ປ. ໄບເດັນ ປະກາດການຊ່ວຍເຫລືອ ດ້ານດິນຟ້າອາກາດ ​ແລະ​ພື້ນ​ຖານໂຄງ​ລ່າງ ແກ່ບັນດາປະເທດໝູ່ເກາະປາ​ຊີຟິກ

ປະທານາທິບໍດີໂຈ ໄບເດັນ ສົນທະນາກັບບັນດານາຍົກລັດຖະມົນຕີໝູ່ເກາະ Cook Islands ທ່ານr Mark Brown ທີສອງຈາກຊ້າຍ ທີ່ນະຄອນຫລວງວໍຊິງຕັນ ວັນທີ 25 ກັນຍາ 2023

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເລີ້ມກອງປະຊຸມສຸດຍອດ ບັນ ດາປະເທດເກາະດອນປາຊິຟິກຂອງທ່ານ ​ໃນ​ວັນ​ຈັນ​ວານນີ້ ດ້ວຍການຂໍຂະມາໂທດ ແລະການຮັບຮູ້. ກ່ອນອື່ນ ທ່ານໄດ້ກ່າວສະ​ແດງຄວາມເສຍໃຈຂອງທ່ານ ຕໍ່ການຍົກ​ເລີກການ​ເດີນ​ທາງ​ໄປຢ້ຽມຢາມປາປົວ ນິວກີນີ ໃນຕົ້ນປີນີ້ ທ່າມກາງບັນຫາການເມືອງພາຍໃນ. ແລະຕໍ່ມາທ່ານໄດ້ສັນລະເສີນ ​ການຮັບຮູ້​ດ້ານການທູດສະຫະລັດຕໍ່ປະ​ເທດ​ໝູ່ເກາະ Cook ແລະປະເທດເກາະດອນນ້ອຍໆ Niue.

ທ່ານໄບເດັນ ຍັງໄດ້ເຈາະຈົງໃສ່ອັນຕະລາຍຈາກການຂົ່ມຂູ່ທີີມີຢູ່ ທີ່ບັນດາ 18 ປະເທດເຫລົ່ານີ້ໄດ້ຖືກ​ລະ​ບຸຊື່ເນື່ອງຈາກການປ່ຽນແປງ​ຂ​ອງດິນຟ້າອາກາດແລະ ໄດ້ປະກາດໃຫ້ທຶນການຊ່ວຍເຫລືອດ້ານດິນຟ້າອາກາດ ແລະ​ພື້ນ​ຖານໂຄງລ່າງ. ​ໂດຍທັງໝົດ​ແລ້ວ ທຳນຽບຂາວໄດ້ກ່າວວ່າ ທ່ານໄບເດັນ ໄດ້ປະກາດ​ເງິນທຶນປະມານ 200 ລ້ານໂດລາເພື່ອ “ສະແດງໃຫ້​ເຫັນເຖິງຄວາມໝັ້ນໝາຍ​ຂອງ​ສະ​ຫະລັດ ທີ່​ຈະເຮັດວຽກຮ່ວມກັນ ກັບບັນດາ​ປະ​ເທດເກາະດອນປາຊິຟິກ ເພື່ອຂະ ຫຍາຍ ແລະລົງເລິກການຮ່ວມມື ໃນຫລາຍປີຂ້າງໜ້າ.”

“ພວກເຮົາໄດ້ຍິນຄຳເຕືອນພວກທ່ານ ຂອງລະ​ດັບນໍ້າທະເລສູງຂຶ້ນແລະໄດ້ເປັນຂົ່ມຂູ່ ຕໍ່​ຄວາມ​ຢູ່​ລອດ​ ບັນດາປະເທດຂອງທ່ານ” ທ່ານໄບເດັນໄດ້ກ່າວ. “ພວກ ເຮົາໄດ້ຍິນຄວາມຮຽກຮ້ອງເພື່ອຄໍ້າປະກັນວ່າ ພວກທ່ານຈະບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍ ສູນເສຍປະເທດຂອງພວກທ່າ ຫລືສະມາຊິກຢູ່ອົງການສະຫະປະຊາຊາດ ອັນເປັນຜົນມາຈາກວິກິດການດິນຟ້າອາກາດ.”

ບັນດາສະມາຊິກ 18 ປະເທດ ໄດ້ເປັນສະໜາມລົບຂອງການຍາດ​ແຍ່ງ​ອາ​ນາ​ນິ​ຄົມມາເປັນເວລາຫລາຍສັດຕະວັດ. ​ໝູ່ເກາະ Cook ໂດຍສະເພາະ ໄດ້ໃສ່ຊື່​ຕາມຄັບຕັນ ເຈມສ໌ ຄຸກ ຜູ້ບໍ່ມີຄວາມຢ້ານກົວ ນັກຜະຈົນໄພອັງກິດ ຜູ້ທີ່ໄດ້​ບຸກ
ເຂົ້າ​ຢຶດເອົາຢ່າງຮຸນແຮງ ດິນ​ແດນ​ໃນ​ຂອບ​ເຂດທີ່ກວ້າງຂວາງ ຂອງ​ພວກ​ຊົນ​ເຜົ່າ​ພື້ນ​ເມືອງ ໃນທົ່ວປາຊິຟິກ ນັບ​ແຕ່ອອສເຕເລຍ ໄປຫາການາດາ ເພື່ອປົກ ຄອງ. ທ່ານໄດ້ຖືກສັງຫານ ຍ້ອນ​ຄວາມ​ຮຸນ​ແຮງໃນປີ 1779 ໂດຍບັນດາ​ຊົນ​ເຜົ່າ​ພື້ນ​ເມືອງຮາວາຍ ທີ່ໄດ້ສະຫລອງກັນຢູ່ໃນເກາະດັ່ງກ່າວ ມາຈົນຮອດມື້ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ