ່​ແມ່​ຊາວ​ຢູ​ເຄຣນ​ບາງ​ຄົນ ໄດ້​ຕັ້ງ​ຊື່​ໃຫ້​ລູກ​ຊາຍ​ທີ່​ເກີດ​ໃໝ່​ຂອງ​ເຂົາ​ເຈົ້າວ່າ ຈາ​ແວ​ລິນ (Javelin) ແລະ​ລູກ​ສາວວ່າ ຈາ​ແວ​ລີ​ນາ (Javelina).

ພວກນັກວິ​ເຄາະ​ດ້ານ​ການ​ທະຫານ​ກ່າວ​ວ່າ ລົດ​ຖັງ​ຂອງຣັດ​ເຊຍ​ຫຼາຍ​ເຖິງ 1,000 ຄັນ ​ຖືກ​ທຳລາຍ​ໃນ​ການ​ສູ້​ລົບກັນ​ ຊຶ່ງ​ໃນ​ນັ້ນ​ຫຼາຍ​ຄັນ​ຖືກຍິງ​ໂດຍ​ລູກ​ສອນ​ໄຟຈາ​ແວ​ລິນ (Javelin) ​ທີ່ຍິງ​ຈາກໄລຍະ​ໄກ​ເຖິງ 2,500 ​ແມັດນັ້ນ.

ລູກ​ສອນ​ໄຟ​ຈາ​ແວ​ລິນມີມູນຄ່າຫຼາຍກວ່າ 2 ແສນໂດລາຕໍ່ລູກ ແລະທ່ານໄບ​ເດັນ ຍອມຮັບວ່າ ການສະໜັບສະໜູນຂອງສະຫະລັດທີ່​ມີ​ຢູ່ນີ້ແກ່ຢູເຄຣນໃນ​ການຕໍ່ສູ້ກັບຣັດເຊຍ "ບໍ່ໄດ້ມີລາຄາຖືກ​ເລີຍ."

​ແຕ່​ທ່ານ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ດຳ​ເນີນ​ການ​ໂດຍ​ໄວ​ກ່ຽວ​ກັບ​ຄຳ​ຮ້ອງ​ຂໍຊຸດ
​ໃໝ່ທີ່​ມີ​ມູນ​ຄ່າ 33 ຕື້​ໂດ​ລາ​ສຳລັບ​ຊ່ວຍ​ເຫຼືອ​ດ້ານ​ການ​ທະຫານ ​ແລະ​ເສດຖະ ກິດ​ໃຫ້​ແກ່​ຢູ​ເຄ​ຣນ, ​ເຊິ່ງ​ເປັນ​ເງິນ​ຊ່ວຍ​ເຫລືອ​ເພີ້ມ​ໃຫ້ເງິນ 13 ຕື້ 600 ລ້ານ​ໂດ​ລາທີ່​ໄດ້ອະນຸມັດ​ ແລະ​ຈ່າຍໄປ​ແລ້ວນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ