ປ. ໄບເດັນ ທຽບໂຄງການອິນເຕີແນັດຄວາມໄວ ສູງໃສ່ກັບໂຄງການໄຟຟ້າຊົນນະບົດ ໃນຕົ້ນສັດຕະວັດທີ 20

ປະທານາທິບໍດີໂຈ ໄບເດັນເວົ້າກ່ຽວກັບການໃຊ້ຈ່າຍງົບປະມານ ສໍາລັບພືນຖານໂຄງລ່າງຢູ່ໃນຫ້ອງການ Transit Authority ຂອງເທດສະບານເມືອງ La Crosse, ໃນລັດວິສຄອນຊິນ, ວັນທີ 29 ມິຖຸນາ, 2021

ການນຳເອົາການບໍລິການອິນເຕີແນັດທີ່ມີລາຄາຖືກ ແລະຄວາມໄວສູງມາໃຫ້ແກ່ຊາວອາເມຣິກັນທຸກຄົນ ຈະເທົ່າກັນກັບໂຄງການໄຟຟ້າຊົນນະບົດຂອງລັດຖະບານກາງໃນຊຸມປີ 1930, ອີງຕາມປະທານາທິບໍດີໂຈ ໄບເດັນ.

"ມັນໄດ້ກໍານົດຂັ້ນຕອນຂອງການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ຍືນຍົງ ພາຍຫລັງສົງຄາມໂລກຄັ້ງທີ 2”, ນັ້ນຄືຄໍາເວົ້າຂອງທ່ານໄບເດັນ, ຕອນທີ່ທ່ານຢູ່ລັດວິສຄອນຊິນໃນວັນອັງຄານວານນີ້ ທີ່ເວົ້າກ່ຽວກັບນະໂຍບາຍຂໍ້ຕົກລົງໃໝ່ ຫລື New Deal ໃນໄລຍະທີ່ທ່ານແຟຣັງຄລິນ ຣຸສແວລ (Franklin Roosevelt) ເປັນປະທານາທິບໍດີ.

ອິນເຕີແນັດທີ່ມີຄວາມໄວສູງຫລື Broadband “ບໍ່ແມ່ນຄວາມຫລູຫລາ. ດຽວນີ້ ມັນແມ່ນສິ່ງທີ່ຈໍາເປັນ ຄືກັນກັບນໍ້າແລະໄຟຟ້າ,” ນັ້ນຄືຄໍາເວົ້າຂອງທ່ານປະທານາທິບໍດີ ທີ່ກ່າວຢູ່ໃນຄຳປາໄສຄັ້ງຫຼ້າສຸດຢູ່ນອກນະຄອນຫລວງວໍຊິງຕັນເພື່ອຊຸກຍູ້ໃຫ້ລັດຖະສະພາຮັບຮອງເອົາໂຄງການພື້ນຖານໂຄງລ່າງທີ່ມີມູນຄ່າ 1 ພັນ 200 ຕື້ໂດລາ.

ທ່ານໄບເດັນກ່າວຕໍ່ໄປ ຢູ່ໃນບໍລິສັດແທຣນຊິດ ຢູທີລິທີ (Transit Utility) ໃນເມືອງລາຄຣອສ (La Crosse), ລັດວິສຄອນຊິນວ່າ ຊຸດດັ່ງກ່າວແມ່ນເພື່ອສົ່ງເສີມການຈ້າງງານໃຫ້ແກ່ຊາວກໍາມະກອນໂດຍການສ້າງ “ວຽກເຮັດງານທໍາທີ່ມີຄ່າແຮງງານດີ, ສ້ອມແປງຖະໜົນຫົນທາງແລະຂົວຂອງພວກເຮົາ.”

ທຳນຽບຂາວເນັ້ນໜັກວ່າ 90 ເປີເຊັນຂອງວຽກທີ່ສ້າງຂຶ້ນມາໂດຍການໃຊ້ຈ່າຍດ້ານພື້ນຖານໂຄງລ່າງສາມາດໄປເຖິງຄົນງານທີ່ບໍ່ມີປະລິນຍາຕີ ຫລືຈົບມະຫາວິທະຍາໄລ.

ຊຸດນິຕິກຳທີ່ມີການປະນີປະນອມກັນໄດ້ຖືກນໍາມາເຈລະຈາໃນອາທິດແລ້ວນີ້ກັບກຸ່ມສະມາຊິກສະພາສູງສະຫະລັດ 10 ຄົນ, 5 ຄົນຈາກພັກຣີພັບບລີກັນ ນິຍົມສາຍກາງ ແລະ 5 ຄົນ ຈາກພັກເດໂມແຄຣັດ. ມັນປະກອບມີການລົງທຶນທີ່ໃຫຍ່ທີ່ສຸດ ໃນຂະແໜງການຂົນສົ່ງສາທາລະນະ ໃນປະຫວັດສາດ, ອີງຕາມທຳນຽບຂາວ. ມັນຍັງມີຈຸດປະສົງໃນການກໍ່ສ້າງເຄື່ອຂ່າຍ ບ່ອນສາກໄຟຂອງລົດໄຟຟ້າຢູ່ທົ່ວປະເທດ ແລະກຳຈັດສາຍບໍລິການ ແລະທໍ່ທີ່ເປັນສານຕະກົ່ວ.
ບົດບັນທຶກຂອງທຳນຽບຂາວກ່າວວ່າ ຊຸດໃຊ້ຈ່າຍໃນການກໍ່ສ້າງນີ້ມີຂະໜາດເທົ່າກັນກັບ 4 ເທົ່າຂອງການລົງທຶນດ້ານພື້ນຖານໂຄງລ່າງ ທີ່ໄດ້ຖືກຮັບຮອງເອົາຫຼັງຈາກມີສະພາບເສດຖະກິດການຖົດຖອຍຄັ້ງໃຫຍ່ໃນປີ 2008-2009 ແລະເປັນຊຸດທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ມີວິກິດການທາງເສດຖະກິດໃນຊຸມປີ 1930 ທີ່ມີການສ້າງສາຂຶ້ນມາໂດຍການໃຊ້ຈ່າຍຢ່າງໃຫຍ່ຫລວງຂອງຂໍ້ຕົກລົງໃໝ່ ຫລື New Deal ຂອງທ່ານຣຸສແວລ (Roosevelt) ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ