ທ. Biden ໄປປາກິສຖານ ເພື່ອປະເມີນຄວາມກ້າວໜ້າ ໃນການທຳສົງຄາມ

  • ບົວສະຫວັນ

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ພົບປະກັບທ່ານປະທານາທິບໍດີ Zardari ຂອງປະກິສຖານ ໃນວັນພຸດ, ທີ 12 ມັງກອນ, 2011 ທີ່ນະຄອນຫລວງ ອິສລະມະບັດ.

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ​ໄດ້​ໄປ
ເຖິງປາ​ກິ​ສຖານ​ແລ້ວ ຊຶ່ງເປັນການ​ເດີນທາງໄປ​ຍັງ​ຂົງ​ເຂດ
ດັ່ງກ່າວໂດຍ​ບໍ່​ໄດ້​ປະກາດ​ໃຫ້ຮູ້ລ່ວງໜ້າ ເພື່ອ​ຈະ​ໄປປະ​ເມີນ
ຄວາມ​ກ້າວໜ້າຂອງສະຫະລັ​ດ​ໃນການທຳ​ສົງຄາມ​ຢູ່
ອັຟການິສຖານ.

ທ່ານ Biden ຄາດ​ວ່າ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ນຳຂອງປາ​
ກິ​ສຖານ​ໃນ​ວັນ​ພຸດ​ມື້ນີ້, ​ນຶ່ງ​ມື້ລຸນ​ຫລັງທີ່​ໄດ້​ພົບ​ກັບປະທາ
ນາທິບໍດີອັຟການິ​ສຖານ ທ່ານ Hamid Karzai ທີ່​ນະ
ຄອນຫລວງ​ກາ​ບູນ.

ໃນ​ລະຫວ່າງກອງ​ປະຊຸມ​ຖະ​ແຫລ​ງຂ່າວຮ່ວມກັບ ​ທ່ານ Karzai ໃນ​ວັນ​ອັງຄານ​ວານ​ນີ້
ທ່ານ Biden ​ໄດ້ແນະໃຫ້ຮູ້ວ່າ ທັງ​ສອງ​ປະ​ເທດ​ຕ້ອງ​ໄດ້ພ້ອມ​ກັນເພີ້ມຄວາມກົດ​ດັນຕໍ່ພວກ
ຫົວຮຸ່ນ​ແຮງຕານ​ລີ​ບານ ຢູ່ທັງສອງ​ຟາກຂອງ​ຊາຍແດນລະຫວ່າງປາ​ກິ​ສຖານ ​ແລະອັຟກາ
ນິສຖານ ​ເພື່ອ​ຈະໃຫ້​ໄດ້ຮັບຄວາມ​ຄືບໜ້າລວມຮ່ວມກັນ​ອັນ​ແໜ້ນ​ແກ່ນ​ໃນ​ການ​ທຳ​ສົງຄາມ
ຢູ່​ທີ່​ນັ້ນ.

ໃນເດືອນ​ແລ້ວນີ້ ທ່ານເອກ​ອັກຄະລັດຖະທູດສະຫະລັດປະຈຳປາ​ກິ​ສຖານ, ທ່ານ
Cameron Munter ​ເວົ້າວ່າ ສະຫະລັດ​ໄດ້​ໂອ້​ລົມ​ຢ່າງ​ສະໜິດສະໜົມກັບຝ່າຍ​ທະຫານ
ຂອງປາ​ກິ​ສຖານກ່ຽວກັບ​ການ​ໂຈມ​ຕີ​ທີ່ໝັ້ນຕ່າງໆຂອງພວກຕາລີ​ບານ ທີ່​ເຊື່ອ​ວ່າ​ຕັ້ງຢູ່​ໃນ
ເຂດຊົນເຜົ່າ Warziristan ເໜືອຂອງປາ​ກິ​ສຖານນັ້ນ.

ສະຫະລັດເຊື່ອ​ວ່າ​ເຄືອຂ່າຍກຸ່ມ Haqqani ຂອງພວກຕາ​ລີ​ບານອັຟກິ​ສຖານ ທີ່​ມີ​ການ​ພົວ
ພັນ​ກັບກຸ່ມກໍ່ການຮ້າຍ ອາລ-ຄາຍດາ ນຳໃຊ້​ທີ່ໝັ້ນເຫຼົ່ານີ້​ເປັນ​ແປ້ນຢັນ​ໃນ​ການໂຈມ​ຕີ​ກຳລັງ​ທະຫານປະສົມຢູ່​ໃນອັຟກິ​ສຖານ.

ສ່ວນປາ​ກິ​ສຖານນັ້ນ ​ໄດ້​ຄັດຄ້ານ​ມາເປັນເວລາດົນນານແລ້ວ ຕໍ່ຄວາມ​ກົດ​ດັນ​ຂອງສະຫະລັດ
ທີ່​ຢາກໃຫ້ປາກິສຖານເປີດການບຸກໂຈມຕີຄັ້ງໃໝ່ ​ໂດຍ​ກ່າວ​ວ່າຈຳເປັນຕ້ອງໄດ້ເສີມຂະ
ຫຍາຍການ​ໄດ້​ປຽບທາງ​ທະຫານ​ຢູ່​ໃນ​ເຂດ​ຊົນ​ເຜົ່າ​ອື່ນໆທີ່ຢູ່​ລຽບຕາມ​ບໍລິເວນຊາຍ​ແດນຕິດ
ກັບອັຟການິສຖານນັ້ນ.