ປ. ໄບເດັນ ແລະ ທ່ານແມັກຄາທີ ຈະພົບປະ​ກັນ ເພື່ອ​ເຈ​ລະ​ຈາ​ເລື້ອງເພດານໜີ້ສີນ

ປທານາທິບໍດີໂຈ ໄບເດັນ ສົນທະນາກັບ ປະທານສະພາຕໍ່າ ທ່ານແຄວິນ ແມັກຄາທີ ຢູ່ລັດຖະສະພາສະຫະລັດ ທີ່ນະຄອນຫລວງວໍຊິງຕັນ ວັນທີ 17 2023

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານສະພາຕໍ່າ ທ່ານແຄວິນ ແມັກຄາທີ ຈະພົບປະກັນໃນວັນຈັນມື້ນີ້ ທີ່ທຳນຽບຂາວ ໃນຂະນະທີ່​ທ່ານ​ເຈ​ລະ​ຈາຫາລືກ່ຽວກັບການ​ເພີ້ມ​ຂີດ​ຈຳ​ກັດ​ໃນ​ການ​ກູ້ຢືມເງິນຂອງລັດຖະບານ.

​ຄະ​ນະ​ເຈ​ລະ​ຈາຂອງທັງສອງຝ່າຍ ໄດ້ພົບປະກັນ​ດົນກວ່າສອງຊົ່ວໂມງໃນວັນອາທິດວານນີ້ ໃນຂະນະທີ່ທ່າ​ນໄບເດັນ ແລະທ່ານແມັກຄາທີ ໄດ້ໂອ້ລົມກັນທາງໂທສະສັບ ຊຶ່ງແຕ່ລະທ່ານ​ຕ່າງ​ກໍບັນລະຍາຍວ່າ​ໄປ​ໄປ​ໃນທາງບວກ.

“ເປັນໄປດ້ວຍດີ ທີ່ພວກເຮົາຈະ​ໂອ້​ລົມກັນອີກ​ໃນມື້ອື່ນ” ທີ່ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ເວລາກັບຄືນມາເຖິງນະຄອນຫລວງວໍຊິງຕັນ ຈາກກອງປະຊຸມສຸດຍອດ​ກຸ່ມ ຈີ ເຈັດ ​ທີ່ປະເທດຍີ່ປຸ່ນ.

ທ່ານແມັກຄາທີ ກ່າວວ່າ ການໂອ້ລົມທາງໂທລະສັບໄດ້ “​ໃຫ້​ດອກ​ອອກຜົນ.”

“ຂ້າພະເຈົ້າຄິດວ່າ ພວກເຮົາສາມາດແກ້ໄຂບັນຫາເຫລົ່ານີ້ຈຳນວນນຶ່ງ ຖ້າຫາກທ່ານເຂົ້າໃຈວ່າ ພວກເຮົາກຳລັງເບິ່ງຫຍັງ” ທ່ານແມັກຄາທີ່ໄດ້ກ່າວ. ແຕ່ຂ້າພະເຈົ້າ​ແມ່ນເປັນທີ່​ຈະແຈ້ງຕໍ່ທ່ານນັບ​ແຕ່ຕອນເລີ້ມຕົ້ນ. ພວກເຮົາຕ້ອງຈ່າຍເງິນໃຫ້ໜ້ອຍລົງກວ່າປີທີ່ຜ່ານມາ.”

ລັດຖະບານອາດບໍ່​ສາ​ມາ​ດ​ບັນ​ລຸ​ການ​ຕົກ​ລົງ ແລະ​ບໍ່ສາມາດທີ່ຈະ​ປະ​ຕິ​ບັດ​ພັນ​ທະ​ຮັບ​ຜິດ​ຊອບ​ທາງດ້ານການເງິນ ໄວທັນກັບວັນທີ 1 ມິຖຸນາ ຈະມາເຖິງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ